ຮ່ວມກັນແກ້ໄຂປາກົດການຫຍໍ້ທໍ້ໃນສື່ອອນລາຍ

ສະ­ຖານ​ບັນ​ສື່​ມວນ​ຊົນ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ (ຖວ​ທ) ຈັດ​ສຳ​ມະ​ນາ​ຫົວ­ຂໍ້ “ການ​ຕອບ​ໂຕ້ ແລະ ຕີ​ຖອຍ​ຂ່າວ​ລວງ ຂ່າວ​ລື ແລະ ຂ່າວ​ປັ່ນ ປ່ວນ​ໃນ​ສື່​ສັງ­ຄົມ​ອອນ​ລາຍ” ຂຶ້ນ​ວັນ​ທີ 21 ກໍ­ລະ­ກົດ 2020 ຢູ່​ສະ​ຖາ​ບັນ​ດັ່ງ­ກ່າວ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ວິ­ໄລ​ທອງ ສີ​ຊາ​ນົນ ຫົວ­ໜ້າ​ສະ​ຖາ​ບັນ​ສື່​ມວນ​ຊົນ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ມີ​ທ່ານ ປິ່ນ​ປາ­ຖະ ໜາ ພັນ­ທະ​ມາ­ລີ ຫົວ­ໜ້າ​ກົມ​ສື່​ມວນ​ຊົນ ກະ­ຊວງ ຖວ​ທ ພ້ອມ​ດ້ວຍ​ຫົວ­ໜ້າ​ບັນ­ນາ­ທິ­ການ ຮອງ​ຫົວ­ໜ້າ​ບັນ ນາ​ທິ​ການ​ຈາກ​ສື່​ມວນ​ຊົນ​ຂະ­ແໜງ­ການ​ຕ່າງໆ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ທ່ານ ວິ­ໄລ​ທອງ ສີ​ຊາ​ນົນ ກ່າວ​ວ່າ: ການ​ສຳ​ມະ​ນາ​ຄັ້ງ​ນີ້ ເພື່ອ​ພົບ​ປະ ແລະ ແລກ­ປ່ຽນ​ບົດ­ຮຽນ ຮ່ວມ​ກັນ​ກ່ຽວ​ກັບ​ວຽກ​ຕໍ່­ສູ້​ປະ­ຈັນ­ບານ ໂດຍ​ສະ­ເພາະ​ວຽກ​ການ​ຕອບ​ໂຕ້​ຂ່າວ​ຫຼອກ​ລວງ ຂ່າວ​ບິດ​ເບືອນ ຄວາມ​ຈິງ ແລະ ຂ່າວ​ປັ່ນ​ປ່ວນ​ຕ່າງໆ​ຂອງ​ອົງ­ການ​ສື່​ສັງ­ຄົມ​ອອນ​ລາຍ ພ້ອມ​ນີ້ ບັນ­ດາ​ຜູ້​ເຂົ້າ​ຮ່ວມ​ຍັງ​ຈະ​ໄດ້​ພ້ອມ​ກັນ​ປະ­ກອບ​ຄຳ​ຄິດ​ເຫັນ​ເພື່ອ​ເປັນ​ບັນ­ທັດ­ຖານ ຫຼື​ເປັນ​ແນວ­ທາງ​ໃນ​ການ​ຕໍ່­ສູ້ ແລະ ຕອບ​ໂຕ້ ແກ້​ໄຂ​ບັນ­ຫາ​ຕ່າງໆ​ຂອງ​ວຽກ​ສື່​ໃນ​ຂັ້ນ​ຕໍ່​ໄປ ໃນ​ນີ້ ມີ­ໜ້າ​ໜັງ­ສື­ພິມ ລາຍ­ການ​ວິ­ທະ­ຍຸ ລາຍ­ການ​ໂທລະ ພາບ ແລະ ທາງ​ສື່​ອອນ​ລາຍ​ຕ່າງໆ

ສຳ­ລັບ​ຫົວ­ຂໍ້​ຫຼັກ​ທີ່​ນຳ​ມາ​ສຳ​ມະ​ນາ​ຄັ້ງ​ນີ້ ປະ­ກອບ​ມີ​ກົດ­ໝາຍ ລະ­ບຽບ​ໃນ​ການ​ຄຸ້ມ​ຄອງ​ສື່​ມວນ​ຊົນ ໂດຍ​ສະ­ເພາະ​ສື່​ສັງ­ຄົມ​ອອນ​ລາຍ ບາງ​ບົດ­ຮຽນ​ໃນ​ການ​ແກ້​ໄຂ​ປາ­ກົດ­ການ​ຫຍໍ້­ທໍ້​ໃນ​ສື່​ອອນ​ລາຍ ແລະ ວິ­ທີ ວິ­ເຄາະ​ຂ່າວ​ຈິງ ແລະ ຂ່າວ​ປອມ ລະ­ບຽບ​ການ​ຄຸ້ມ​ຄອງ​ການ​ສື່­ສານ​ຜ່ານ​ໂທລະ­ສັບ​ມື​ຖື ແລະ ອິນ​ເຕີ​ເນັດ ລະ­ບຽບ​ການ​ລົງ­ໂທດ ແລະ ການ​ດຳ­ເນີນ​ຄະ­ດີ​ຕໍ່​ຜູ້​ກະ­ທຳ​ຜິດ​ໃນ​ການ​ເຜີຍ­ແຜ່​ຂໍ້​ມູນ​ຂ່າວ­ສານ​ທີ່​ບໍ່​ມີ​ມູນ ຄວາມ​ຈິງ​ຜ່ານ​ສື່​ສັງ­ຄົມ​ອອນ​ລາຍ ແລະ ອິນ​ເຕີ​ເນັດ.

error: Content is protected !!