ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມລາວ ແລະ ກະຊວງນິເວດ ແລະ ສິ່ງແວດລ້ອມຈີນ ກ່ຽວກັບການຮ່ວມມືໃນການສ້າງຕັ້ງເຂດສາທິດ ການປ່ອຍອາຍກາກບອນຕ່ຳ ຢູ່ເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 16 ກໍລະກົດ 2020 ທີ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມລົງນາມຂອງທ່ານ ສົມມາດ ພົນເສນາ ລັດຖະມົນຕີ (ກຊສ) ແລະ ທ່ານ Huang runqiu ລັດຖະມົນຕີກະຊວງນິເວດ ແລະ ສິ່ງແວດລ້ອມຈີນ ມີທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ Jiang zai dong ເອກອັກຄະລັດຖະທູດຈີນປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເຂດສາທິດການປ່ອຍອາຍກາກບອນຕ່ຳ ຢູ່ເຂດພັດທະນາກວມລວມໄຊເສດຖາ ແມ່ນໂຄງການຮ່ວມມືໃຕ້-ໃຕ້ ເພື່ອພັດທະນາການຮັບມືກັບການປ່ຽນແປງດິນຟ້າອາກາດ ທີ່ລັດຖະບານ ລາວ-ຈີນ ມອບໃຫ້ເຂດພັດທະນາກວມລວມໄຊເສດຖາເປັນຜູ້ພັດທະນາ ເປັນໜຶ່ງໃນ 10 ເຂດສາທິດການປ່ອຍອາຍກາກບອນຕ່ຳ ທີ່ປະເທດຈີນ ໄດ້ເປັນຜູ້ນຳພາພັດທະນາຢູ່ບັນດາປະເທດທີ່ກຳລັງພັດທະນາ ເຂດສາທິດການປ່ອຍອາຍກາກບອນຕ່ຳ ຢູ່ເຂດພັດທະນາກວມລວມໄຊເສດຖາ ຈະນຳເອົາແຜນການພັດທະນາການປ່ອຍອາຍກາກບອນຕ່ຳ ມາເປັນຕົວແບບນຳເອົາການຄົມມະນາຄົມ ໃນຮູບແບບທີ່ປ່ອຍອາຍກາກບອນຕ່ຳ ມາເປັນຕົວນຳພາໃນການປ່ຽນແປງໄປສູ່ການດຳລົງຊີວິດ ໃນຮູບແບບທີ່ປ່ອຍອາຍກາກບອນຕ່ຳ ນຳເອົາການປ່ອຍອາຍກາກບອນຕ່ຳ ມາຍົກລະດັບການກໍ່ສ້າງພື້ນຖານໂຄງລ່າງສີຂຽວ ນຳເອົາການສ້າງຄວາມສາມາດການແລກປ່ຽນເຕັກໂນໂລຊີ ການເຜີຍແຜ່ໂຄສະນາການປ່ອຍອາຍກາກບອນຕ່ຳ ມາເສີມສ້າງຄວາມເຂັ້ມແຂງໃຫ້ລາວ ໂດຍສະເພາະ ການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການຮັບຮູ້ເຖິງການພັດທະນາ ໃນຮູບແບບການປ່ອຍອາຍກາກບອນຕ່ຳ ຊຸກຍູ້ການພັດທະນາຕາມທິດສີຂຽວ ແລະ ຍືນຍົງໃນຕໍ່ໜ້າ ກະຊວງນິເວດ ແລະ ສິ່ງແວດລ້ອມຈີນ ຈະຊຸກຍູ້ການກໍ່ສ້າງເຂດສາທິດການປ່ອຍອາຍກາກບອນຕ່ຳ ຢູ່ເຂດພັດທະນາກວມລວມໄຊເສດຖາ ໂດຍຜ່ານການສ້າງແຜນການພັດທະນາການປ່ອຍອາຍກາກບອນຕ່ຳ ຊ່ວຍເຫຼືອໃນດ້ານອຸປະກອນການກໍ່ສ້າງ ຈັດຕັ້ງການເຝິກອົບຮົມ ແລະອື່ນໆ.
