ທີມນັກກີລາຟຸດຊໍຊາຍ ນະຄອນຫຼວງວຽງຈັນ ເຈົ້າພາບ ງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຍາດໄດ້ອັນດັບ 2 ຫຼື ຫຼຽນເງິນ ມາຄອງ ຫຼັງຈາກ ເຈົ້າພາບ ລົງແຂ່ງຂັນ 3 ນັດ ຊະນະ 1 ສະ ເໝີ 2 ມີ 5 ຄະແນນ ສ່ວນຫຼຽນຄໍາ ຕົກເປັນຂອງແຂວງວຽງຈັນ ລົງສະໜາມແຂ່ງ 3 ນັດ ຊະນະ 2 ສະເໝີ 1 ມີ 7 ຄະແນນ ແລະ ຫຼຽນທອງ ແຂວງເຊກອງ ລົງແຂ່ງ 3 ນັດ ຊະນະ 1 ສະເໝີ 1 ເສຍ 1 ມີ 4 ຄະແນນ.


ການແຂ່ງຂັນກີລາຟຸດຊໍລຊາຍ ໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ XII ມີ 4 ພາກສ່ວນເຂົ້າຮ່ວມຊີງໄຊ ປະກອບມີ: ນະຄອນຫຼວງວຽງຈັນ ເຈົ້າພາບ ແຂວງໄຊຍະບູລີ ແຂວງວຽງຈັນ ແລະ ແຂວງເຊກອງ ແຂ່ງລະຫວ່າງວັນທີ 18-22 ພະຈິກ 2025 ທີ່ສະໜາມກີລາຟຸດຊໍລ ສູນເຝິກຫ້ວຍຫົງ ສະຫະພັນກີລາບານເຕະແຫ່ງຊາດລາວ.