ລາວ-ຈີນ ຫາລືການຮ່ວມມືສອງຝ່າຍ ຜ່ານກອງປະຊຸມທາງໄກ

ສະ­ຫາຍ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ສປປ ລາວ ໄດ້​ນຳ­ພາ​ຄະ­ນະ​ຜູ້​ແທນ​ລາວ ປະ­ຊຸມ​ແບບ​ທາງ­ໄກ​ກັບ​ສະ­ຫາຍ ຫຼີ ເຄີ້​ສຽງ ນາ­ຍົກ­ລັດ­ຖະ­ມົນ­ຕີ ສປ ຈີນ ວັນ​ທີ 21 ກໍ­ລະ­ກົດ 2020 ຢູ່​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ເພື່ອ​ເສີມ​ຂະ­ຫຍາຍ​ການ​ພົວ­ພັນ​ຮ່ວມ​ມື​ແບບ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ­ດ້ານ ໝັ້ນ­ຄົງ ຍາວ​ນານ ຕາມ​ທິດ 4 ດີ (ສະ­ຫາຍ​ທີ່​ດີ ເພື່ອນ​ມິດ​ທີ່​ດີ ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ ແລະ ຄູ່​ຮ່ວມ​ມື​ທີ່​ດີ) ລະ­ຫວ່າງ​ສອງ​ພັກ ສອງ​ລັດ ແລະ ປະ­ຊາ­ຊົນ​ສອງ​ຊາດ ແລະ ຜັນ​ຂະ­ຫຍາຍ​ແຜນ​ແມ່​ບົດ​ຄູ່​ຮ່ວມ​ຊະ​ຕາ​ກຳ ລາວ-ຈີນ ຈີນ-ລາວ ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ.

ສະ­ຫາຍ ທອງ​ລຸນ ສີ​ສຸ​ລິດ ໄດ້​ສະ­ແດງ​ຄວາມ​ຍິນ​ດີ​ທີ່​ໄດ້​ມີ​ໂອ­ກາດ​ພົບ​ປະ​ກັບ​ສະ­ຫາຍ ຫຼີ ເຄີ້​ສຽງ ຜ່ານ​ລະ­ບົບ​ທາງ­ໄກ ເຊິ່ງ​ເປັນ​ກົນ​ໄກ​ອັນ​ໃໝ່ ຍ້ອນ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໂອ­ກາດ​ນີ້​ສະ­ຫາຍ ທອງ​ລຸນ ສີ​ສຸ​ລິດ ກໍ​ໄດ້​ສະ­ແດງ​ຄວາມ​ເຫັນ­ໃຈ ແລະ ເສົ້າ​ສະ­ຫຼົດ​ໃຈ​ຢ່າງ​ສຸດ​ຊຶ້ງ ຕໍ່​ລັດ­ຖະ­ບານ ແລະ ປະ­ຊາ­ຊົນ​ຈີນ ໂດຍ​ສະ­ເພາະ​ຕໍ່​ຍາດ­ຕິ​ພີ່­ນ້ອງ ແລະ ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ເຫດ­ການ​ນ້ຳ​ຖ້ວມ​ຢູ່​ຫຼາຍ​ແຂວງ​ຂອງ ສປ ຈີນ ເຊິ່ງ​ໄດ້​ສ້າງ​ຄວາມ​ສູນ​ເສຍ​ດ້ານ​ຊີ­ວິດ ແລະ ຊັບ​ສິນ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ພ້ອມ​ນີ້​ສອງ​ຝ່າຍ​ຍັງ​ໄດ້​ຕີ​ລາ­ຄາ​ຄືນ​ການ​ພົວ­ພັນ​ຮ່ວມ​ມື​ສອງ​ຝ່າຍ ລາວ-ຈີນ ໂດຍ​ສະ­ເພາະ​ໃນ​ໄລ­ຍະ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ແລະ ການ​ປະ­ຕິ­ບັດ​ຜົນ​ຂອງ​ການ​ພົບ​ປະ​ຂອງ​ສອງ​ນາ­ຍົກ ໃນ​ຕົ້ນ​ເດືອນ​ມັງ­ກອນ​ຜ່ານ​ມາ ຢູ່​ນະ­ຄອນ­ຫຼວງ​ປັກ​ກິ່ງ ສະ­ຫາຍ ທອງ​ລຸນ ສີ​ສຸ​ລິດ ໄດ້​ສະ­ແດງ​ຄວາມ​ຊົມ­ເຊີຍ​ຕໍ່​ຜົນ­ສຳ­ເລັດ ໃນ​ການ​ໃຊ້​ມາດ​ຕະ­ການ​ປ້ອງ​ກັນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ຂອງ ສປ ຈີນ ເຊິ່ງ​ເປັນ​ໄຊ­ຊະ­ນະ​ອັນ​ໃຫຍ່​ຫຼວງ ທັງ​ເປັນ​ບົດ­ຮຽນ​ສຳ­ຄັນ​ໃຫ້​ໂລກ​ອີກ​ດ້ວຍ ນອກ​ນີ້​ສະ­ຫາຍ​ຍັງ​ໄດ້​ສະ­ແດງ​ຄວາມ​ຄວາມ​ຂອບ­ໃຈ ສປ ຈີນ ທີ່​ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ ສປປ ລາວ ໃນ​ການ​ປ້ອງ​ກັນ ແລະ ຕໍ່­ສູ້​ກັບ​ພະ­ຍາດ​ໂຄ​ວິດ-19 ນັບ​ແຕ່​ຕົ້ນ​ຈົນ​ເຖິງ​ປັດ­ຈຸ­ບັນ ເຊິ່ງ​ເຮັດ​ໃຫ້ ສປປ ລາວ ບໍ່​ມີ​ຜູ້​ຕິດ­ພະ­ຍາດ​ດັ່ງ­ກ່າວ ເປັນ​ເວ­ລາ​ຫຼາຍ​ກວ່າ 3 ເດືອນ​ແລ້ວ.

ສອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຍັງ​ໄດ້​ແລກ­ປ່ຽນ ແລະ ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ ເປັນ­ຕົ້ນ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ແມ່​ບົດ​ຄູ່​ຮ່ວມ​ຊະ​ຕາ​ກຳ ລາວ-ຈີນ ຈີນ-ລາວ ທີ່​ສອງ​ສະ­ຫາຍ​ເລ­ຂາ­ທິ­ການ​ໃຫຍ່ ປະ­ທານ​ປະ­ເທດ ໄດ້​ຮ່ວມ​ລົງ​ນາມ​ກັນ​ໃນ​ເດືອນ​ເມ­ສາ 2019 ການ​ຮ່ວມ​ມື​ດ້ານ​ເສດ­ຖະ­ກິດ ການ​ຄ້າ ການ​ລົງ­ທຶນ ການ​ເປີດ​ຊ່ອງ​ທາງ​ດ່ວນ ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກ​ໃນ​ການ​ໄປ-ມາ​ຫາ​ສູ່​ເຊິ່ງ​ກັນ ແລະ ກັນ ການ​ກະ­ກຽມ​ຈັດ​ກອງ​ປະ­ຊຸມ​ແມ່­ນ້ຳ​ຂອງ-ແມ່­ນ້ຳ​ລ້ານ​ຊ້າງ ຄັ້ງ​ທີ 3 ການ​ກະ­ກຽມ​ແຜນ­ການ​ເດີນ­ທາງ​ຢ້ຽມ­ຢາມ ສປ ຈີນ ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ ສປປ ລາວ ໃນ​ທ້າຍ​ປີ 2020 ການ​ເຂົ້າ​ຮ່ວມ​ງານ​ວາງ­ສະ­ແດງ ຈີນ-ອາ​ຊຽນ ຢູ່​ນະ­ຄອນ​ໜານ​ໜິງ ໃນ​ເດືອນ​ພະ­ຈິກ 2020 ພ້ອມ​ນີ້​ປີ 2021 ຈະ​ເປັນ​ປີ​ຄົບ­ຮອບ 60 ປີ ວັນ​ສ້າງ­ຕັ້ງ​ສາຍ​ພົວ­ພັນ​ການ​ທູດ​ລະ­ຫວ່າງ ລາວ-ຈີນ (ວັນ​ທີ 25 ເມ­ສາ 1961-25 ເມ­ສາ 2021) ແລະ ເປັນ​ປີ​ມິດ­ຕະ­ພາບ ລາວ-ຈີນ ໂດຍ​ສອງ​ຝ່າຍ​ໄດ້​ເຫັນ​ດີ​ຮ່ວມ​ກັນ ຈັດ​ຕັ້ງ​ສະ­ເຫຼີມ­ສະ­ຫຼອງ​ຢ່າງ​ມີ​ບັນ­ຍາ­ກາດ ແລະ ມີ​ຄວາມ​ໝາຍ​ເລິກ­ເຊິ່ງ.

ສະ­ຫາຍ ທອງ​ລຸນ ສີ​ສຸ​ລິດ ໄດ້​ອວຍ­ພອນ​ໃຫ້​ສະ­ຫາຍ ຫຼີ ເຄີ້​ສຽງ ຈົ່ງ​ມີ​ພາ­ລະ​ນາ​ໄມ​ສົມ­ບູນ ມີ​ຄວາມ​ຜາ​ສຸກ ແລະ ປະ­ສົບ​ຜົນ­ສຳ­ເລັດ ໃນ​ພາ­ລະ­ກິດ​ອັນ​ສູງ​ສົ່ງ​ຂອງ​ສະ­ຫາຍ ແລະ ອວຍ­ພອນ​ສາຍ​ພົວ­ພັນ​ມິດ­ຕະ­ພາບ ແລະ ການ​ຮ່ວມ​ມື​ລະ­ຫວ່າງ​ສອງ​ຊາດ ລາວ-ຈີນ ໃຫ້​ນັບ​ມື້​ໝັ້ນ­ຄົງ​ທະ​ນົງ​ແກ່ນ ຕາມ​ທິດ 4 ດີ ບົນ​ພື້ນ­ຖານ​ການ​ເປັນ​ຄູ່​ຮ່ວມ​ຊະ​ຕາ​ກຳ​ດຽວ​ກັນ ນອກ​ນີ້​ສະ­ຫາຍ ທອງ​ລຸນ ສີ​ສຸ​ລິດ ຍັງ​ໄດ້​ນຳ​ເອົາ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຈາກ​ສະ­ຫາຍ ບຸນ​ຍັງ ວໍ­ລະ​ຈິດ ເລ­ຂາ­ທິ­ການ​ໃຫຍ່ ປະ­ທານ​ປະ­ເທດ ສປປ ລາວ ເຖິງ​ສະ­ຫາຍ ສີ ຈິ້ນ​ຜິງ ເລ­ຂາ­ທິ­ການ​ໃຫຍ່ ປະ­ທານ​ປະ­ເທດ ສປ ຈີນ ພ້ອມ​ນີ້​ສະ­ຫາຍ ຫຼີ ເຄີ້​ສຽງ ກໍ​ໄດ້​ນຳ​ເອົາ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຈາກ​ສະ­ຫາຍ ສີ ຈິ້ນ​ຜິງ ເຖິງ​ສະ­ຫາຍ ບຸນ​ຍັງ ວໍ­ລະ​ຈິດ ອີກ​ດ້ວຍ.

error: Content is protected !!