ເຈົ້າພາບ ຊະນະ ປກສ ຜ່ານເຂົ້າຊີງ ຄໍາມ່ວນ ບານເຕະກີລາແຫ່ງຊາດ

ການແຂ່ງຂັນບານເຕະຊາຍ ຮອບຮອງຊະນະເລີດ ຫຼື ຮອບ 4 ທີມສຸດທ້າຍ ລະຫວ່າງ ເຈົ້າພາບ ນະຄອນຫຼວງວຽງຈັນ (ນວ) ພົບ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດຂຶ້ນໃນວັນທີ 22 ພະຈິກ 2025 ທີ່ສະໜາມກີລາແຫ່ງ ຊາດ (ຫຼັກ16) ເຈົ້າພາບ ໄລ່ເອົາຊະນະ ປກສ ໄປໄດ້ 2-0 ປະຕູ ຜ່ານເຂົ້າສູ່ຮອບຊີງຊະນະເລີດ ໄປພົບກັບ ແຂວງຄຳມ່ວນ ໄດ້ສຳເລັດ ໃນການແຂ່ງຂັນບານເຕະຊາຍ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ.

ສຳລັບ 2 ປະຕູ ຂອງທີມບານເຕະ ນວ ແມ່ນໄດ້ຈາກການຍິງຂອງ ລາວີ ໃນນາທີ 14 ແລະ ນິກໂກ້ ອານຸສອນ ນາທີ 87 ສ່ວນຜົນການແຂ່ງຂັນອີກຄູ່ ແຂວງຄຳມ່ວນ ເອົາຊະນະ ແຂວງອັດຕະປື ໄປໄດ້ 3-1 ປະຕູ.

ການແຂ່ງຂັນບານເຕະຊາຍ ຮອບຊີງຊະນະເລີດ ຈະມີຂຶ້ນໃນຕອນແລງວັນທີ 24 ພະຈິກ 2025 ທີ່ສະໜາມກີລາແຫ່ງຊາດ (ຫຼັກ 16) ນວ ເຈົ້າພາບ ພົບກັບ ແຂວງຄຳມ່ວນ ເວລາ 18:30 ໂມງ ແລະ ຄູ່ຊີງອັນດັບທີ 3 ກະຊວງປ້ອງກັນຄວາມສະຫງົບ ພົບກັບ ແຂວງອັດຕະປື ເວລາ 15:00 ໂມງ.

error: Content is protected !!