ໃຫ້ຄວາມຮູ້ການສົ່ງເສີມສຸຂະພາບຂອງແມ່ ແລະ ເດັກ

ເພື່ອ​ສົ່ງ­ເສີມ​ສຸ­ຂະ­ພາບ​ຂອງ​ແມ່­ຍິງ​ໃນ​ໄລ­ຍະ​ຖື­ພາ ເກີດ ແລະ ຫຼັງ​ເກີດ​ລູກ ທັງ​ເປັນ​ການ​ໃຫ້​ຄວາມ​ຮູ້​ແກ່​ແມ່​ໃນ​ໄລ­ຍະ​ຖື­ພາ ສາ­ມີ ຄອບ­ຄົວ​ໄດ້​ຮູ້ ແລະ ເຂົ້າ­ໃຈ​ກ່ຽວ​ກັບ​ການ​ກັນ ຕອບ​ໂຕ້ ແລະ ຄວບ​ຄຸມ­ພະ​ຍາດ​ອັກ­ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອ​ຈຸ​ຣະ​ໂລກ​ສາຍ​ພັນ​ໃໝ່ ແລະ ເພື່ອ​ເປັນ​ການ​ແລກ­ປ່ຽນ​ປະ­ສົບ​ການ​ລະ­ຫວ່າງ​ຜະ­ດຸງ­ຄັນ ແມ່​ຖື­ພາ ຄອບ­ຄົວ ກ່ຽວ​ກັບ​ການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່ ແລະ ໂພ­ຊະ​ນາ​ການ​ໃນ​ແມ່­ຍິງ​ຖື­ພາ ແລະ ສະ­ເຫຼີມ­ສະ­ຫຼອງ​ວັນ​ຜະ­ດຸງ­ຄັນ​ສາ­ກົນ ກໍ​ຄື​ວັນ​ຜະ­ດຸງ­ຄັນ​ລາວ ຄົບ­ຮອບ 10 ປີ ທີ່​ຈະ​ມາ​ເຖິງ.

ໂຮງ­ໝໍ​ແມ່ ແລະ ເດັກ ຮ່ວມ​ກັບ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ ເພື່ອ​ປະ­ຊາ­ກອນ ກົມ​ການ​ສຶກ​ສາ​ສາ­ທາ­ລະ­ນະ​ສຸກ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໄດ້​ຈັດ​ກິດ­ຈະ­ກຳ​ບໍ­ລິ­ການ​ສຸ­ຂະ­ພາບ​ຂອງ​ແມ່ ແລະ ເດັກ ໃຫ້​ແມ່­ຍິງ​ຖື­ພາ ແລະ ແມ່​ຫຼັງ​ເກີດ​ລູກ ຂຶ້ນ​ວັນ​ທີ 23 ກໍ­ລະ­ກົດ 2020 ຢູ່​ໂຮງ­ໝໍ​ດັ່ງ­ກ່າວ ໂດຍ​ມີ​ທ່ານ ຜາ​ສຸກ ວົງ​ວິ­ຈິດ ຫົວ­ໜ້າ​ກົມ​ການ​ສຶກ​ສາ​ສາ­ທາ­ລະ­ນະ​ສຸກ ພ້ອມ​ດ້ວຍ​ແພດ​ຜະ­ດຸງ­ຄັນ ແມ່­ຍິງ​ຖື­ພາ ເຂົ້າ​ຮ່ວມ.

ທ່ານ ຜາ​ສຸກ ວົງ​ວິ­ຈິດ ກ່າວ​ວ່າ: ມື້­ນີ້ ເປັນ​ມື້​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳ­ຄັນ ທີ່​ຜະ­ດຸງ­ຄັນ​ທົ່ວ​ປະ­ເທດ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ ເຕົ້າ­ໂຮມ​ຄວາມ​ສາ­ມັກ­ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ ຈັດ​ກິດ­ຈະ­ກຳ​ນີ້​ຂຶ້ນ ເພື່ອ​ເປັນ​ການ​ສັນ­ລະ­ເສີນ​ຜົນ­ງານ​ການ­ເຄື່ອນ­ໄຫວ​ຂອງ​ຜະ­ດຸງ­ຄັນ​ໃນ​ໄລ­ຍະ​ຜ່ານ​ມາ ຜະ­ດຸງ­ຄັນ​ແມ່ນ​ບຸກ­ຄົນ​ທີ່​ສຳ­ຄັນ​ໃນ​ການ​ດູ​ແລ​ສຸ­ຂະ­ພາບ​ແມ່ ແລະ ເດັກ ຄອບ­ຄົວ ແລະ ຊຸມ​ຊົນ ເພື່ອ​ຫຼຸດ­ຜ່ອນ​ອັດ­ຕາ​ການ​ຕາຍ​ຂອງ​ແມ່ ແລະ ເດັກ​ໃຫ້​ຕ່ຳ​ລົງ ເຊິ່ງ​ໄລ­ຍະ​ຜ່ານ​ມາ​ຕົວ​ເລກ​ອັດ­ຕາ​ການ​ຕາຍ​ຂອງ​ແມ່​ຢູ່​ປະ­ເທດ​ລາວ ແມ່ນ​ສູງ​ທີ່​ສຸດ​ທຽບ­ໃສ່​ປະ­ເທດ​ໃນ​ອາ­ຊີ​ຕາ­ເວັນ​ອອກ​ສ່ຽງ​ໃຕ້ ອັດ­ຕາ​ການ​ຕາຍ​ຂອງ​ແມ່ ສາ­ເຫດ​ຫຼັກ​ແມ່ນ​ການ​ຕົກ​ເລືອດ​ຫຼັງ​ເກີດ ຮອງ​ລົງ​ມາ​ແມ່ນ​ເລືອດ​ອອກ​ໃນ​ໄລ­ຍະ​ຖື­ພາ ພາ­ວະ​ຊັກ​ກະ­ຕຸກ ການ​ຕິດ­ເຊື້ອ​ຫຼັງ​ເກີດ ການ​ຫຼຸ​ລູກ ແລະ ອື່ນໆ.

ເພື່ອ​ຫຼຸດ­ຜ່ອນ​ບັນ­ຫາ​ດັ່ງ­ກ່າວ ຜະ­ດຸງ­ຄັນ​ຕ້ອງ​ເນັ້ນ​ໃສ່​ການ​ກວດ ແລະ ກັ່ນ​ຕອງ​ສຸ­ຂະ­ພາບ​ຂອງ​ແມ່​ໃນ​ໄລ­ຍະ​ຖື­ພາ ເກີດ​ລູກ ແລະ ຫຼັງ​ເກີດ ຖ້າ​ມີ​ການ​ກັ່ນ​ຕອງ​ທີ່​ດີ​ແຕ່​ເລີ່ມ​ຕົ້ນ​ຈະ​ເຮັດ​ໃຫ້​ປ້ອງ​ກັນ​ການ​ເກີດ​ພາ­ວະ​ແຊກ​ຊ້ອນ​ຕໍ່​ແມ່ ແລະ ເດັກ ພ້ອມ​ນີ້​ຄະ­ນະ​ບໍ­ລິ­ຫານ​ຂອງ​ຜະ­ດຸງ­ຄັນ​ທົ່ວ​ປະ­ເທດ ຕ້ອງ​ສຸມ​ທຸກ​ກຳ­ລັງ​ແຮງ​ໃນ​ການ​ໃຫ້​ບໍ­ລິ­ການ​ສຸ­ຂະ­ພາບ​ແມ່­ຍິງ​ຖື­ພາ ເກີດ​ລູກ ຫຼັງ​ເກີດ​ລູກ ເດັກ​ເກີດ​ໃໝ່ ເດັກ­ນ້ອຍ ແລະ ຍິງ​ໄວ​ຈະ ເລີນ​ພັນ ເພື່ອ​ຊ່ວຍ​ຫຼຸດ­ຜ່ອນ​ອັດ­ຕາ​ການ​ຕາຍ​ຂອງ​ແມ່ ແລະ ເດັກ ໃນ ສປປ ລາວ.

error: Content is protected !!