ພັດທະນາເສດຖະກິດເມືອງປາກງື່ມ ໃຫ້ຂະຫຍາຍຕົວຕາມທິດສີຂຽວ

ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ອົງ­ຄະ​ນະ​ພັກ​ເມືອງ​ປາກ​ງື່ມ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໄຂ​ຂຶ້ນ ວັນ​ທີ 21 ກໍ­ລະ­ກົດ 2020 ຢູ່​ສຳ­ນັກ­ງານ​ປົກ­ຄອງ​ເມືອງ​ດັ່ງ­ກ່າວ ໂດຍ​ເປັນ​ປະ­ທານ​ຂອງ​ສະ­ຫາຍ ຄຳ​ໝູນ ຕຽງ​ທະ​ລາດ ກຳ­ມະ­ການ​ພັກ ນວ ເລ­ຂາ​ພັກ​ເມືອງ ເຈົ້າ­ເມືອງ​ປາກ​ງື່ມ ມີ​ສະ­ຫາຍ ສີ​ຫຸນ ສິດ­ທິ​ລື​ໄຊ ຮອງ​ເລ­ຂາ​ຄະ­ນະ​ພັກ ຮອງ​ເຈົ້າ​ຄອງ ນວ ພ້ອມ​ດ້ວຍ​ຄະ­ນະ​ປະ­ຈຳ​ພັກ ຄະ­ນະ​ພັກ ນວ ແລະ ພາກ­ສ່ວນ​ກ່ຽວ ຂ້ອງ ເຂົ້າ​ຮ່ວມ.

ສະ­ຫາຍ ຄຳ​ໝູນ ຕຽງ​ທະ​ລາດ ກ່າວ​ວ່າ: ເສດ­ຖະ­ກິດ​ເມືອງ​ປາກ​ງື່ມ ສືບ­ຕໍ່​ຂະ­ຫຍາຍ­ຕົວ​ຕໍ່​ເນື່ອງ ສະ ເລ່ຍ 7,21% ຕໍ່​ປີ ລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ​ບັນ­ລຸ 1.252,82 ຕື້​ກີບ ລາຍ​ຮັບ​ຕໍ່​ຄົນ​ຕໍ່​ປີ ບັນ­ລຸ 22.305.721 ກີບ ໂຄງ​ປະ­ກອບ​ເສດ­ຖະ­ກິດ​ມີ​ການ​ຫັນ­ປ່ຽນ​ຕາມ​ທິດ​ທີ່​ກອງ​ປະ­ຊຸມ​ໃຫຍ່​ກຳ­ນົດ​ໄວ້ ໃນ​ນີ້ ກະ­ສິ­ກຳ-ປ່າ­ໄມ້ ກວມ 36% ເພີ່ມ​ຂຶ້ນ 3,8% ອຸດ­ສາ­ຫະ­ກຳ-ຫັດ­ຖະ­ກຳ ກວມ 51% ເພີ່ມ​ຂຶ້ນ 9,7% ການ​ບໍ­ລິ­ການ ກວມ 13% ເພີ່ມ​ຂຶ້ນ 7,8% ການ​ລົງ­ທຶນ​ຂອງ​ລັດ ອະ­ນຸ­ມັດ 53 ໂຄງ­ການ ປັດ­ຈຸ­ບັນ ປະ­ຕິ­ບັດ​ສຳ­ເລັດ 100% ການ​ຄຸ້ມ​ຄອງ​ລາຍ​ຮັບ-ລາຍ​ຈ່າຍ​ທີ່​ເປັນ​ພື້ນ­ຖານ ໄດ້​ຫັນ​ເປັນ​ທັນ​ສະ­ໄໝ ໃນ​ນີ້​ເກັບ​ລາຍ​ເຂົ້າ​ງົບ­ປະ­ມານ​ໄດ້ 30,58 ຕື້​ກີບ ທຽບ­ໃສ່​ແຜນ­ການ​ປະ­ຕິ­ບັດ​ໄດ້​ລື່ນ​ຄາດ­ໝາຍ 16% ທຽບ­ໃສ່​ແຜນ­ການ​ທີ່​ຂັ້ນ​ເທິງ​ມອບ​ໃຫ້ ປະ­ຕິ­ບັດ​ໄດ້ 96,94% ການ​ຜະ­ລິດ​ກະ­ສິ­ກຳ-ປ່າ­ໄມ້ ສືບ­ຕໍ່​ຂະ­ຫຍາຍ­ຕົວ​ທັງ​ປະ­ລິ­ມານ ແລະ ຄຸນ​ນະ​ພາບ ສະ­ເລ່ຍ 36% ຕໍ່​ປີ ການ​ພັດ­ທະ­ນາ​ຊົນ­ນະ­ບົດ ແລະ ແກ້​ໄຂ​ຄວາມ­ທຸກ​ຍາກ ສາ­ມາດ​ບັນ­ລຸ​ໄດ້ 6 ມາດ­ຖານ 8.638 ຄອບ­ຄົວ 5 ມາດ­ຖານ 918 ຄອບ­ຄົວ 4 ມາດ­ຖານ 421 ຄອບ­ຄົວ ຕ່ຳ​ກວ່າ 4 ມາດ­ຖານ 296 ຄອບ­ຄົວ ສຳ­ເລັດ​ການ​ຂຶ້ນ​ທະ­ບຽນ​ທີ່​ດິນ​ລັດ​ຄຸ້ມ​ຄອງ 16 ຕອນ ເນື້ອ­ທີ່ 1.493,2 ເຮັກ­ຕາ ສຳ​ຫຼວດ​ວັດ­ແທກ​ອອກ​ໃບ​ຕາ­ດິນ​ຖາ­ວອນ​ໄດ້ 940 ຕອນ ເທົ່າ​ກັບ 120,53% ນອກ​ນີ້ ຍັງ​ໄດ້​ຫັນ​ລົງ​ກໍ່­ສ້າງ​ຮາກ​ຖານ​ການ­ເມືອງ ຕິດ​ພັນ​ກັບ​ນະ­ໂຍ­ບາຍ 3 ຫຼຸດ 3 ເພີ່ມ 3 ຂະ​ບວນ​ການ​ຢ່າງ​ຕໍ່​ເນື່ອງ ສາ­ມາດ​ສ້າງ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມ­ແຂງ 6 ບ້ານ ບ້ານ​ປ້ອງ​ກັນ​ຄວາມ​ສະ­ຫງົບ 22 ບ້ານ ວຽກ​ງານ​ກໍ່­ສ້າງ​ພັກ​ດ້ານ​ການ­ຈັດ­ຕັ້ງ​ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ທີ່​ມີ​ລັກ­ສະ­ນະ​ເປັນ​ລະ­ບົບ​ຄົບ​ຊຸດ ແລະ ຮອບ­ດ້ານ ສາ­ມາດ​ລົບ​ລ້າງ​ໜ່ວຍ​ພັກ​ໜຶ່ງ​ຊີ້​ນຳ​ຫຼາຍ​ບ້ານ​ສຳ­ເລັດ 100% ຂະ­ຫຍາຍ​ການ­ຈັດ­ຕັ້ງ​ພັກ​ເຂົ້າ​ສູ່​ຫົວ­ໜ່ວຍ​ການ­ຈັດ­ຕັ້ງ​ຕ່າງໆ ປັດ­ຈຸ­ບັນ​ທົ່ວ​ເມືອງ​ມີ 10 ຄະ­ນະ​ພັກ​ຮາກ​ຖານ 93 ໜ່ວຍ​ພັກ ທຽບ­ໃສ່​ປີ 2015 ເພີ່ມ​ຂຶ້ນ 10 ໜ່ວຍ ສ້າງ​ໜ່ວຍ​ພັກ​ປອດ​ໃສ​ເຂັ້ມ­ແຂງ​ໜັກ​ແໜ້ນ​ໄດ້ 82 ໜ່ວຍ ເທົ່າ​ກັບ 88,17% ຂອງ​ແຜນ­ການ.

ສຳ­ລັບ​ຈຸດ​ສຸມ​ໃນ​ການ​ພັດ­ທະ­ນາ​ເມືອງ​ປາກ​ງື່ມ ປີ 2020-2025 ຈະ​ສຸມ​ໃສ່​ສ້າງ​ເມືອງ​ປາກ​ງື່ມ​ໃຫ້​ເປັນ​ຫົວ­ໜ່ວຍ​ເຂັ້ມ­ແຂງ​ຮອບ­ດ້ານ ຕາມ 5 ມາດ­ຖານ ສ້າງ​ເມືອງ​ກາຍ­ເປັນ​ເມືອງ​ໜ້າ​ຢູ່​ດ້ວຍ​ຕົວ​ຊີ້​ວັດ 3 ຕົວ​ຊີ້​ວັດ​ໃນ 6ສ (ສ ສະ­ຫງົບ ສ ສະ­ອາດ ສ ສີ­ຂຽວ) ພັດ­ທະ­ນາ​ເມືອງ​ໃຫ້​ເປັນ​ເມືອງ​ທີ່​ມີ​ລະ­ບົບ​ການ­ເມືອງ​ປະ ຊາ​ທິ​ປະ​ໄຕ​ປະ­ຊາ­ຊົນ ແຕ່​ຂັ້ນ​ເມືອງ​ລົງ​ຮອດ​ຮາກ​ຖານ​ບ້ານ​ໜັກ​ແໜ້ນ ພັດ­ທະ­ນາ​ເສດ­ຖະ­ກິດ​ໃຫ້​ຂະ­ຫຍາຍ ຕົວ​ຕາມ​ທິດ​ສີ­ຂຽວ ລວມ​ຍອດ​ຜະ­ລິດ​ພັນ​ພາຍ​ໃນ​ເພີ່ມ​ຂຶ້ນ​ຕໍ່​ເນື່ອງ ສະ­ເລ່ຍ​ບໍ່​ໃຫ້​ຫຼຸດ 7-8% ຕໍ່​ປີ ລາຍ​ໄດ້ 31 ລ້ານ​ກວ່າ​ກີບ​ຕໍ່​ຄົນ ບູ­ລະ­ນະ​ພະ­ທາດ​ເຈ­ດີ​ສາ­ມັກ­ຄີ​ທຳ​ຖິ່ນ​ຊ້ອຍ ຕິດ​ພັນ​ກັບ​ການ​ປັບ­ປຸງ​ແຫຼ່ງ​ທ່ອງ​ທ່ຽວ​ທຳ​ມະ​ຊາດ ປະ­ຫວັດ­ສາດ ແລະ ວັດ­ທະ­ນະ­ທຳ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ເຂົ້າ​ມາ​ທ່ຽວ​ເພີ່ມ​ຂຶ້ນ ແລະ ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມ­ແຂງ ໜັກ​ແໜ້ນ​ໃຫ້​ໄດ້ 90% ຕໍ່​ປີ ຂອງ​ຈຳ­ນວນ​ໜ່ວຍ​ພັກ​ທັງ​ໝົດ.

error: Content is protected !!