ລັດຖະມົນຕີກະຊວງການຕ່າງປະເທດ ພົບປະສອງຝ່າຍກັບບັນດາຫົວໜ້າຄະນະຜູ້ແທນຂອງ ປະເທດສະມາຊິກ ອີຢູ

ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມປຶກສາຫາລືລັດ ຖະມົນຕີ ອີຢູ ອິນໂດ-ປາຊີຟິກ ທີ່ ບຣຸກແຊນ ປະເທດ ແບນຊິກ ໃນວັນທີ 20-21 ພະຈິກ 2025 ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບບັນດາຫົວໜ້າຄະນະຂອງ ປະເທດສະມາຊິກ ອີຢູ.

ໃນການພົບປະສອງຝ່າຍ ລະຫວ່າງ ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ກາຈາ ການລາ (Kaja Kallas) ຮອງປະທານກໍາມາທິການເອີຣົບ ຜູ້ຕາງໜ້າລະດັບສູງດ້ານນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ຜົນສໍາເລັດການຮ່ວມມື ຕະຫຼອດໄລຍະ 50 ປີ ແຫ່ງການພົວພັນການທູດ ລະຫວ່າງ ສປປ ລາວ ແລະ ອີຢູ (21 ພະຈິກ 1975 – 21 ພະຈິກ 2025) ພ້ອມທັງ ຕີລາຄາສູງຕໍ່ຄວາມສໍາຄັນຂອງການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ.

ສອງຝ່າຍເຫັນດີຈະສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຮ່ວມມືທາງດ້ານການພັດທະນາເສດຖະະກິດ-ສັງຄົມ ການຄ້າການລົງທຶນ ແລະ ການທ່ອງທ່ຽວ ໃຫ້ຫຼາຍຂຶ້ນ ພ້ອມດຽວກັນນີ້ ສອງຝ່າຍ ຈະສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະການຮ່ວມມືໃນຂອບ ອາຊຽນ-ອີຢູ.

ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບ ສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າຂອງຝ່າຍອີຢູ ຕະຫຼອດໄລຍະ 5 ທົດສະວັດຜ່ານມາ ພ້ອມທັງໄດ້ສະແດງຄວາມຊົມເຊີຍຝ່າຍອີຢູ ຕໍ່ຜົນສໍາເລັດໃນການຈັດກອງປະຊຸມປຶກສາຫາລືລັດຖະມົນຕີ ອີຢູ ອິນໂດ-ປາຊີຟິກ.

ການພົບປະສອງຝ່າຍ ລະຫວ່າງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໂຈຮານ ເວດພູລ (Johann Wadephul) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ມີຄວາມໝາຍຄວາມສໍາຄັນ ເຊິ່ງເປັນຄັ້ງທໍາອິດຂອງການພົບປະ ພາຍຫຼັງທີ ທັງສອງລັດຖະມົນຕີ ໄດ້ຮັບຕໍາແໜ່ງໃໝ່ ສອງຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ສະພາບການພົ້ນເດັ່ນ ແລະ ສິ່ງທ້າຍທາຍ ໃນພາກພື້ນ ແລະ ສາກົນ ໂດຍສະເພາະ ການແຂງຂັ້ນຂອງປະເທດມະຫາອໍານາດ.

ສອງຝ່າຍເຫັນດີສືບຕໍ່ກົນໄປປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະເທດ ທີ່ມີຢູ່ແລ້ວ ເພື່ອເສີມຂະຫຍາຍການພົວພັນຮ່ວມມື ໃນຂົງເຂດການຮ່ວມມືຂອງສອງປະເທດ ລວມທັງ ບັນດາການຮ່ວມມືເພື່ອການພັດທະນາເສດຖະກິດ-ສັງຄົມ.

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເດວິດ ຟານ ວີລ (David Van Weel) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາ ຈັກ ໂຮນລັງ ໄດ້ສະແດງຄວາມຊົມເຊີຍເຊິ່ງກັນ ແລະ ກັນ ໃນໂອກາດຄົບຮອບ 50 ປີ ວັນສ້າງຕັ້ງສາຍພົວພັນການ ທູດ ລະຫວ່າງ ສປປ ລາວ ແລະ ໂຮນລັງ ພ້ອມນີ້ ສອງຝ່າຍຍັງເຫັນດີຮ່ວມກັນຈະສືບຕໍ່ຮັດແໜ້ນການພົວພັນຮ່ວມມື ໃນບັນດາໂຄງການຕ່າງໆ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ປະເທດ ໂຮນລັງ ໂດຍສະເພາະແມ່ນ ໂຄງການກໍ່ສ້າງພື້ນຖານໂຄງລ່າງ.

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ວິດແມນຕັດສ ເວີບິກກາ (Vidmantas Verbickas) ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ລິດຕົວນີ ສອງຝ່າຍໄດ້ປຶກສາຫາລື ເພື່ອຮັດແໜ້ນການພົວພັນຮ່ວມມືທາງດ້ານການທູດ ລະຫວ່າງ ສອງປະເທດ ລວມທັງ ທິດທາງການຮ່ວມມືເພື່ອການພັດທະນາໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ແຈ້ງເຊື້ອເຊີນບັນດາຫົວໜ້າຄະນະ ຂອງ ປະເທດສະມາຊິກ ອີຢູ ພ້ອມທັງ ໄດ້ຊຸກຍູ້ໃຫ້ບັນດາດັ່ງກ່າວເຂົ້າຮ່ວມ ແລະ ໃຫ້ການສະໜັບສະໜູນການເປັນເຈົ້າພາບຈັັດກອງປະຊຸມທົບທວນຄືນຮອບວຽນທີ 3 ຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຊຶ່ງຈະຈັດຂຶ້ນໃນວັນທີ 14-16 ກັນຍາ 2026 ທີ່ ນະຄອນຫຼວງວຽງຈັນ ໃຫ້ຜົນສໍາເລັດຕາມຄາດໝາຍ.

error: Content is protected !!