ກອງປະຊຸມໃຫຍ່ຄັ້ງທີ V ອົງຄະນະພັກເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ອັດລົງດ້ວຍຜົນສຳເລັດຈົບງາມ ໃນວັນທີ 22 ກໍລະກົດ 2020 ທີ່ສຳນັກງານປົກຄອງເມືອງປາກງື່ມ ນະຄອນຫຼວງວຽງຈັນ ເປັນປະທານຂອງສະຫາຍ ຄຳໝູນ ຕຽງທະລາດ ກຳມະການພັກນະຄອນຫຼວງ ເລຂາພັກເມືອງ ເຈົ້າເມືອງປາກງື່ມ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສີຫຸນ ສິດທິລືໄຊ ຮອງເລຂາ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍ ຄະນະປະຈຳພັກ ຄະນະພັກ ນວ ຫົວໜ້າພະແນກການ ຜູ້ແທນສົມບູນ 115 ສະຫາຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ ບັນດາຜູ້ແທນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກເອົາຄະນະບໍລິຫານງານຊຸດໃໝ່ບົນພື້ນຖານເງື່ອນໄຂທີ່ໄດ້ກຳນົດໄວ້ ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງ 27 ສະຫາຍ ຍິງ 5 ສະຫາຍ ເລືອກໄດ້ 23 ສະຫາຍ ຍິງ 4 ສະຫາຍ ໃນນີ້ໄດ້ເລືອກເອົາ 7 ສະຫາຍເປັນຄະນະປະຈຳພັກ ມີ ສະຫາຍ ຄຳໝູນ ຕຽງທະລາດ ສະຫາຍ ຂັນທີ ສີວິໄລ ສະຫາຍ ນາງ ອາມິດຕາ ສີປະມວນ ສະຫາຍ ກອງມີ ສີສະໝຸດ ສະຫາຍພັນໂທ ບຸນສີຈັນ ວົງຄຳດີ ສະຫາຍ ສົມໝາຍ ສີບຸນເຮືອງ ສະຫາຍ ຄຳພອງ ເພັດບຸນເຮືອງ ທັງເປັນເອກະສັນເລືອກເອົາ ສະຫາຍ ຄຳໝູນ ຕຽງທະລາດ ເປັນເລຂາຄະນະພັກ ສະຫາຍ ຂັນທີ ສີວິໄລ ແລະ ສະຫາຍ ນາງ ອາມິດຕາ ສີປະມວນ ເປັນຮອງເລຂາຄະນະພັກ ພ້ອມໄດ້ເລືອກ ສະຫາຍ ຂັນທີ ສີວິໄລ ເປັນປະທານກວດກາພັກ ສະຫາຍນາງ ຈິດສະດາ ລິສົມພານ ແລະ ສະຫາຍ ສົມຍົດ ສົມສາ ເປັນຮອງປະທານກວດກາ.

ສະຫາຍ ສີຫຸນ ສິດທິລືໄຊ ໄດ້ໂອ້ລົມໃຫ້ທິດຊີ້ນຳ ໂດຍໄດ້ເຫັນດີເປັນເອກກະພາບ ແລະ ຕີຄາລາສູງຕໍ່ການຈັດຕັ້ງປະຕິບັດວຽກງານໃນປີຜ່ານມາ ພ້ອມນັ້ນ ໄດ້ເນັ້ນໃຫ້ຄະນະບໍລິຫານງານຊຸດໃໝ່ຈົ່ງຮີບຮ້ອນແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ ເພື່ອເຮັດລ້ອນໜ້າທີ່ ໂດຍຕ້ອງເພີ່ມທະວີຄົ້ນຄວ້າຮ່ຳຮຽນ ເຝິກຫຼໍ່ຫຼອມຕົນເອງເປັນແບບຢ່າງນຳໜ້າໃນການປະຕິບັດກົດລະບຽບຂອງພັກ ກົດໝາຍຂອງລັດ ນຳພາເມືອງປາກງື່ມໃຫ້ເປັນເມືອງເຂັ້ມແຂງຮອບດ້ານ ສາມາດເພີ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງໃຫ້ມີການຫັນປ່ຽນ ມີຄວາມສາມັກຄີເປັນປຶກແຜ່ນ ພາຍໃຕ້ຄຳຂັວນເປັນອັນໜຶ່ງອັນດຽວ ພາຍໃຕ້ການນຳພາຂອງພັກທັງພາກລັກ ແລະ ເອກະຊົນເຄື່ອນໄຫວໄປໃນລວງດຽວກັນ.
