
ອີງຕາມແຈ້ງການສະບັບເລກທີ 308/ຖວທ.ນວ ວັນທີ 20 ມີນາ 2020 ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ (ຖວທ ນວ) ໃດ້ແຈ້ງມາຍັງຜູ້ອຳນວຍການຮ້ານບັນເທີງ ຄາຣາໂອເກະ ແລະ ຮ້ານນວດ ຢູ່ໃນ ນວ ໃຫ້ປິດບໍລິການຊົ່ວຄາວ ນັບແຕ່ວັນທີ 20 ມີນາ 2020 ເປັນຕົ້ນໄປ ເພື່ອຕ້ານ ແລະ ສະກັດກັ້ນການ

ລະບາດຂອງພະຍາດ COVID-19 ຈົນກວ່າຈະມີສະພາບປົກກະຕິ ຈຶ່ງຈະມີແຈ້ງການໃຫ້ສາມາດເປີດຄືນໃໝ່ ພ້ອມນີ້ກໍໃຫ້ຕິດຕາມຂໍ້ມູນຂ່າວສານນຳຄະນະສະເພາະກິດເພື່ອແກ້ໄຂຄວບຄຸມການແຜ່ລະບາດຂອງພະຍາດ COVID-19.