ສ້າງຄວາມເຂົ້າໃຈໃຫ້ສື່ມວນຊົນ ກ່ຽວກັບການຕ້ານການຄ້າມະນຸດ

ກອງ​ປະ­ຊຸມ​ບົດ­ບາດ​ຂອງ​ສື່​ມວນ​ຊົນ ໃນ​ການ​ສະ­ກັດ​ກັ້ນ ແລະ ຕ້ານ​ການ​ຄ້າ​ມະ­ນຸດ ຈັດ​ຂຶ້ນ​ວັນ​ທີ 22 ກໍ­ລະ­ກົດ 2020 ທີ່​ສູນ​ເຝິກ­ອົບ­ຮົມ​ແນວ​ລາວ​ສ້າງ​ຊາດ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ປະ­ທານ​ຂອງ​ທ່ານ ອິນ​ປອນ ນະ­ຄອນ​ສີ ຮອງ​ຫົວ­ໜ້າ​ກົມ​ສື່​ມວນ​ຊົນ ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ແລະ ທ່ານ ນາງ ຊູ​ກຽດ ປັນ­ຍາ​ນຸ​ວົງ ຫົວ­ໜ້າ​ໂຄງ­ການ​ຫຼຸດ­ຜ່ອນ​ຄວາມ­ທຸກ​ຍາກ ບັນ­ດາ​ບັນ­ນາ­ທິ­ການ ສື່​ມວນ​ຊົນ ແລະ ຜູ້​ໃຫ້​ທຶນ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຟັງ​ກ່ຽວ​ກັບ​ສະ­ພາບ​ການ​ຄ້າ​ມະ­ນຸດ ແລະ ການ​ເຄື່ອນ​ຍ້າຍ​ແຮງ​ງານ​ທີ່​ຖືກ­ຕ້ອງ ແລະ ເຮັດ​ວຽກ​ທີ່​ປອດ​ໄພ ການ​ປະ­ກອບ­ສ່ວນ​ຂອງ​ສື່​ມວນ​ຊົນ ໃນ​ການ​ສະ­ກັດ​ກັ້ນ ແລະ ການ​ຄ້າ​ມະ­ນຸດ ແຜນ​ໂຄ­ສະ­ນາ​ໃນ​ວັນ​ສາ­ກົນ​ຕ້ານ​ການ​ຄ້າ​ມະ­ນຸດ ແລະ ເຮັດ​ວຽກ​ຮ່ວມ​ກັບ​ນັກ​ຂ່າວ ຈັນ​ຍາ​ບັນ​ຂອງ​ນັກ​ຂ່າວ ​ໃນ​ການ​ເຮັດ​ວຽກ​ກັບ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ການ​ຄ້າ​ມະ­ນຸດ ສະ­ເໜີ​ໂດຍ​ອົງ­ການ​ວິນ​ຣອກ​ສາ­ກົນ ອົງ­ການ​ສຸ­ພະ­ນິ­ມິດ ແລະ ຄູ່​ຮ່ວມ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ອື່ນໆ ທັງ​ນີ້​ເພື່ອ​ໃຫ້​ສື່​ມວນ​ຊົນ​ມີ​ສ່ວນ​ຮ່ວມ​ໃນ​ການ​ສົ່ງ­ເສີມ​ສະ­ໜັບ­ສະ­ໜູນ ແລະ ຊ່ວຍ​ໂຄ­ສະ­ນາ​ຕ້ານ​ການ​ຄ້າ​ມະ­ນຸດ ເປັນ­ຕົ້ນ ການ​ປູກ​ຈິດ​ສຳ­ນຶກ​ໃຫ້​ເຂົາ­ເຈົ້າ​ມີ​ຄວາມ​ເຂົ້າ­ໃຈ ​ການ​ຄ້າ​ມະ­ນຸດ​ແມ່ນ​ສິ່ງ​ທີ່​ຜິດ​ກົດ­ໝາຍ.

ການ​ຄ້າ​ມະ­ນຸດ​ແມ່ນ​ມີ​ຫຼາຍ​ຮູບ​ການ ດັ່ງ­ນັ້ນ ສື່​ມວນ​ຊົນ​ຕ້ອງ​ມີ​ຄວາມ​ເຂົ້າ­ໃຈ​ບັນ­ຫາ​ດັ່ງ­ກ່າວ​ເປັນ​ຢ່າງ​ດີ ໃນ​ການ​ລົງ​ໂຄ­ສະ­ນາ​ຜ່ານ​ສື່​ຕ່າງໆ ເປັນ­ຕົ້ນ​ການ​ໃຊ້​ຄຳ​ສັບ ພາ­ສາ ແລະ ອື່ນໆ ເພື່ອ​ບໍ່​ໃຫ້​ແຕະ­ຕ້ອງ​ຕໍ່​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ ແລະ ການ​ພົວ­ພັນ​ຮ່ວມ​ມື​ກັບ​ຕ່າງ­ປະ­ເທດ.

ຜ່ານ​ການ​ເຝິກ­ອົບ­ຮົມ​ຄັ້ງ​ນີ້ ໄດ້​ເຮັດ​ໃຫ້​ສື່​ມວນ​ຊົນ​ທຸກ​ຂະ­ແໜງ­ການ​ມີ​ຄວາມ​ເຂົ້າ­ໃຈ​ຫຼາຍ​ຂຶ້ນ​ຕື່ມ ຕໍ່​ກັບ​ບັນ­ຫາ​ດັ່ງ­ກ່າວ ເພື່ອ​ຈະ​ໄດ້​ຂໍ້​ມູນ​ນຳ­ໄປ​ໂຄ­ສະ­ນາ​ເຜີຍ­ແຜ່​ຕ້ານ​ການ​ຄ້າ​ມະ­ນຸດ​ໃຫ້​ກວ້າງ­ຂວາງ ແລະ ເລິກ­ເຊິ່ງ​ກວ່າ​ເກົ່າ ເພື່ອ​ໃຫ້​ທຸກ​ພາກ­ສ່ວນ​ໃນ​ສັງ­ຄົມ​ມີ​ສ່ວນ​ຮ່ວມ​ຕ້ານ​ການ​ຄ້າ​ມະ­ນຸດ​ນຳ​ກັນ.

error: Content is protected !!