ຫັນປ່ຽນອາຊີບຜະລິດກະສິກຳແບບຄົບວົງຈອນ ຈົນກາຍເປັນຄອບຄົວຕົວແບບ

ທ່ານ ນາງ ສຸ­ພາ​ລັກ ພໍ​ບຸ​ຜາ ປະ­ຊາ­ຊົນ​ບ້ານ​ໜອງ​ແຄນ ເມືອງ​ປາກ​ງື່ມ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຂຶ້ນ​ປະ­ກອບ​ຄຳ​ເຫັນ​ຄອບ­ຄົວ​ຕົວ​ແບບ​ການ​ຜະ­ລິດ​ແບບ​ຄົບ​ວົງ​ຈອນ ຕໍ່​ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ຄັ້ງ​ທີ V ອົງ­ຄະ​ນະ​ພັກ​ເມືອງ​ປາກ​ງື່ມ​ວັນ​ທີ 21 ກໍ­ລະ­ກົດ 2020 ວ່າ: ຕົນ​ເປັນ​ພະ­ນັກ­ງານ​ຢູ່​ບໍ­ລິ­ສັດ​ແຫ່ງ​ໜຶ່ງ​ມາ​ໄດ້ 7 ປີ ເງິນ­ເດືອນ​ທີ່​ໄດ້​ຮັບ​ບໍ່​ພຽງ­ພໍ​ຕໍ່​ການ​ໃຊ້​ຈ່າຍ​ພາຍ​ໃນ​ຄອບ­ຄົວ ແລະ ເປັນ​ອີກ​ອາ­ຊີບ​ທີ່​ບໍ່​ໝັ້ນ­ຄົງ ພາຍ­ຫຼັງ​ໄດ້​ເຊື່ອມ​ຊຶມ​ແນວ­ທາງ​ປ່ຽນ­ແປງ​ໃໝ່​ຂອງ​ພັກ-ລັດ ທີ່​ເປີດ​ໂອ­ກາດ​ໃຫ້​ພົນ­ລະ­ເມືອງ​ລາວ​ທຸກ​ຄົນ​ໄດ້​ປະ­ກອບ​ອາ­ຊີບ​ອິດ­ສະ­ຫຼະ ໂດຍ​ສະ­ເພາະ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ IV ຂອງ​ອົງ­ຄະ​ນະ​ພັກ​ເມືອງ​ປາກ​ງື່ມ ໄດ້​ກຳ­ນົດ​ແຜນ​ສູ້​ຊົນ​ສ້າງ​ເມືອງ​ປາກ​ງື່ມ ໃຫ້​ເປັນ​ເມືອງ​ແຫ່ງ​ການ​ຜະ­ລິດ​ກະ­ສິ­ກຳ​ປູກ­ຝັງ-ລ້ຽງ­ສັດ ຕິດ​ພັນ​ກັບ​ອຸດ​ສະ­ຫະ​ກຳ​ປຸງ​ແຕ່ງ ຫັດ­ຖະ­ກຳ ແລະ ການ​ບໍ­ລິ­ການ ສຸມ​ໃສ່​ແກ້​ໄຂ​ຄວາມ­ທຸກ​ຍາກ​ໃຫ້​ສຳ­ເລັດ​ໃນ​ປີ 2020.

ຈາກ​ເນື້ອ​ໃນ​ດັ່ງ­ກ່າວ ໄດ້​ຊຸກ­ຍູ້​ໃຫ້​ຕົນ​ຢາກ​ຫັນ­ປ່ຽນ​ອາ­ຊີບ ດັ່ງ­ນັ້ນ​ຈຶ່ງ​ໄດ້​ປຶກ­ສາ​ກັບ​ຄອບ­ຄົວ ມາ​ເຮັດ​ການ​ຜະ­ລິດ​ກະ­ສິ­ກຳ​ແບບ​ຄົບ​ວົງ​ຈອນ ມາ​ຮອດ​ປີ 2010 ໄດ້​ຊື້​ດິນ​ຢູ່​ບ້ານ​ໜອງ​ແຄນ ໃນ​ເນື້ອ­ທີ່ 14 ເຮັກ­ຕາ ແລະ ໃນ​ປີ 2011 ໄດ້​ເລີ່ມ​ບຸກ­ເບີກ​ເນື້ອ­ທີ່​ປູກ​ຕົ້ນ​ໄຜ່​ລ້ຽງ​ນ້ອງ 100 ຕົ້ນ ໃນ​ເນື້ອ­ທີ່ 1 ໄລ່ ເຫັນ​ວ່າ​ໄດ້​ຮັບ​ຜົນ​ຕອບ​ຮັບ​ທີ່​ດີ ມີ​ລາຍ​ໄດ້ ຈຶ່ງ​ໄດ້​ສືບ­ຕໍ່​ຂະ­ຫຍາຍ​ພັນ ແລະ ເນື້ອ­ທີ່​ປູກ​ຕື່ມ ມາ​ຮອດ​ປີ 2014 ໄດ້​ມີ​ຄວາມ​ສົນ­ໃຈ​ຢາກ​ປູກ​ໝາກ­ມ່ວງ ຈຶ່ງ​ໄດ້​ໄປ​ສຶກ​ສາ​ຮຽນ​ຢູ່​ສວນ​ໝາກ­ມ່ວງ​ປະ­ເທດ​ເພື່ອນ​ບ້ານ​ເປັນ​ເວ­ລາ 1 ປີ ຫຼັງ​ຈາກ​ນັ້ນ​ຈຶ່ງ​ກັບ​ມາ​ພັດ­ທະ­ນາ​ເຮັດ​ຕົວ​ຈິງ​ຢູ່​ສວນ​ຂອງ​ຕົນ​ເອງ ເບື້ອງ​ຕົ້ນ​ປູກ​ໝາກ­ມ່ວງ 2.700 ຕົ້ນ  ມີ 64 ສາຍ​ພັນ ໝາກ­ມີ້ 25 ຕົ້ນ ໃນ​ນີ້​ໄດ້​ເນັ້ນ​ໜັກ​ການ​ຂະ­ຫຍາຍ​ພັນ​ເພື່ອ​ຂາຍ​ອອກ​ເປັນ­ຕົ້ນ​ຕໍ ປັດ­ຈຸ­ບັນ ສາ­ມາດ​ຂະ­ຫຍາຍ​ເບ້ຍ​ໄມ້​ໄດ້ 35.000 ເບ້ຍ​ຕໍ່​ປີ ສ້າງ​ລາຍ​ຮັບ​ໄດ້ 150.000.000-200.000.000 ກີບ​ຕໍ່​ປີ ໄປ​ຄຽງ​ຄູ່​ກັບ​ການ​ຂາຍ​ຜົນ​ຜະ­ລິດ ແລະ ເບ້ຍ​ໄມ້​ເປັນ​ສິນ­ຄ້າ​ຫຼັກ​ແລ້ວ ຢູ່​ສວນ​ຍັງ​ລ້ຽງ​ປາ​ທຳ​ມະ​ຊາດ ລ້ຽງ​ກົບ 5 ພັນ​ໂຕ ລ້ຽງ​ຄວາຍ 11 ໂຕ ງົວ 13 ໂຕ ລ້ຽງ​ໄກ່ 100 ໂຕ ເພື່ອ​ເປັນ​ອາ­ຫານ ແລະ ຂາຍ​ເປັນ​ລາຍ​ໄດ້​ເສີມ​ຕື່ມ​ອີກ.

ສຳ­ລັບ​ຜົນ​ຜະ­ລິດ​ສ່ວນ​ຫຼາຍ​ແມ່ນ​ມີ​ແມ່​ຄ້າ​ໄປ​ຊື້​ຢູ່​ກັບ​ສວນ ແລະ ສົ່ງ​ໃຫ້​ລູກ​ຄ້າ​ຈຳ­ນວນ​ໜຶ່ງ ພ້ອມ​ນັ້ນ ຍັງ​ໄດ້​ໂຄ­ສະ­ນາ​ຂາຍ​ຜ່ານ​ສື່​ອອນ​ລາຍ ເຂົ້າ​ຮ່ວມ​ວາງ­ສະ­ແດງ​ສິນ­ຄ້າ ແລະ ຕະ­ຫຼາດ­ນັດ​ຕ່າງໆ​ເພື່ອ​ຊອກ​ຫາ​ລູກ​ຄ້າ.

ທ່ານ ນາງ ສຸ­ພາ​ລັກ ເພ​ບຸ​ຜາ ໃຫ້​ຮູ້​ຕື່ມ​ວ່າ: ຈາກ​ການ​ສູ້​ຊົນ​ຜ່ານ​ຜ່າ​ດ້ວຍ​ຄວາມ​ຫຍຸ້ງ­ຍາກ​ລຳ­ບາກ ຈາກ​ຊາວ​ກະ­ສິ­ກອນ​ທີ່​ບໍ່​ມີ​ຄວາມ​ຮູ້​ຄວາມ​ສາ­ມາດ ກາຍ­ເປັນ​ຜູ້​ທີ່​ມີ​ຄວາມ​ຮູ້ ແລະ ປະ­ສົບ​ການ ມາ​ຮອດ​ປັດ­ຈຸ­ບັນ ຖື​ໄດ້​ວ່າ​ປະ­ສົບ​ຜົນ­ສຳ­ເລັດ​ຂັ້ນ​ໜຶ່ງ​ຂອງ​ຊີ­ວິດ ຈາກ​ຜົນ­ງານ​ດັ່ງ­ກ່າວ ໄດ້​ກາຍ­ເປັນ​ຄອບ­ຄົວ​ຕົວ​ແບບ ການ​ຜະ­ລິດ​ກະ­ສິ­ກຳ​ຄົບ​ວົງ​ຈອນ​ຂອງ​ເມືອງ​ປາກ​ງື່ມ.

error: Content is protected !!