ສືບຕໍ່ຫັນວຽກງານກວດສອບເປັນທັນສະໄໝ ສ້າງນັກກວດສອບໃຫ້ເປັນມືອາຊີບ

    ອົງການກວດສອບປະຈໍາພາກກາງ ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2019 ແລະ ທິດທາງປະຈຳປີ 2020 ຂຶ້ນວັນທີ 20 ມີນາ 2020 ຢູ່ອົງການກວດສອບແຫ່ງລັດ ໂດຍເປັນປະ ທານຂອງທ່ານ ວົງພະກອນ ໄຊສິດທິເດຊ໌ ຮັກສາການປະທານອົງການກວດສອບປະຈຳພາກກາງ ມີທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍພະນັກງານຫຼັກແຫຼ່ງອົງການກວດສອບປະຈຳພາກກາງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ໄດ້ຮັບຟັງບົດລາຍງານສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2019 ແລະ ທິດທາງປະຈຳປີ 2020 ການປະກອບຄໍາເຫັນຈາກບັນດາກົມ ອົງການກວດສອບແຫ່ງລັດ ພະແນກການ ແລະ ຫ້ອງການຂອງອົງການກວດສອບປະຈຳພາກກາງ ພ້ອມທັງໄດ້ມອບໃບຍ້ອງຍໍໃຫ້ຜູ້ທີີ່ມີຜົນງານດີ ເດັ່ນໃນການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2019 ຈຳນວນ 38 ຄົນ ຈາກນັ້ນກໍໄດ້ສະຫຼຸບຕີລາຄາ ຜົນໄດ້ຮັບຈາກດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງ ບົດຮຽນທີ່ຖອດຖອນໄດ້ ລວມທັງສະເໜີວິທີແກ້ໄຂໃນຕໍ່ໜ້າເພື່ອໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ປະກອບສ່ວນໃນການພັດທະນາ ແລະ ສ້າງສາປະເທດຊາດ ເວົ້າສະເພາະແມ່ນເຮັດໃຫ້ວຽກງານກວດສອບນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ຫັນເປັນທັນສະໄໝເທື່ອລະກ້າວ.

    ທ່ານນາງ ວຽງທອງ ສີພັນດອນ ໄດ້ເນັ້ນໃຫ້ອົງການກວດສອບປະຈຳພາກກາງ ເປັນເຈົ້າການປະ ສານສົມທົບ ແລະ ຜັນຂະຫຍາຍມະຕິກອງປະຊຸມເປີດກວ້າງວຽກງານກວດສອບ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2019 ເອົາໃຈໃສ່ຍົກລະດັບຄວາມສາມາດຂອງພະນັກງານ-ນັກກວດສອບດ້ານວິຊາສະເພາະກວດສອບ ຫັນວຽກງານກວດສອບເປັນທັນສະໄໝ ເພື່ອສ້າງໃຫ້ມີນັກກວດສອບເປັນມືອາຊີບເທື່ອລະກ້າວ ສືບຕໍ່ຄົ້ນຄວ້າບັນດານິຕິກຳລຸ່ມກົດໝາຍວ່າດ້ວຍການກວດສອບແຫ່ງລັດ ເພື່ອເປັນບ່ອນອີງໃນການເຄື່ອນໄຫວວຽກງານຂອງຕົນ ໂດຍສະເພາະການແກ້ໄຂການລະເມີດ ເອົາໃຈໃສ່ຕໍ່ກັບການກວດສອບ 3 ປະເພດ ໂດຍສະເພາະການກວດສອບຜົນການຈັດຕັ້ງປະຕິບັດໃຫ້ສອດຄ່ອງຕາມມາດ ຕະຖານການກວດສອບແຫ່ງລັດ ຄົ້ນຄວ້າປັບປຸງກົນໄກຂອດປະສານງານທີ່ອົງການກວດສອບປະຈຳພາກກາງ ແລະ ເປົ້າໝາຍຖືກກວດສອບ ແກ້ໄຂຜົນການກວດສອບ ຜົນການກວດກາໃຫ້ຖືກຕ້ອງຕາມພາລະບົດບາດ ສິດ ໜ້າທີ່ຂອງແຕ່ລະພາກສ່ວນ ເພີ່ມທະວີຄວາມເອົາໃຈໃສ່ປະຕິບັດແຜນການກວດສອບໃຫ້ສຳ ເລັດ ແລະ ລື່ນຄາດໝາຍຢ່າງມີຈຸດສຸມ ແລະ ເພີ່ມທະວີການຄົ້ນຄວ້າ ວິເຄາະ-ວິໄຈສາເຫດບັນຫາຂໍ້ຄົງ ຄ້າງຈາກຜົນການກວດສອບຂອງແຕ່ລະເປົ້າໝາຍໃຫ້ຈະແຈ້ງ ຊັດເຈນ ແລະ ມີມາດຕະການແນະນຳທີ່ຖືກ ຕ້ອງສອດຄ່ອງຕາມລະບຽບກົດໝາຍເພື່ອໃຫ້ເປົ້າໝາຍສາມາດຈັດຕັ້ງປະຕິບັດໄດ້.

ພາບ-ຂ່າວ: ເພັດສະໝອນ

error: Content is protected !!