4 ສັນຍານເຕືອນ ສ່ຽງເປັນພະຍາດແກ່ນຕາຂຸ້ນ

ຫຼາຍ​ຄົນ​ບໍ່​ອາດ​ປະ­ຕິ­ເສດ​ໄດ້​ວ່າ “ການ​ເບິ່ງ​ເຫັນ” ມີ​ຄວາມ​ສຳ­ຄັນ​ກັບ​ຊີ­ວິດ ນອກ­ຈາກ​ການ​ເຮັດ​ໃຫ້​ເຮົາ​ໄດ້​ໃຊ້​ຊີ­ວິດ​ປະ­ຈຳ​ວັນ​ໄດ້​ຢ່າງ​ປົກ­ກະ­ຕິ​ສຸກ​ແລ້ວ ຍັງ​ເຮັດ​ໃຫ້​ເຮົາ​ໄດ້​ເຫັນ​ໜ້າ​ຄົນ​ທີ່​ເຮົາ​ຮັກ​ໄດ້​ເຫັນ​ໂລກ​ກວ້າງ ໄດ້​ອ່ານ​ປຶ້ມ ໄດ້​ເດີນ­ທາງ​ທ່ອງ​ທ່ຽວ​ດ້ວຍ​ຕົນ​ເອງ ໂດຍ​ບໍ່​ຕ້ອງ​ເປັນ​ພາ­ລະ​ກັບ​ໃຜ ຫຼາຍ​ຄົນ​ຈຶ່ງ​ຢ້ານ​ທີ່​ຈະ​ສູນ​ເສຍ​ການ​ເບິ່ງ​ເຫັນ​ຫຼາຍ​ຄົນ​ຢ້ານ ຫາກ​ຕ້ອງ​ຢູ່​ໃນ​ໂລກ​ມືດ ດັ່ງ­ນັ້ນ ການ​ດູ​ແລ​ສຸ­ຂະ­ພາບ “ດວງ​ຕາ” ໃຫ້​ດີ​ຢູ່​ສະ­ເໝີ ຈຶ່ງ​ເປັນ​ເລື່ອງ​ທີ່​ສຳ­ຄັນ​ເພາະ “ດວງ​ຕາ” ເປັນ​ອະ​ໄວ​ຍະ​ວະ​ທີ່​ບອບ​ບາງ ແລະ ຫາກ​ສູນ​ເສຍ​ມັນ​ໄປ​ແລ້ວ ບໍ່​ສາ­ມາດ​ເອີ້ນ​ກັບ​ຄືນ​ມາ​ໄດ້.

“ພະ­ຍາດ​ແກ່ນ​ຕາ​ຂຸ້ນ” ເປັນ​ສາ­ເຫດ​ອັນ​ດັບ​ໜຶ່ງ​ທີ່​ເຮັດ​ໃຫ້​ຕາ­ບອດ ໂດຍ​ຜູ້​ທີ່​ເປັນ​ພະ­ຍາດ​ນີ້​ຈະ​ມີ​ພາ­ວະ​ເລນ​ຕາ​ຂຸ່ນ ແລະ ຈະ​ມີ​ອາ­ການ​ຫຼັກ​ຄື ຕາ­ມົວ ເບິ່ງ​ເຫັນ​ພາບ​ບໍ່​ຊັດ​ເຈນ ສາຍ­ຕາ​ເລືອນ​ລາງ ເຊິ່ງ​ລັກ­ສະ­ນະ​ການ​ເບິ່ງ​ເຫັນ​ພາບ​ບໍ່​ຊັດ​ເຈນ​ນັ້ນ ມີ​ຫຼາຍ​ແບບ​ແຕ່​ສ່ວນ​ຫຼາຍ​ແລ້ວ ອາ­ການ​ຕ່າງໆ​ຈະ​ຄ່ອຍ​ເປັນ​ຄ່ອຍ​ໄປ ໃຊ້​ເວ­ລາ​ເປັນ​ເດືອນ ຫຼື ອາດ​ເປັນ​ປີ ເມື່ອ​ມີ​ອາ­ການ​ຫຼາຍ​ຂຶ້ນ ຈະ​ສົ່ງ​ຜົນ​ເຮັດ​ໃຫ້​ຄົນ​ເຈັບ​ບໍ່​ສາ­ມາດ​ດຳ­ເນີນ​ຊີ­ວິດ​ປະ­ຈຳ​ວັນ​ໄດ້​ຕາມ​ປົກ­ກະ­ຕິ ເຊິ່ງ​ໃນ​ເລື່ອງ​ນີ້ ແພດ​ຈະ​ມາ​ໃຫ້​ຂໍ້​ມູນ​ທີ່​ໜ້າ​ສົນ­ໃຈ ວິ­ທີ​ສັງ­ເກດ​ອາ­ການ ແລະ ສັນ­ຍານ​ເຕືອນ​ຂອງ​ພະ­ຍາດ ລວມ​ໄປ​ເຖິງ​ແນວ­ທາງ​ການ​ປິ່ນ­ປົວ​ມາ​ຝາກ​ກັນ.

ສາ­ເຫດ​ຂອງ​ພະ­ຍາດ​ແກ່ນ​ຕາ​ຂຸ້ນ

ສາ­ເຫດ​ຂອງ​ການ​ເກີດ​ພະ­ຍາດ​ແກ່ນ​ຕາ​ຂຸ້ນ ມາ​ຈາກ​ອາ­ຍຸ​ທີ່​ຫຼາຍ​ຂຶ້ນ ໂດຍ​ສະ­ເພາະ ໃນ​ຜູ້​ທີ່​ມີ​ອາ­ຍຸ​ຫຼາຍ​ກວ່າ 50 ປີ​ຂຶ້ນ​ໄປ ຍິ່ງ​ມີ​ຄວາມ​ສ່ຽງ​ທີ່​ຈະ​ເປັນ​ໄດ້​ງ່າຍ ລວມ​ໄປ​ເຖິງ​ຜູ້​ທີ່​ໃຊ້​ຢາ​ສະ​ເຕຍ​ຣອຍ (Steroid) ໂດຍ​ກຸ່ມ​ທີ່​ມີ​ໂອ­ກາດ​ໄດ້​ຮັບ​ຢາ​ກຸ່ມ​ນີ້ ໄດ້­ແກ່​ຄົນ​ເຈັບ​ໂລກ​ພູມ​ແພ້ ໂລກ​ແພ້​ພູມ​ຕົວ​ເອງ ຫຼື ໂລກ​ເອ​ສ​ແອ​ລ​ອີ (SLE) ນອກ­ຈາກ​ນີ້ ຜູ້​ທີ່​ຮັບ​ປະ­ທານ​ຢາ​ຕົ້ມ ຢາ​ໝໍ້ ຢາ­ພື້ນ­ເມືອງ ເຊິ່ງ​ອາດ​ມີ​ສ່ວນ​ປະ­ສົມ​ຂອງ​ສານ​ສະ​ເຕຍ​ຣອຍ ການ​ໄດ້​ຮັບ​ອຸ­ບັດ­ເຫດ​ທາງ​ຕາ ແລະ ການ​ໄດ້​ຮັບ​ແສງ​ອຸນ​ຕຣາ​ໄວ​ໂອ​ເລດ (UV) ເຫຼົ່າ​ນີ້ ລ້ວນ​ເປັນ​ສາ­ເຫດ​ຂອງ​ການ​ເກີດ​ແກ່ນ​ຕາ​ຂຸ້ນ.

4 ອາ­ການ​ສ່ຽງ​ແກ່ນ​ຕາ​ຂຸ້ນ

1. ເບິ່ງ​ເຫັນ​ພາບ​ບໍ່​ຊັດ​ເຈນ
2. ເບິ່ງ​ເຫັນ​ພາບ​ຊ້ອນ
3. ເບິ່ງ​ເຫັນ​ພາບ​ມົວ​ໃນ​ບ່ອນ​ທີ່​ມີ​ແສງ​ຈ້າ
4. ສາຍ­ຕາ​ປ່ຽນ​ເລື້ອຍ ໄປ​ວັດ­ແທກ​ແວ່ນ­ຕາ​ຍາມ​ໃດ​ບໍ່​ຊັດ​ເຈນ​ຈັກ​ເທື່ອ ເມື່ອ​ມີ​ອາ­ການ​ດັ່ງ­ກ່າວ​ຂ້າງ​ຕົ້ນ ຢ່າ​ນິ່ງ​ນອນ​ໃຈ ຄວນ​ຮີບ​ໄປ​ຫາ​ແພດ​ທັນ­ທີ ຫຼື ເຖິງ​ແມ່ນ​ຈະ​ບໍ່​ມີ​ສັນ­ຍານ​ເຕືອນ ແຕ່​ເຮົາ​ກໍ​ຄວນ​ທີ່​ຈະ​ກວດ​ສຸ­ຂະ­ພາບ​ຕາ​ຢ່າງ​ໜ້ອຍ​ປີ​ລະ 1 ຄັ້ງ ເພື່ອ​ຄົ້ນ​ຫາ​ພາ­ວະ​ຜິດ​ປົກ­ກະ­ຕິ.

ພາ­ວະ​ແຊກ​ຊ້ອນ ອັນ­ຕະ­ລາຍ​ທີ່​ຕ້ອງ​ເຝົ້າ​ລະ­ວັງ

ໃນ​ຄົນ​ເຈັບ​ທີ່​ເປັນ​ພະ­ຍາດ​ແກ່ນ​ຕາ​ຂຸ້ນ​ມາ​ດົນ​ນານ ອາດ​ເກີດ​ພາ­ວະ​ແຊກ​ຊ້ອນ​ນັ້ນ​ຄື “ພາ­ວະ​ຕໍ້​ຫີນ​ຈາກ​ແກ່ນ​ຕາ​ຂຸ້ນ​ທີ່​ບວມ (Phacomorphic Glaucoma)” ເກີດ​ຈາກ​ເລນ​ຕາ​ສຸກ​ເຕັມ­ທີ່​ແລ້ວ​ບວມ ຈົນ​ປິດ​ທາງ​ລະ­ບາຍ​ນ້ຳ​ໃນ​ໜ່ວຍ​ຕາ ເຮັດ​ໃຫ້​ນ້ຳ​ໃນ​ໜ່ວຍ​ຕາ​ລະ­ບາຍ​ບໍ່​ໄດ້ ເຮັດ​ໃຫ້​ຄົນ​ເຈັບ​ຈະ​ມີ​ອາ­ການ​ປວດ​ຕາ​ວ່ອງ­ໄວ ຕາ­ແດງ ເມື່ອ​ສ່ອງ​ໄຟ​ຈະ​ເຫັນ​ເລີຍ​ວ່າ ຕາ​ດຳ​ຈະ​ຂາວ​ຜິດ​ປົກ­ກະ­ຕິ ຫາກ​ປວດ ໃນ​ກໍ­ລະ­ນີ​ນີ້ ບໍ່​ມີ​ຢາ​ທີ່​ສາ­ມາດ​ລະ­ງັບ​ອາ­ການ​ປວດ​ໄດ້ ແລະ ຖື​ວ່າ​ອັນ­ຕະ­ລາຍ​ຫຼາຍ.

ຜ່າ­ຕັດ​ປ່ຽນ​ເລນ​ຕາ ວິ­ທີ​ປິ່ນ­ປົວ​ທີ່​ປອດ​ໄພ ແລະ ມີ​ປະ­ສິດ­ທິ­ພາບ

ພະ­ຍາດ​ແກ່ນ​ຕາ​ຂຸ້ນ ມີ​ວິ­ທີ​ການ​ປິ່ນ­ປົວ​ພຽງ​ວິ­ທີ​ດຽວ ຄື: ການ­ຜ່າ­ຕັດ​ປ່ຽນ​ເລນ​ຕາ ເຊິ່ງ​ຖື​ວ່າ​ເປັນ​ວິ­ທີ​ການ​ປິ່ນ­ປົວ​ມາດ­ຕະ­ຖານ​ໃນ​ປັດ­ຈຸ­ບັນ​ທົ່ວ​ໂລກ ແລະ ວິ­ທີ​ທີ່​ນິ­ຍົມ​ຫຼາຍ​ທີ່​ສຸດ ຄື: ການ​ເຮັດ​ເຟ​ໂກ​ອີມັລ​ຊິ​ຟິ​ເຄ​ຊັ່ນ (Phacoemulcification) ດ້ວຍ​ການ​ໃຊ້​ເຄື່ອງ​ສຽງ​ຄວາມ​ຖີ່​ສູງ​ເຂົ້າ​ໄປ​ສະ­ຫຼາຍ​ເລນ​ຕາ​ເກົ່າ​ໃຫ້​ມີ​ຂະ­ໜາດ​ນ້ອຍ ແລ້ວ​ໃສ່​ເລນ​ຕາ​ໃໝ່​ເຂົ້າ​ໄປ ເຮັດ​ໃຫ້​ມີ​ແຜ​ຜ່າ­ຕັດ​ຂະ­ໜາດ​ນ້ອຍ​ຫຼາຍ​ພຽງ 3 ມິນ​ລິ​ແມັດ ສ່ວນ​ໃຫຍ່​ຈຶ່ງ​ບໍ່​ຕ້ອງ​ມີ​ການ​ຫຍິບ​ປິດ​ແຜ ນັບ​ເປັນ​ວິ­ທີ​ທີ່​ຂ້ອນ​ຂ້າງ​ມີ​ປະ­ສິດ­ທິ­ພາບ ແລະ ປອດ​ໄພ ໂດຍ​ໃຊ້​ເວ­ລາ​ສະ­ເລ່ຍ​ພຽງ 10-30 ນາ­ທີ​ເທົ່າ​ນັ້ນ ທັງ​ນີ້​ຂຶ້ນ​ຢູ່​ກັບ​ປະ­ສົບ​ການ​ຂອງ​ແພດ​ຜູ້​ເຮັດ​ການ­ຜ່າ­ຕັດ ແລະ ຄວາມ​ຍາກ​ຂອງ​ກໍ­ລະ­ນີ.

ຊີ­ວິດ​ໃໝ່​ຫຼັງ​ຜ່າ­ຕັດ​ແກ່ນ​ຕາ​ຂຸ້ນ

ຫຼັງ​ຈາກ​ໄດ້​ຮັບ​ການ­ຜ່າ­ຕັດ​ແກ່ນ​ຕາ​ຂຸ້ນ​ແລ້ວ ສ່ວນ​ຫຼາຍ​ຄົນ​ເຈັບ​ຈະ​ຮູ້­ສຶກ​ເໝືອນ​ໄດ້​ຊີ­ວິດ​ໃໝ່ ເນື່ອງ​ຈາກ​ສາ­ມາດ​ເບິ່ງ​ເຫັນ​ໄດ້​ຊັດ​ເຈນ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ ເຊິ່ງ​ການ­ຜ່າ­ຕັດ​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ກັບ​ມາ​ເບິ່ງ​ໂລກ​ສົດ­ໃສ ແຕ່​ຍັງ​ເປັນ​ການ​ແກ້​ໄຂ​ພາ­ວະ​ສາຍ­ຕາ​ສັ້ນ ຍາວ ອ່ຽງ ຫຼື ສາຍ­ຕາ​ເບິ່ງ​ໃກ້​ທີ່​ຜິດ​ປົກ­ກະ­ຕິ​ໄດ້ ລວມ​ທັງ​ຊ່ວຍ​ຫຼຸດ​ຄວາມ­ດັນ​ຕາ​ໃນ​ຄົນ​ເຈັບ​ຕໍ້​ຫີນ​ອີກ​ດ້ວຍ.

ຊາວ­ບ້ານ – ນຳ​ສະ­ເໜີ

error: Content is protected !!