ອາກາດ ນ້ຳ ແລະ ອາຫານທີ່ຄົນເຮົາກິນ ລ້ວນແຕ່ອາໄສຄວາມຫຼາກຫຼາຍຂອງຊີວະນາໆພັນ

ອາ­ກາດ​ທີ່​ພວກ​ເຮົາ​ໃຊ້​ໄວ້​ຫາຍ­ໃຈ ນ້ຳ​ທີ່​ພວກ​ເຮົາ​ໃຊ້​ດື່ມ ແລະ ອາ­ຫານ​ທີ່​ພວກ​ເຮົາ​ໃຊ້​ກິນ ລ້ວນ​ແລ້ວ­ແຕ່​ຕ້ອງ​ອາ­ໄສ​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ຊີ­ວະ​ນາ­ນາ​ພັນ​ສ້າງ​ຂື້ນ​ມາ ດັ່ງ­ນັ້ນ ທຸກ​ຄົນ​ຄວນ​ຫັນ​ມາ​ເອົາ­ໃຈ­ໃສ່​ໃນ​ການ​ອະ­ນຸ​ຮັກ​ຊີ­ວະ​ນາ​ພັນ ໃຫ້​ມີ​ຄວາມ​ອຸ­ດົມ­ສົມ­ບູນ ດ້ວຍ​ການ​ຢຸດ​ທຳ­ລາຍ​ປ່າ­ໄມ້ ແລະ ເນື້ອ­ທີ່ ທີ່​ເປັນ​ບ່ອນ​ອາ­ໄສ​ຂອງ​ພືດ​ຊະ­ນິດ​ຕ່າງ.

ຊີ­ວະ​ນາ­ນາ​ພັນ ໝາຍ​ເຖິງ​ຄວາມ​ຫຼາກ​ຫຼາຍ​ຂອງ​ສິ່ງ​ມີ​ຊີ­ວິດ​ຢູ່​ເທິງ​ໜ້າ​ໂລກ ເຊິ່ງ​ເປັນ­ຄວາມ​ຫຼາກ​ຫຼາຍ​ໃນ​ທຸກໆ​ລະ­ດັບ ນັບ​ແຕ່​ດ້ານ​ພັນ­ທຸ​ກຳ ໄປ​ຈົນ​ເຖິງ​ລະ­ບົບ​ນິ­ເວດ ລວມ​ທັງ​ຂະ​ບວນ​ການ​ຕ່າງໆ ທາງ​ນິ­ເວດ ແລະ ວິ­ວັດ­ທະ­ນາ​ການ ທີ່​ເຮັດ​ໃຫ້​ບັນ­ດາ​ສິ່ງ​ທີ່​ມີ​ຊີ­ວິດ​ມີ​ຄວາມ​ຍືນ​ຍົງ​ຄົງ​ຕົວ.

ຄວາມ​ມະ­ຫັດ­ສະ­ຈັນ​ຢ່າງ​ໜຶ່ງ​ຂອງ​ໂລກ​ເຮົາ​ນີ້ ກໍ​ຄື ຄວາມ​ຫຼາກ​ຫຼາຍ​ຂອງ​ຮູບ​ແບບ​ສິ່ງ​ມີ​ຊີ­ວິດ ທີ່​ເກີດ​ຈາກ​ການ​ປ່ຽນ­ແປງ​ວິ­ວັດ­ທະ­ນາ​ການ​ທັງ​ຂອງ​ສິ່ງ​ມີ​ຊີ­ວິດ​ເອງ ແລະ ຂອງ​ສິ່ງ­ແວ­ດລ້ອມ ຄວບ​ຄູ່​ກັນ​ໄປ​ຢ່າງ​ຕໍ່​ເນື່ອງ ຈາກ​ອະ­ດີດ​ເຖິງ​ປັດ­ຈຸ­ບັນ ແລະ ການ​ປ່ຽນ­ແປງ​ນີ້ ຍັງ​ຄົງ​ດຳ­ເນີນ​ໄປ​ບໍ່​ມີ​ມື້​ສີ້ນ​ສຸດ ສ່ວນ​ຄວາມ​ຫຼາກ​ຫຼາຍ​ຂອງ​ຊີ­ວະ​ນາໆພັນ (Biodiversity) ມີ​ຫຼາຍ​ລະ­ດັບ ກໍ​ຄື ລະ­ດັບ​ຄວາມ​ຫຼາກ​ຫຼາຍ​ຂອງ​ສິ່ງ​ມີ​ຊີ­ວິດ​ນາໆ​ຊະ­ນິດ (Species diversity) ບໍ່​ວ່າ​ຈະ​ເປັນ​ພວກ​ຈຸ​ລະ​ຊີບ ພືດ ສັດ ລວມ​ທັງ​ມະ­ນຸດ ສິ່ງ​ມີ​ຊີ­ວິດ​ແຕ່​ລະ​ຊະ­ນິດ ລ້ວນ​ແຕ່​ມີ​ອົງ​ປະ­ກອບ​ທາງ​ພັນ­ທຸ​ກຳ​ທີ່​ແຕກ​ຕ່າງ​ຜັນ​ແປ​ກັນ​ອອກ​ໄປ​ຢ່າງ​ຫຼວງ­ຫຼາຍ (Genetic diversity) ເພື່ອ​ໃຫ້​ເກີດ​ຄວາມ​ສອດ­ຄ່ອງ​ເໝາະ​ສົມ​ກັບ​ສະ­ພາບ​ແຫຼ່ງ​ທີ່­ຢູ່​ອາ­ໄສ​ໃນ​ແຕ່​ລະ​ແຫ່ງ ອັນ​ເປັນ​ລະ­ບົບ​ນິ­ເວດ​ທີ່​ຊັບ­ຊ້ອນ ແລະ ຫຼາກ​ຫຼາຍ​ໃນ​ບໍ­ລິ­ເວນ​ຕ່າງໆ​ຂອງ​ໂລກ (Ecological diversity) ຄວາມ​ຫຼາກ​ຫຼາຍ​ຂອງ​ສິ່ງ​ມີ​ຊີ­ວິດ​ປະ­ກອບ​ມີ 2 ລັກ­ສະ­ນະ​ສອດ­ຄ່ອງ​ກັນ ຄື: ມີ​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ຊະ­ນິດ (Species richness) ໝາຍ​ເຖິງ​ຈຳ­ນວນ​ຊະ­ນິດ​ຂອງ​ສິ່ງ​ມີ​ຊີ­ວິດ​ຕໍ່​ຫົວ­ໜ່ວຍ​ເນື້ອ­ທີ່ ແລະ ຕ້ອງ​ມີ​ຄວາມ​ສະ​ໝ່ຳ​ສະ­ເໝີ​ຂອງ​ຊະ­ນິດ (Species everness) ຈຶ່ງ​ຈະ​ຖື​ໄດ້​ວ່າ​ມີ​ຄວາມ​ຫຼາກ​ຫຼາຍ​ທາງ​ຊີ­ວະ​ນາໆພັນ ນັກ­ວິ­ທະ­ຍາ­ສາດ​ຄາດ​ຄະ­ເນ​ວ່າ ຊະ­ນິດ​ຂອງ​ສິ່ງ​ມີ​ຊີ­ວິດ​ເທິງ​ໜ້າ​ໂລກ ມີ​ປະ­ມານ 5-30 ລ້ານ​ຊະ­ນິດ ປະ­ກອບ​ດ້ວຍ​ພືດ ສັດ ແລະ ຈຸ​ລະ​ຊີບ​ແຕ່​ທີ່​ໄດ້​ມີ​ການ​ສຶກ​ສາ​ມາ ໂດຍ​ໃຊ້​ຫຼັກ­ການ​ທາງ​ວິ­ທະ­ຍາ­ສາດ​ມີ​ຢູ່​ປະ­ມານ 2 ລ້ານ​ຊະ­ນິດ​ເທົ່າ​ນັ້ນ ໃນ​ຈຳ­ນວນ 2 ລ້ານ​ຊະ­ນິດ​ທີ່​ຮູ້­ຈັກ​ກັນ ແລ້ວ­ນີ້​ມີ​ພຽງ​ເລັກ​ນ້ອຍ ປະ­ມານ 0,01% ທີ່​ນັກ­ວິ­ທະ­ຍາ­ສາດ​ໄດ້​ສຶກ​ສາ ແລະ ກວດ​ສອບ​ເຖິງ​ຄຸນ​ລັກ­ສະ­ນະ​ທີ່​ຈະ​ນຳ​ມາ​ເປັນ​ປະ­ໂຫຍດ​ຕໍ່​ມະ­ນຸດ ໃນ​ຮູບ​ແບບ​ຕ່າງໆ ທັງ​ທາງ​ກົງ ແລະ ທາງ​ອ້ອມ ຕົວ­ຢ່າງ ສິ່ງ​ມີ​ຊີ­ວິດ​ທີ່​ໄດ້​ມີ​ການ​ສຶກ​ສາ​ມາ​ປະ­ກອບ​ມີ ເຊື້ອ​ໄວ​ຣັສ (Virus) 1.000 ຊະ­ນິດ ແບັກ​ທີ​ເຣຍ 4.760 ຊະ­ນິດ ເຊື້ອ​ຣາ 7.000 ຊະ­ນິດ ເທົ່າ 26.900 ຊະ­ນິດ ສັດ​ເອ­ກະ​ຈຸ​ລັງ 30.800 ຊະ­ນິດ ສັດ​ບໍ່​ມີ​ກະ­ດູກ​ສັນ­ຫຼັງ 99.000 ຊະ­ນິດ ສັດ​ມີ​ກະ­ດູກ​ສັນ­ຫຼັງ 44.000 ຊະ­ນິດ ກະ­ຈາຍ​ຢູ່​ຕາມ​ສ່ວນ​ຕ່າງໆ​ຂອງ​ໂລກ ຈຳ­ນວນ​ປະ­ຊາ­ກອນ ແລະ ຈຳ­ນວນ​ຊະ­ນິດ​ຂອງ​ສິ່ງ​ມີ​ຊີ­ວິດ​ຈະ​ແຕກ​ຕ່າງ​ກັນ​ອອກ​ໄປ ຕາມ​ສິ່ງ­ແວ­ດລ້ອມ​ທີ່​ສິ່ງ​ມີ​ຊີ­ວິດ​ອາ­ໄສ​ຢູ່.

ຄວາມ​ຫຼາກ​ຫຼາຍ​ຂອງ​ຊີ­ວະ​ນາໆພັນ​ເປັນ​ຈຸດ​ສຳ­ຄັນ ທີ່​ເຮັດ​ໃຫ້​ລະ­ບົບ​ໃນ​ທຳ​ມະ​ຊາດ​ສາ­ມາດ​ດຳ­ລົງ​ຢູ່​ໄດ້​ພາຍ​ໃຕ້​ສະ­ພາບ​ຂອງ​ສິ່ງ­ແວ­ດລ້ອມ​ທີ່​ປ່ຽນ­ແປງ ດັ່ງ­ນັ້ນ ຄວາມ​ຫຼາກ​ຫຼາຍ​ຊີ­ວະ​ນາ­ນາ​ພັນ ຈຶ່ງ​ມີ​ຄວາມ​ສຳ­ຄັນ​ຍິ່ງ​ຕໍ່​ສິ່ງ­ແວ­ດລ້ອມ​ເສດ­ຖະ­ກິດ ແລະ ວັດ­ທະ­ນະ­ທຳ ແຕ່​ໃນ​ປັດ­ຈຸ­ບັນ ມະ­ນຸດ ເປັນ​ຜູ້​ທີ່​ພະ­ຍາ­ຍາມ​ທຳ­ລາຍ​ຄວາມ​ຫຼາກ​ຫຼາຍ​ດັ່ງ­ກ່າວ​ໃຫ້​ຫຼຸດ​ລົງ ແລະ ໄດ້​ພະ­ຍາ­ຍາມ​ສ້າງ​ສິ່ງ​ທີ່​ທົດ​ແທນ ດ້ວຍ​ຄວາມ​ຫຼາກ​ຫຼາຍ​ທີ່­ຢູ່​ໃນ​ລະ­ດັບ​ຕ່ຳ​ກວ່າ ເຊັ່ນ: ການ​ຕັດ​ໄມ້​ທຳ­ລາຍ​ປ່າ​ແລ້ວ​ປູກ​ທົດ​ແທນ ເຊິ່ງ​ປ່າ​ດັ່ງ­ກ່າວ ເປັນ​ລະ­ບົບ​ນິ­ເວດ​ທີ່​ມີ​ຄວາມ​ຫຼາກ​ຫຼາຍ​ທາງ​ຊີ­ວະ​ພາບ​ຕໍ່​ເນື່ອງ ຈາກ​ມີ​ສິ່ງ​ມີ​ຊິ­ວິດ​ໜ້ອຍ​ຊະ­ນິດ ຈຶ່ງ​ເຮັດ​ໃຫ້​ລະ­ບົບ​ນິ­ເວດ​ໃໝ່​ບໍ່​ທົນ​ທານ​ຕໍ່​ການ​ຜັນ​ແປ​ຂອງ​ສິ່ງ­ແວ­ດລ້ອມ ເຊັ່ນ: ເກີດ​ການ​ລະ­ເບີດ​ຂອງ​ເຊື້ອ​ຣາ ແລະ ອື່ນໆ ສຸດ​ທ້າຍ​ມະ­ນຸດ​ຈະ​ຕ້ອງ​ເປັນ​ຜູ້​ທີ່​ເຂົ້າ​ໄປ​ເບິ່ງ­ແຍງ​ຮັກ­ສາ ເພື່ອ​ໃຫ້​ລະ­ບົບ​ນິ­ເວດ​ມີ​ຄວາມ​ຍືນ​ຍົງ ເຊັ່ນ: ການ​ຊີດ​ພົ່ນ​ສານ​ເຄ​ມີ​ກຳ­ຈັດ​ແມງ­ໄມ້ ເຊື້ອ​ຣາ ອັນ​ເປັນ​ພື້ນ­ຖານ​ຂອງ​ບັນ­ຫາ​ການ​ນຳ​ໃຊ້​ສານ​ເຄ​ມີ​ເຂົ້າ​ສູ່​ລະ­ບົບ​ນິ­ເວດ ເປັນ​ການ​ທຳ­ລາຍ​ຄວາມ​ຫຼາກ​ຫຼາຍ​ຊີ­ວະ​ນາ­ນາ​ພັນ​ຢ່າງ​ຮ້າຍ​ແຮງ ແລະ ເປັນ​ວົງ​ກວ້າງ ນອກ­ຈາກ​ນີ້ ຄວາມ​ຫຼາກ​ຫຼາຍ​ຊີ­ວະ​ນາໆພັນ ຍັງ​ຖືກ​ຄຸກ​ຄາມ​ຈາກ​ການ​ປ່ຽນ­ແປງ​ທາງ​ທຳ​ມະ​ຊາດ ເຊັ່ນ: ແຜນ​ດິນ​ໄຫວ ນ້ຳ​ຖ້ວມ ແລະ ອື່ນໆ ສົ່ງ​ຜົນ​ໃຫ້​ສິ່ງ​ມີ​ຊີ­ວິດ​ໃນ​ເນື້ອ­ທີ່​ຂອງ​ລະ­ບົບ​ນິ­ເວດ​ທຳ​ມະ​ຊາດ​ປ່ຽນ­ແປງ​ໄປ​ນຳ ເຊິ່ງ​ສິ່ງ​ທີ່​ມີ​ຊີ­ວິດ​ຊະ­ນິດ​ໃດ​ທີ່​ບໍ່​ສາ­ມາດ​ປັບ​ຕົວ​ໄດ້​ກໍ​ອາດ​ສູນ­ພັນ ເຊິ່ງ​ເປັນ​ການ​ສູນ​ເສຍ​ທີ່​ບໍ່​ອາດ​ກັບ​ຄືນ​ມາ​ໄດ້ ແລະ ຖ້າ​ສິ່ງ​ມີ​ຊີ­ວິດ​ຊະ­ນິດ​ໃດ​ປັບ​ຕົວ​ໄດ້​ອາດ​ຕ້ອງ​ມີ​ການ​ປັບ​ພຶດ­ຕິ​ກຳ ເພື່ອ​ທີ່​ຈະ​ສ້າງ ແລະ ພັດ­ທະ­ນາ​ໃຫ້​ລະ­ບົບ​ນິ­ເວດ​ທີ່​ອາ​ໃສ​ໃຫ້​ມີ​ຄວາມ​ສົມ­ບູນ ແລະ ຍືນ​ຍົງ.

error: Content is protected !!