ສະຫວັນເມືອງຄົນ

ຮັກ​ກັບ​ສາວ​ໜ້າ​ເປີ່ນ​ເວີ່ນ ຊື່​ນາງ ທອງ​ຍວກ ກາ​ໄດ້​ເກືອບ 3 ປີ ບ່າວ​ສີ​ເຈີດ ກໍ​ໝັ້ນ​ໃຈ​ໄດ້​ວ່າ​ຕົນ​ເອງ​ສາ­ມາດ​ຂໍ​ຮ້ອງ­ທຸກ​ສິ່ງ​ທຸກ​ຢ່າງ​ໄດ້​ຈາກ​ນາງ.

ຄືນ​ໜຶ່ງ​ເດິກ​ສົມ­ຄວນ​ແລ້ວ ແຕ່​ບ່າວ​ສີ​ເຈີດ ກັບ​ນາງ ທອງ​ຍວກ ຍັງ​ນັ່ງ​ແອ່ວ ແລະ ກ້ຽວ​ພາ­ລາ​ສີ​ກັນ​ຢູ່​ກ້ອງ​ຕົ້ນ​ໝາກ​ຕ້ອງ​ຮິມ​ສວນ ພໍ­ໄດ້​ລຶກ​ງາມ​ຍາມ​ດີ ຝ່າຍ​ຊາຍ​ກໍ​ອອກ­ປາກ​ຊັກ​ຊວນ​ວ່າ:

“ໃນ​ມື້​ວາ​ເລັນ​ທາຍ​ຊິ​ມາ ອ້າຍ​ຢາກ​ຊວນ​ນ້ອງ​ໄປ​ສະ­ຫວັນ​ກັບ​ອ້າຍ​ຊິ​ໄດ້​ບໍ່?” ໄດ້​ຍິນ​ແນວ​ນັ້ນ ສາວ​ທອງ ຍວກ ກໍ​ໜ້າ​ແດງ​ຂຶ້ນ​ປານ​ໝາກ­ເຜັດ​ສຸກ ນາງ​ລຸກ­ຂຶ້ນ​ແລ້ວ​ຕອບ​ສຽງ​ແຂງໆ​ວ່າ:

“ນ້ອງ​ບໍ່​ເປັນ​ຍິງ​ປະ­ເພດ​ນັ້ນ​ເນີ​ຊິ​ບອກ​ໃຫ້…” ອ້າຍ​ຢ່າ​ຫວັງ ? ທ້າວ ສີ​ເຈີດ ຮີບ​ເວົ້າ​ຕັດ​ຂຶ້ນ​ວ່າ:

“ແມ່​ອ້າຍ​ຢູ່​ສະ­ຫວັນ​ຢາກ​ເຫັນ​ໜ້າ​ນ້ອງ​ຊັ້ນ​ນ່າ​ຄົນ​ດີ ! ຢ່າ​ຄິດ​ຜິດ !”

error: Content is protected !!