ຫ້າມສວຍໂອກາດຂຶ້ນລາຄາສິນຄ້າໄລຍະການເຝົ້າລະວັງພະຍາດ COVID-19 

       ປັດຈຸບັນທີ່ຫຼາຍປະເທດໄດ້ຮັບຜົນກະທົບຈາກການແຜ່ລະບາດເປັນວົງກວ້າງຂອງເຊື້ອພະຍາດຈຸລະໂຣກສາຍພັນໃໝ່ (COVID-19) ເຖິງວ່າ ສປປ ລາວ ບໍ່ທັນມີຜູ້ຕິດເຊື້ອພະຍາດດັ່ງກ່າວ ແຕ່ກໍມີຄວາມສ່ຽງສູງ ເພື່ອຮັບມືໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດ ວັນທີ 18 ມີນາ 2020 ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ອອກແຈ້ງການເຖິງຜູ້ອຳນວຍການ ຜູ້ຈັດການ ເຈົ້າຂອງວິສາຫະກິດ ບັນດາສູນການຄ້າ ຮ້ານສັບພະສິນຄ້າ ຕະຫຼາດ ໂຮງຈັກໂຮງງານ ແລະ ໂຮງຊ່າງຫັດຖະກຳ ຢູ່ ນວ ຮ່ວມແຮງຮ່ວມໃຈກັນຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງ ກ່າວ ແລະ ຫ້າມສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການຢ່າງເດັດຂາດ.

    ແຈ້ງການສະບັບດັ່ງກ່າວ ແມ່ນໃຫ້ທຸກຫົວໜ່ວຍວິສາຫະກິດ ຈົ່ງໃຫ້ການຮ່ວມມືໃນການປະຕິບັດມາດຕະການເພື່ອຕ້ານ ແລະ ສະກັັດກັ້ນພະຍາດນີ້ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍໃຫ້ມີການຕິດຕາມຂໍ້ມູນຂ່າວສານແຈ້ງເຕືອນຈາກຄະນະສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງ ປະຕິບັດຕາມມາດຕະການປ້ອງກັນຕາມຫຼັກວິຊາການທີ່ຂະແໜງສາທາລະນະສຸກວາງອອກຢ່າງເຂັ້ມງວດ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການຕາມລຳພັງໃຈ ກັກຕຸນສິນຄ້າທີ່ເປັນການກະທຳເອົາປຽບຜູ້ບໍລິໂພກໂດຍບໍ່ຊອບທຳ ແລະ ຈຳໜ່າຍສິນຄ້າທີ່ບໍ່ມີຄວາມປອດໄພດ້ານຄຸນນະພາບຢ່າງເດັດຂາດ ພ້ອມນີ້ ກໍໃຫ້ນຳເອົາສິນຄ້າຂອງຕົນອອກຈຳໜ່າຍສູ່ສັງຄົມເປັນປົກກະຕິ   ການດຳເນີນທຸລະກິດຂອງທຸກຫົວ ໜ່ວຍວິສາຫະກິດແມ່ນໃຫ້ສືບຕໍ່ເຄື່ອນໄຫວຕາມວັດຖຸປະສົງຢ່າງຕໍ່ເນື່ອງ.

    ຖ້າພາກສ່ວນທຸລະກິດໃດມີຄວາມຫຍຸ້ງຍາກ ຫຼື ມີຄວາມຈໍາເປັນໃນການເຄື່ອນໄຫວດໍາເນີນທຸລະກິດ ໃນໄລຍະການເຝົ້າລະວັງເຊື້ອພະຍາດ COVID-19 ໃຫ້ສະເໜີມາຍັງພະແນກອຸດສາຫະກໍາ ແລະ ການຄ້າ ນວ ເພື່ອຄົ້ນຄວ້້າ ນຳສະເໜີ ແລະ ພິຈາລະນາແກ້ໄຂຕາມລະບຽບການ ຈຶ່ງແຈ້ງໃຫ້ທຸກພາກສ່ວນ ກ່ຽວຂ້ອງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ ຖ້າຫາກມີການລະເມີດຂໍ້ຫ້າມທີ່ໄດ້ກ່າວມາຂ້າງເທິງ ຈະຖືກປະຕິບັດມາດຕະການຕາມລະບຽບກົດໝາຍ ເຊິ່ງສາມາດຕິດຕໍ່ພົວພັນໄດ້ເບີໂທ 021 415877 ແລະ ເບີສາຍດ່ວນ 1510. 

error: Content is protected !!