ການສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ ປີທີ 4 ທົ່ວນະຄອນຫຼວງວຽງຈັນ ໄດ້ໄຂຂຶ້ນໃນວັນທີ 22 ຫາ 24 ກໍລະກົດ 2020 ເຊິ່ງບັນຍາກາດການສອບເສັງເຫັນວ່າມີຄວາມຄຶ້ກຄື້ນ ຮັບປະກັນໄດ້ໝາກຜົນໃນການຈັດຕັ້ງປະຕິບັດຕາມທີ່ໄດ້ວາງໄວ້ ສະເພາະເມືອງປາກງື່ມໄດ້ແບ່ງສູນສອບເສັງອອກເປັນ 3 ສູນ ປະກອບມີ 34 ຫ້ອງສອບເສັງ ມີຈຳນວນນັກຮຽນທັງໝົດ 672 ຄົນ ຍິງ 345 ຄົນ.

ທ່ານ ຄຳປ່ຽນ ອຸ່ນອົກ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງປາກງຶ່ມ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດວັນທີ 22 ກໍລະກົດ 2020 ວ່າ: ເຖິງແມ່ນວ່າການສອບເສັງໃນປີນີ້ຈະຊັກຊ້າກວ່າປີຜ່ານໆມາ ເນື່ອງຈາກມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ກໍຕາມ ແຕ່ທາງເມືອງກໍໄດ້ເອົາໃຈໃສ່ເຮັດໃຫ້ການຮຽນ-ການສອນເປັນໄປຕາມລະດັບຄາດໝາຍ ໂດຍມີການຮຽນຜ່ານອອນລາຍເພີ່ມເຕີມ ເພື່ອໃຫ້ຈົບຫຼັກສູດ ແລະ ປີນີ້ໄດ້ວາງຄາດໝາຍໃຫ້ການສອບເສັງໃນທົ່ວເມືອງບັນລຸໄດ້ 90% ຂຶ້ນໄປ ເພື່ອເຮັດໃຫ້ການສອບເສັງຈົບຊັ້ນໃນທົ່ວເມືອງສົກປີນີ້ ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້ ແລະ ຮັບປະກັນໄດ້ຄວາມໂປ່ງໃສ ມີຄວາມເປັນລະບຽບຮຽບຮ້ອຍ ທາງຫ້ອງການສຶກສາເມືອງຈຶ່ງຂໍຮຽກຮ້ອງໃຫ້ທຸກພາກສ່ວນ ກໍຄືຄະນະຮັບຜິດຊອບ ກຳມະການຍາມຫ້ອງສອບເສັງ ແລະ ນັກຮຽນທຸກຄົນ ຈົ່ງພ້ອມກັນເປັນເຈົ້າການ ແລະ ປະຕິບັດຕາມກົດລະບຽບໃນການສອບເສັງຢ່າງເຄັ່ງຄັດ.
