ບໍ່ສະເພາະແຕ່ລົດ ຄົນຍ່າງກໍຕ້ອງປະຕິບັດລະບຽບ

ຖ້າ​ເວົ້າ​ເຖິງ​ການ​ສັນ­ຈອນ​ແລ້ວ ຫຼາຍ​ທ່ານ​ກໍ​ຄົງ​ຄິດ​ວ່າ​ມີ​ແຕ່​ຍວນ​ຍານ­ພາ­ຫະ­ນະ​ທີ່​ຕ້ອງ​ປະ­ຕິ­ບັດ​ລະ­ບຽບ​ການ​ສັນ­ຈອນ ແຕ່​ຄວາມ​ເປັນ​ຈິງ​ແລ້ວ ຄົນ​ຍ່າງ​ເອງ​ກໍ​ຕ້ອງ​ປະ­ຕິ­ບັດ​ລະ­ບຽບ​ເຊັ່ນ​ດຽວ​ກັນ ເພື່ອ​ຫຼີກ​ລ່ຽງ​ບໍ່​ໃຫ້​ເກີດ​ອຸ­ບັດ­ເຫດ​ທີ່​ອາດ​ຈະ​ເກີດ​ຂຶ້ນ ເນື່ອງ​ຈາກ​ໃນ​ໄລ­ຍະ​ຜ່ານ​ມາ ກໍ​ເຄີຍ​ມີ​ຂ່າວ​ອອກ​ຜ່ານ​ສື່​ຕ່າງໆ​ວ່າ​ມີ​ອຸ­ບັດ­ເຫດ​ທີ່​ຄູ່​ກໍ­ລະ­ນີ​ເປັນ​ຄົນ​ຍ່າງ.

ດັ່ງ­ນັ້ນ ໃນ​ຄໍ​ລຳ​ຈະ­ລາ­ຈອນ​ມື້­ນີ້ ຜູ້​ຂຽນ​ຂໍ​ນຳ​ສະ­ເໜີ ລະ­ບຽບ​ສຳ­ລັບ​ຄົນ​ຍ່າງ​ທີ່​ຕ້ອງ​ປະ­ຕິ­ບັດ ເຊິ່ງ​ລະ­ບຽບ​ດັ່ງ­ກ່າວ​ນີ້ ແມ່ນ​ໄດ້​ກຳ­ນົດ​ໃນ​ກົດ­ໝາຍ​ວ່າ​ດ້ວຍ​ການ​ຈະ­ລາ­ຈອນ​ທາງ­ບົກ ໃນ​ມາດ­ຕາ 10 ເຊິ່ງ​ໃນ​ມາດ­ຕາ​ດັ່ງ­ກ່າວ​ລະ­ບຸ​ເຖິງ​ການ​ຍ່າງ​ຕາມ​ທາງ ແລະ ຍ່າງ​ຂ້າມ​ທາງ ໃນ​ຕົວ​ເມືອງ ແລະ ເທ­ສະ​ບານ ໃຫ້​ປະ­ຕິ­ບັດ​ດັ່ງ­ນີ້:

ຍ່າງ​ໄປ​ຕາມ​ທາງ​ທີ່​ໄດ້​ກຳ­ນົດ​ໄວ້​ສຳ­ລັບ​ໃຫ້​ຄົນ​ຍ່າງ ຖ້າ​ຫາກ​ບໍ່​ມີ​ທາງ​ສຳ­ລັບ​ຄົນ​ຍ່າງ ກໍ​ໃຫ້​ຍ່າງ​ລຽບ​ຕາມ​ແຄມ​ທາງ​ເບື້ອງ​ຊ້າຍ ເພື່ອ​ສາ­ມາດ​ແນມ​ເຫັນ​ລົດ​ທີ່​ແລ່ນ​ເຂົ້າ​ມາ​ຫາ​ຕົນ​ເອງ ຖ້າ​ຫາກ​ມີ​ຫຼາຍ​ຄົນ​ຍ່າງ​ນຳ​ກັນ ໃຫ້​ຍ່າງ​ຕາມ​ຫຼັງ​ກັນ​ເປັນ​ແຖວ​ດຽວ ແລະ ແນບ​ເຂົ້າ​ແຄມ​ທາງ ຍົກ­ເວັ້ນ​ການ​ສວນ­ສະ­ໜາມ ຂະ​ບວນ​ທາງ​ການ ຂະ​ບວນ​ແຫ່​ພິ­ທີ​ທາງ​ສາ­ສະ­ໜາ ສົ່ງ­ສະ­ການ ຫຼື ຂະ​ບວນ​ຍ່າງ​ອື່ນໆ​ທີ່​ໄດ້​ຮັບ​ອະ­ນຸ­ຍາດ.

ຍ່າງ​ຂ້າມ​ຕາມ​ທາງ​ມ້າ​ລາຍ ບ່ອນ​ມີ​ໄຟ​ສັນ­ຍານ ຂົວ​ຂ້າມ​ທາງ ອຸ​ໂມງ ຫຼື ບ່ອນ​ທີ່​ກຳ­ນົດ​ໄວ້ ຖ້າ​ຫາກ​ບໍ່​ມີ​ບ່ອນ​ຂ້າມ​ທາງ ອຸ­ມົງ ຫຼື ບ່ອນ​ທີ່​ກຳ­ນົດ​ໄວ້ ຖ້າ​ຫາກ​ບໍ່​ມີ​ບ່ອນ​ຂ້າມ​ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ນີ້ ໃຫ້​ຍ່າງ​ຂ້າມ​ທາງ​ຢູ່​ບ່ອນ​ທີ່​ເຫັນ​ວ່າ​ມີ​ຄວາມ​ປອດ​ໄພ.

ພ້ອມ​ນັ້ນ ໃນ​ມາດ­ຕາ​ດັ່ງ­ກ່າວ​ຍັງ​ລະ­ບຸ​ວ່າ ທຸກ​ຄົນ​ມີ­ໜ້າ​ທີ່​ຊ່ວຍ­ເຫຼືອ​ເດັກ­ນ້ອຍ ຜູ້​ເຖົ້າ ຄົນ​ພິ­ການ ແລະ ຜູ້​ບໍ່​ສາ­ມາດ​ຊ່ວຍ​ຕົນ​ເອງ​ໄດ້​ໃນ​ເວ­ລາ​ຍ່າງ​ຂ້າມ​ທາງ.

ຖ້າ​ເບິ່ງ​ຕາມ​ສະ­ພາບ​ຕົວ​ຈິງ ຄົນ​ຍ່າງ​ຕາມ​ເສັ້ນ­ທາງ​ຕ່າງໆ ອາດ​ຍັງ​ບໍ່​ທັນ​ຮູ້​ແຈ້ງ​ໃນ​ລະ­ບຽບ​ດັ່ງ­ກ່າວ ເຊິ່ງ​ເຫັນ​ໄດ້​ວ່າ​ຍັງ​ບໍ່​ທັນ​ປະ­ຕິ­ບັດ​ໄດ້​ດີ ຄົນ​ສ່ວນ​ຫຼາຍ​ຍັງ​ຍ່າງ​ແນວ​ຂວາ ຂ້າມ​ທາງ​ໃນ​ຈຸດ​ທີ່​ມີ​ຄວາມ​ສ່ຽງ​ເຊັ່ນ ທາງ​ໂຄ້ງ ທາງ​ແຍກ ທີ່​ບໍ່​ສາ­ມາດ​ເບິ່ງ​ເຫັນ​ລົດ​ທີ່​ຈະ​ເຂົ້າ​ມາ​ຫາ​ຕົນ​ເອງ ບາງ​ກໍ­ລະ­ນີ​ກໍ​ຍ່າງ​ລຽບ​ດອນ​ກາງ​ທາງ ແລະ ອື່ນໆ ເບິ່ງ​ແລ້ວ​ບໍ່​ມີ​ຄວາມ​ປອດ​ໄພ.

ຢ່າງ­ໃດ​ກໍ​ຕາມ ນອກ­ຈາກ​ລະ­ບຽບ​ສຳ­ລັບ​ຄົນ​ຍ່າງ ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ​ແລ້ວ ຄົນ​ຍ່າງ​ເອງ​ກໍ​ຕ້ອງ​ມີ​ສະ­ຕິ​ຕື່ມ​ອີກ ເພື່ອ​ຄວາມ​ປອດ​ໄພ​ຂອງ​ຕົນ​ເອງ.

ໂດຍ: ເມັດ​ຝົນ

error: Content is protected !!