ລາວຟອດ ຊີຕີ ນໍາສະເໜີລົດ ຟອດ ເຣນເຈີ ວາຍແທຣກ ແລະ ຟອດ ເອເວີເຣສຮຸ່ນໃໝ່

    ໃນວັນທີ 16 ກໍລະກົດ 2020 ບໍລິສັດ ລາວຟອດ ຊີຕີ ໄດ້ນໍາສະເໜີລົດຟອດ ເຣນເຈີ ວາຍແທຣກ ແລະ ຟອດ ເອເວີເຣສຮຸ່ນໃໝ່ຂຶ້ນທີ່ສູນ ຟອດ ລາວຊີຕີ ເຊິ່ງຕັ້ງຢູ່ບ້ານຂຸນຕາທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ເວນ ແມັກອິນທອດ ຜູ້ຈັດການບໍລິສັດ ລາວຟອດ ຊີຕີ ພ້ອມດ້ວຍລູກຄ້າຂອງບໍລິສັດອີກຈຳນວນໜຶ່ງ. 

    ໃນໂອກາດດັ່ງກ່າວ ທ່ານ ເວນ ແມັກອິນທອດ ຜູ້ຈັດການບໍລິສັດ ລາວຟອດ ຊີຕີ ກ່າວວ່າ: ມີລູກຄ້າຫຼາຍໆຄົນບອກວ່າ ພວກເຂົາໄດ້ຮັກໃນສະມັດຖະພາບຂອງລົດຟອດ ເນື່ອງຈາກວ່າສິ່ງເຫຼົ່ານັ້ນແມ່ນຕອບໂຈດໄດ້ດີທີ່ສຸດ ຫຼັງຈາກນັ້ນ ບໍລິສັດ ລາວຟອດ ຊີຕີ ຈຶ່ງໄດ້ມີການປຶກສາຫາລືກັນຫຼາຍເດືອນ ແລະ ຕັດສິນໃຈນຳເຂົ້າລົດສອງຮຸນໃໝ່ຫຼ້າສຸດນີ້ເຂົ້າມາປະເທດລາວ ແລະ ສະເໜີຢ່າງເປັນທາງການ. 

    ຟອດ ເຣນເຈີ ວາຍແທຣກ ແລະ ຟອດ ເອເວີເຣສ ຮຸ່ນໃໝ່ນີ້ ມີເຕັກໂນໂລຊີທີ່ທັນສະໄໝ ເຄື່ອງຈັກ 2,0 ລິດ ມີ 213 ແຮງມ້າ ແລະ ເທີໂບຄູ່ ເຊິ່ງໃນງວດທໍາອິດ ລາວຟອດ ຊີຕີ ໄດ້ນໍາເຂົ້າລົດຟອດ ເຣນເຈີ ວາຍແທຣກ ຈຳນວນ 12 ຄັນ ແລະ ກໍຖືກຊື້ໄປໝົດແລ້ວພາຍໃນອາທິດດຽວ ແລະ ໄດ້ນໍາເຂົ້າ ຟອດ ເອເວີເຣສ ຈຳນວນ 4 ຄັນ ໃນນັ້ນ ກໍຖືກຊື້ໄປແລ້ວຈຳນວນ 2 ຄັນ.

   

error: Content is protected !!