ອາຫານ 4 ຢ່າງ ປ້ອງກັນຂໍ່ເສື່ອມ

ນອກ­ຈາກ​ຄວບ​ຄຸມ​ນ້ຳ­ໜັກ ຊຶ່ງ​ເປັນ​ສາ­ເຫດ​ຫຼັກໆ​ອັນ​ດັບ​ຕົ້ນໆ​ຂອງ​ການ​ເຈັບ​ປ່ວຍ​ດ້ວຍ​ໂລກ ຂໍ່​ອັກ­ເສບ ອັນ​ເນື່ອງ​ມາ​ຈາກ​ນ້ຳ­ໜັກ​ຕົວ​ທີ່​ຫຼາຍ​ກວ່າ​ເກນ​ປົກ­ກະ­ຕິ ຄົນ​ປົກ­ກະ­ຕິ ຫຼື ນັກ­ກີ­ລາ​ທີ່​ມີ​ຮ່າງ­ກາຍ​ແຂງ­ແຮງ​ເອງ​ກໍ​ດີ ຕ່າງ​ກໍ​ຢູ່​ໃນ​ກຸ່ມ​ສ່ຽງ ເພາະ​ຮ່າງ­ກາຍ​ຈຳ­ເປັນ​ຢ່າງ​ຍິ່ງ​ທີ່​ຕ້ອງ​ໃຊ້​ຂໍ່​ຕໍ່​ຕ່າງໆ ໂດຍ​ສະ­ເພາະ​ທີ່​ຫົວ­ເຂົ່າ ແລະ ຂໍ່​ຕີນ ໃນ​ການ​ດຳ­ລົງ​ຊີ­ວິດ.

ວັນ​ນີ້ ເຮົາ​ຈຶ່ງ​ນຳ​ສາ­ລະ​ຄວາມ​ຮູ້​ໃນ​ການ​ເສີມ​ສ້າງ​ຄວາມ​ແຂງ​ແກ່ນ​ໃຫ້​ກັບ​ຂໍ່​ຕໍ່​ໃນ​ຮ່າງ­ກາຍ ເພື່ອ​ປ້ອງ​ກັນ​ການ​ເຈັບ​ປ່ວຍ​ຈາກ​ໂລກ​ຂໍ່​ກະ­ດູກ​ຕ່າງໆ ກ່ອນ​ໄວ​ອັນ​ຄວນ.

ປາ­ທະ​ເລ ນອກ­ຈາກ​ເປັນ​ແຫຼ່ງ​ອາ­ຫານ​ໂປຣ​ຕີນ​ຊັ້ນ​ດີ ສຳ­ລັບ​ການ​ຄວບ​ຄຸມ​ນ້ຳ­ໜັກ ສານ​ອາ­ຫານ​ໃນ​ປາ­ທະ​ເລ ຍັງ​ອຸ­ດົມ​ໄປ​ດ້ວຍ​ກົດ​ໄຂ­ມັນ​ຈຳ­ເປັນ​ຢ່າງ ໂອ​ເມ​ກາ 3 ຊັ້ນ​ຍອດ ແຫຼ່ງ​ຄໍ​ລາ​ເຈນ ແລະ ແຄວ​ຊຽມ​ຊັ້ນ​ດີ ທີ່​ຈະ​ຊ່ວຍ​ເສີມ​ສ້າງ​ກະ­ດູກ​ໃຫ້​ແຂງ­ແຮງ ອີກ​ທັງ​ຍັງ​ມີ​ບົດ­ບາດ​ສຳ­ຄັນ​ໃນ​ການ​ຮັກ­ສາ​ມວນ​ກະ­ດູກ​ອີກ​ດ້ວຍ ຊຶ່ງ​ລາຍ­ການ​ອາ­ຫານ​ທີ່​ປຸງ​ແຕ່ງ​ຈາກ​ປາ​ທີ່​ມີ​ປະ­ໂຫຍດ​ທີ່​ວ່າ​ນີ້ ກໍ​ໄດ້­ແກ່ ປາ​ແຊວ​ມອນ ປາ­ທູ ແລະ ປາ​ຊາ​ດີນ.

ໄຂ່ ອາ­ຫານ​ພື້ນ­ຖານ ແຕ່​ວ່າ​ຄຸນ­ຄ່າ​ບໍ່​ພື້ນ ຢ່າງ​ທີ່​ເຮົາ​ຮູ້ໆ​ກັນ​ວ່າ ໄຂ່​ນັ້ນ​ຖື​ເປັນ​ຂຸມ​ຊັບ​ທາງ​ຮ່າງ­ກາຍ ເນື່ອງ​ຈາກ​ອຸ­ດົມ​ໄປ​ດ້ວຍ​ວິ­ຕາ­ມິນ D ວິ­ຕາ­ມິນ B1 ວິ­ຕາ­ມິນ B2 ວິ­ຕາ­ມິນ A ວິ­ຕາ­ມິນ E ວິ­ຕາ­ມິນ K ໄຂ່ ຍັງ​ມີ​ສານ​ອາ­ຫານ​ທີ່​ຈຳ­ເປັນ​ຕໍ່​ຮ່າງ­ກາຍ ຢ່າງ ໂປຣ​ຕີນ ແຄວ​ຊຽມ ໂຟ​ເລດ ຟົສ​ຟໍ​ຣັສ ຊີ​ລີ​ນຽມ ສັງ­ກະ­ສີ ອັນ​ດັບ​ຕົ້ນໆ​ຂອງ​ອາ­ຫານ​ທັງ​ໝົດ​ທີ່​ຮັບ​ປະ­ທານ ຊຶ່ງ​ເປັນ​ສ່ວນ​ສຳ­ຄັນ​ໜຶ່ງ ໃນ​ອົງ​ປະ­ກອບ​ໜ້າ­ທີ່​ຂອງ​ມວນ​ກະ­ດູກ​ໃນ​ຮ່າງ­ກາຍ​ທີ່​ທັງ​ເສີມ ແລະ ສ້າງ​ການ​ປ້ອງ​ກັນ​ໂລກ​ໄຂ​ຂໍ່ ຫຼື ຂໍ່​ເສື່ອມ​ຕ່າງໆ​ກ່ອນ​ໄວ​ອັນ​ຄວນ

ທັນ​ຍະ​ພືດ​ທີ່​ບໍ່​ຂັດ​ສີ ເຊັ່ນ ເຂົ້າ­ກ້ອງ ເຂົ້າ­ຈີ່​ໂອ​ສວີດ ໝາກ­ສາ­ລີ ຫຼື ໝາກ­ຖົ່ວ​ຕ່າງໆ ເນື່ອງ​ຈາກ​ອຸ­ດົມ​ໄປ​ດ້ວຍ​ໄຟ​ເບີ ແລະ ສານ​ຕໍ່­ຕ້ານ​ອະ­ນຸ​ມູນ​ອິດ­ສະ­ຫຼະ ນອກ­ຈາກ​ນີ້ ຍັງ​ມີ​ວິ­ຕາ­ມິນ D ແລະ ທາດ​ແຄວ​ຊຽມ​ສູງ​ອີກ​ດ້ວຍ ທີ່​ສຳ­ຄັນ ຄຸນ­ຄ່າ​ສານ​ອາ­ຫານ​ຂອງ​ອາ­ຫານ​ເຫຼົ່າ​ນີ້ ຍັງ​ເປັນ​ແຫຼ່ງ​ຂອງ​ໂຟ​ເລດ​ທີ່​ມີ​ບົດ­ບາດ​ສຳ­ຄັນ ໃນ​ການ​ເຕີບ​ໂຕ​ຂອງ​ເມັດ​ເລືອດ​ແດງ ອັນ​ສົ່ງ​ຜົນ​ດີ​ຕໍ່​ໃນ​ສ່ວນ​ຂອງ​ການ​ຊ່ວຍ​ບຳ­ລຸງ​ຮັກ­ສາ​ກະ­ດູກ​ໄດ້​ຢ່າງ​ດີ.

ໝາກ​ໄມ້ ຜັກ​ໃບ​ຂຽວ ໝາກ​ແອັບ​ເປິນ ໝາກ­ກ້ຽງ ເຊີ​ຣີ ສະ​ຕຣໍ​ເບີ​ຣີ ຫຼື ໝາກ​ເລ່ນ ຜັກ​ຕະ­ກູນ​ກະ​ຫຼ່ຳ ເພາະ​ພືດ​ຜັກ​ເຫຼົ່າ​ນີ້​ມີ​ສານ​ອາ­ຫານ ແລະ ວິ­ຕາ­ມິນ C ຊຶ່ງ​ເປັນ­ສານ​ຕ້ານ​ອະ­ນຸ​ມູນ​ອິດ­ສະ­ຫຼະ ທີ່​ຊ່ວຍ​ບຳ­ລຸງ​ເອັນ​ຂໍ່​ຕໍ່ ມີ​ເບ​ຕາ​ແຄ​ໂຣ​ທີນ ເປັນ­ສານ​ຕ້ານ​ອະ­ນຸ​ມູນ​ອິດ­ສະ­ຫຼະ​ປະ­ສິດ­ທິ­ພາບ​ສູງ​ອີກ​ຊະ­ນິດ​ໜຶ່ງ ຊຶ່ງ​ຊ່ວຍ​ກຳ­ຈັດ​ສານ​ອະ­ນຸ​ມູນ​ອິດ­ສະ­ຫຼະ ທີ່​ອາດ​ມີ​ສ່ວນ​ທຳ­ລາຍ​ຂໍ່​ຕໍ່​ກະ­ດູກ​ຕ່າງໆ ສານ​ກຸ່ມ​ໄບ​ໂອ​ຟລາ​ໂວ​ນອຍ (Bioflavonoid) ເຊັ່ນ: ເຄີ​ຊິ​ທິນ (Quercetin) ແລະ ແອນ​ໂທ​ໄຊ​ຢາ​ນິ​ດິນ (Anthocyanidins) ຊຶ່ງ​ມີ​ລິດ​ຕ້ານ​ການ​ອັກ­ເສບ​ຄ້າຍ​ຢາ​ແອ​ສ​ໄພ​ຣິນ ແລະ ໄອ​ບູ​ໂພຣ​ເຟນ ໂດຍ​ສະ­ເພາະ ກ້ວຍ ທີ່​ຖື​ເປັນ​ເປັນ​ແຫຼ່ງ​ໂປຣ​ແຕ​ສ​ຊຽມ​ຊັ້ນ​ດີ ທີ່​ມາ​ພ້ອມ​ກັບ​ໄຍ​ອາ­ຫານ​ວິ­ຕາ­ມິນ A ວິ­ຕາ­ມິນ C ວິ­ຕາ­ມິນ E ທາດ​ເຫຼັກ ທາດ​ໂປ​ຕັສ​ຊຽມ ແລະ ທາດ​ແມກ​ນີ​ຊຽມ ຊຶ່ງ​ຊ່ວຍ​ຄວບ​ຄຸມ​ການ​ຈະ­ເລີນ​ເຕີບ​ໂຕ​ຂອງ​ໂຄງ​ສ້າງ​ກະ­ດູກ​ຄົບ​ຖ້ວນ ນອກ­ຈາກ​ນີ້​ຍັງ​ຊ່ວຍ​ໃຫ້​ຮ່າງ­ກາຍ​ດູດ​ຊຶມ​ແຄວ​ຊຽມ ແລະ ສານ​ອາ­ຫານ​ອື່ນໆ ທີ່​ມີ​ສ່ວນ​ຊ່ວຍ​ໃຫ້​ກະ­ດູກ​ແຂງ­ແຮງ​ອີກ​ດ້ວຍ.

ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!