ຕ້ອງເປີດໂອກາດໃຫ້ສັງຄົມມີສ່ວນຮ່ວມໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ

    ການມີສ່ວນຮ່ວມຂອງສັງຄົມ ເປັນວຽກງານໜຶ່ງທີ່ສຳຄັນໃນການປຶກສາຫາລືກ່ຽວຜົນ ກະທົບຈາກບັນດາໂຄງການພັດທະນາຕ່າງໆຕໍ່ກັບສິ່ງແວດລ້ອມ ແລະ ເປັນການສະໜອງຂໍ້ມູນຂ່າວສານ ແລະ ຮັບຄຳເຫັນຂອງທຸກພາກສ່ວນ ໃນສັງຄົມ ກ່ຽວກັບໂຄງການລົງທຶນ ກິດຈະການຕ່າງໆໃນໄລຍະສ້າງ ແລະ ພິຈາລະນາບົດສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ແຜນຄຸ້ມຄອງຕິດຕາມກວດກາສິ່ງແວດລ້ອມພ້ອມທັງຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງສິ່ງແວດລ້ອມ ໃນແຕ່ລະໄລຍະຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆເພື່ອຮັບປະກັນຄວາມໂປ່ງໃສຍຸຕິທໍາ ແລະ ມີປະສິດທິຜົນການມີສ່ວນຮ່ວມຂອງສັງຄົມໃນ ແຕ່ລະໄລຍະ ເຊັ່ນ: ການກະກຽມ ແລະ ວາງແຜນໂຄງການ ການກໍ່ສ້າງດໍາເນີນໂຄງການ ແລະ ການສິ້ນສຸດໂຄງການ.

    ຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂະແໜງການທີ່ຮັບຜິດຊອບໂຄງການລົງທຶນອົງການປົກຄອງທ້ອງຖິ່ນ ແລະ ເຈົ້າຂອງໂຄງການມີຄວາມຮັບຜິດຊອບຮ່ວມກັນໃນ ການຮັບປະກັນ ແລະ ສ້າງເງື່ອນໄຂໃຫ້ທຸກພາກສ່ວນໃນສັງຄົມມີສ່ວນຮ່ວມໃນວຽກງານປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ເຈົ້າຂອງໂຄງການຕ້ອງສ້າງແຜນການ ການມີສ່ວນຮ່ວມຂອງສັງຄົມ ໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມໃນແຕ່ລະໄລຍະພ້ອມທັງສ້າງບົດສຶກສາວິໄຈການມີສ່ວນຮ່ວມຂອງສັງຄົມ ໂດຍສະເພາະ ກ່ຽວກັບ ຊົນເຜົ່າ ບົດບາດຍິງ-ຊາຍ ກຸ່ມຄົນທີ່ບໍ່ສາມາດຊ່ວຍເຫຼືອໂຕເອງໄດ້ ແລະ ກຸ່ມຄົນດ້ອຍໂອກາດທີ່ໄດ້ຮັບຜົນກະທົບຈາກໂຄງການລົງທຶນ ແລະ ກິດຈະການຕ່າງໆ.

     ການມີສ່ວນຮ່ວມຂອງສັງຄົມໃນໄລຍະກະກຽມ ແລະ ວາງແຜນໂຄງການ ປະກອບມີ: ໃນໄລຍະສ້າງບົດສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດເຈົ້າຂອງໂຄງການເຜີຍແຜ່ແຜນການການມີສ່ວນຮ່ວມຂອງສັງຄົມ ພ້ອມທັງເກັບກໍາຂໍ້ມູນພື້ນຖານໃນເຂດໂຄງການ ແລະ ເຂດໃກ້ຄຽງໂຄງການ ເປັນຕົ້ນຂໍ້ມູນສະຖິຕິກ່ຽວ ກັບພົນລະເມືອງ ເສດຖະກິດ-ສັງຄົມ ສະພາບແວດລ້ອມສັງຄົມ ແລະ ທໍາມະຊາດ ເຈົ້າຂອງໂຄງການສົມທົບກັບຂະແຫນງການຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ເຜີຍແຜ່ຂໍ້ມູນໃຫ້ແກ່ປະຊາຊົນໃນເຂດໂຄງການ ແລະ ເຂດ ໃກ້ຄຽງໂຄງການ ຜູ້ມີສ່ວນຮ່ວມອື່ນກ່ຽວກັບແຜນ ພັດທະນາໂຄງການ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຈາກໂຄງການລົງທຶນ ແລະ ກິດຈະການຕ່າງໆ ໂດຍການຈັດກອງ ປະຊຸມເຜີຍແຜ່ຂັ້ນຕ່າງໆ ແລະ ຮູບການອື່ນເປັນ ພາສາລາວ ແລະ ພາສາຊົນເຜົ່າໃນກໍລະນີມີຄວາມຈໍາເປັນ.

    ໄລຍະທົບທວນບົດສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ບົດປະເມີນຜົນກະ ທົບຕໍ່ສິ່ງແວດລ້ອມແບບລະອຽດ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນ ແຂວງ ສົມທົບກັບເຈົ້າຂອງໂຄງການຈັດກອງປະ ຊຸມຂັ້ນເມືອງ ຂັ້ນວິຊາການ ແລະ ລົງກວດກາພາກສະໜາມ ເພື່ອປຶກສາຫາລືຜ່ານບົດສຶກສາ ເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ເຊິ່ງ ປະກອບມີ ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ອົງການປົກຄອງຂັ້ນບ້ານ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ຂະແໜງການຮັບຜິດຊອບໂຄງການລົງທຶນ ຂະແໜງການ ອື່ນທີ່ກ່ຽວຂ້ອງ ຂັ້ນເມືອງ ຂັ້ນແຂວງ ແລະ ຜູ້ມີ ສ່ວນຮ່ວມອື່ນໆ ໂດຍອີງໃສ່ຈຸດພິເສດ ຂອງກອງປະຊຸມແຕ່ລະຂັ້ນ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບເຈົ້າຂອງໂຄງການຈັດກອງປະຊຸມຂັ້ນເມືອງ ຂັ້ນວິຊາການລົງກວດກາພາກສະໜາມ ແລະ ຂັ້ນແຂວງ ເພື່ອປຶກສາຫາລືຜ່ານບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ປະກອບມີ ປະຊາຊົນຜູ້ທີ່ໄດ້ຮັບຜົນ ກະທົບ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມຂັ້ນທ້ອງຖິ່ນ ຂະແໜງການຮັບຜິດຊອບ ໂຄງການລົງທຶນຂະແໜງການອື່ນທີ່ກ່ຽວຂ້ອງຂັ້ນສູນກາງ ທ້ອງຖິ່ນ ແລະ ຜູ້ມີສ່ວນຮ່ວມອື່ນໆ ໂດຍອີງໃສ່ຈຸດພິເສດຂອງກອງປະຊຸມແຕ່ລະຂັ້ນ.

    ການມີສ່ວນຮ່ວມຂອງສັງຄົມໃນໄລຍະກໍ່ສ້າງ ແລະ ດໍາເນີນໂຄງການ ປະກອບມີ ເຈົ້າຂອງໂຄງ ການ ປະສານສົມທົບກັບຂະແໜງການຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງເພື່ອແຈ້ງໃຫ້ຜູ້ ທີ່ຢູ່ໃນເຂດໂຄງການ ແລະ ເຂດໃກ້ຄຽງໂຄງການ ເປັນແຕ່ລະໄລຍະ ກ່ຽວກັບການດໍາເນີນກິດຈະ ການຂອງໂຄງການທີ່ອາດຈະສົ່ງຜົນກະທົບຕໍ່ສິ່ງ ແວດລ້ອມເປັນຕົ້ນການເປີດໜ້າດິນ ການລະເບີດ ການຂົນສົ່ງ ນໍາໃຊ້ ແລະ ເກັບຮັກສາວັດຖຸ ສານເຄມີອັນຕະລາຍ ການປ່ອຍນ້ໍາອອກຈາກ ອ່າງເກັບນ້ໍາ ເຈົ້າຂອງໂຄງການປະສານສົມທົບກັບຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂະແໜງການ ແລະ ອົງການ ປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເຜີຍແຜ່ບັນດາເອກະສານກ່ຽວກັບສິ່ງແວດລ້ອມ ແລະ ສັງຄົມ ເປັນຕົ້ນ ບົດສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງ ແວດລ້ອມ ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດ ລ້ອມ ບົດລາຍງານການຈັດຕັ້ງປະຕິບັດວຽກງານສິ່ງແວດລ້ອມຂອງໂຄງການ ໂດຍຜ່ານທາງ ສື່ຕ່າງໆ ຜູ້ທີ່ໄດ້ຮັບຜົນກະທົບ ແລະ ຜູ້ທີ່ມີສ່ວນ ຮ່ວມອື່ນສາມາດປະກອບຄໍາຄິດຄໍາເຫັນກ່ຽວກັບ ການຈັດຕັ້ງປະຕິບັດໂຄງການລົງທຶນ ແລະ ກິດຈະ ການຕ່າງໆຜ່ານທາງໂທລະສັບສາຍດ່ວນ ທາງເອເລັກໂຕຣນິກ ສົ່ງຄໍາເຫັນ ຄໍາຮ້ອງທຸກເປັນລາຍ ລັກອັກສອນໃຫ້ເຈົ້າຂອງໂຄງການ ຫຼື ອົງການຈັດ ຕັ້ງລັດທີ່ກ່ຽວຂ້ອງ ຫຼື ຮູບການອື່ນ.

    ການມີສ່ວນຮ່ວມຂອງສັງຄົມໃນໄລຍະສິ້ນສຸດ ໂຄງການ ເຈົ້າຂອງໂຄງການຕ້ອງແຈ້ງໃຫ້ຜູ້ທີ່ໄດ້ຮັບຜົນກະທົບ ແລະ ຜູ້ມີສ່ວນຮ່ວມອື່ນກ່ຽວກັບການດໍາເນີນການປິດ ແລະ ບູລະນະຟື້ນຟູສິ່ງແວດ ລ້ອມຂອງໂຄງການລົງທຶນ ແລະ ກິດຈະການ ຕ່າງໆຂອງຕົນ ພ້ອມທັງໃຫ້ສິດໃນການປະກອບ ຄໍາເຫັນກ່ຽວກັບຜົນສໍາເລັດ ແລະ ບັນຫາຄົງຄ້າງ ໃນການຈັດຕັ້ງປະຕິບັດແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມໃນໄລຍະສິ້ນສຸດໂຄງການ ເຊິ່ງເປັນເງື່ອນໄຂໜຶ່ງໃຫ້ຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມພິຈາລະນາຢັ້ງຢືນການສິ້ນສຸດໂຄງການ.

error: Content is protected !!