ໃນວັນທີ 21 ພະຈິກ 2025 ທ່ານ ທອງສະຫວັນ ພົມວິ ຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ນາງ ທານຈາ ຟາໂຈນ (Tanja FAJON) ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ແຫ່ງ ສ. ສະໂລເວນີ ໃນໂອກາດເຂົ້າຮ່ວມກອງປະຊຸມ ອີຢູ ອິນໂດ-ປາຊີຟິກ ທີ່ ບຣຸກແຊນ.

ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດ ຕະຫຼອດໄລຍະຜ່ານມາ ນັບຕັ້ງແຕ່ສອງປະເທດ ລາວ ແລະ ສະໂລເວນີ ໄດ້ສ້າງຕັ້ງສາຍພົົວພັນການທູດນໍາກັນ ເກືອບ 30 ປີ ສອງຝ່າຍ ຍັງໄດ້ ປຶກສາຫາລື ກ່ຽວກັບ ທິດທາງການເສີມຂະຫຍາຍການຮ່ວມມືນຳກັນໃນຕໍ່ໜ້າ ໃນຂົງເຂດທີ່ທັງສອງຝ່າຍມີທ່າແຮງ ລວມທັງສະເໜີສືບຕໍ່ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ ພ້ອມນັ້ນ ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ.



ພິເສດໃນໂອກາດດັ່ງກ່າວ ສອງລັດຖະມົນຕີ ໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການປຶກສາຫາລືທາງດ້ານການເມືອງ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແລະ ວຽກງານເອີຣົບ ແຫ່ງ ສ. ສະໂລເວນີ ເຊິ່ງເອກະສານດັ່ງກ່າວຈະເປັນພື້ນຖານທີ່ສຳຄັນ ເພື່ອຊຸກຍູ້ ແລະ ສົ່ງເສີມການຮ່ວມມືລະຫວ່າງສອງປະເທດເວົ້າລວມ, ເວົ້າສະເພາະ ແມ່ນລະ ຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ສະໂລ ເວນີ ເພື່ອເສີມຂະຫຍາຍການຮ່ວມມືສອງຝ່າຍໃຫ້ມີບາດກ້າວໃໝ່ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດໃນອະນາຄົດ.