
ບໍລິສັດ ແກ້ວທະວີຄູນເພີ່ມພູນຊັບ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ນອກຈາກດຳເນີນທຸລະກິດປູກຜັກປອດສານພິດ ເປັນສິນຄ້າຈຳໜ່າຍຕະຫຼາດພາຍໃນ ແລະ ສົ່ງອອກຕ່າງປະເທດແລ້ວ ບໍລິສັດຍັງໄດ້ບໍລິການຕົບແຕ່ງເວທີຕ່າງໆ ເປັນຕົ້ນ ກອງປະຊຸມໃຫຍ່ຂອງພັກ ແລະ ງານແຕ່ງງານ ດ້ວຍການນຳເອົາພືດຜັກປອດສານພິດປະເພດ ຫົວ ໃບ ແລະ ໝາກ ຕາມລະດູການມາຕົບແຕ່ງແທນດອກໄມ້ ພາຍຫຼັງສຳເລັດການຈັດງານ ຜະລິດຕະພັນດັ່ງກ່າວຍັງສາມາດໄປບໍລິໂພກໄດ້ ທັງເປັນມິດກັບສິ່ງແວດລ້ອມ ຕື່ມອີກ.

ທ່ານນາງ ຂັນທະລີ ແສງສຸລິເດດ ຮອງປະທານບໍລິສັດ ແກ້ວທະວີຄູນເພີ່ມພູນຊັບ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ໃຫ້ສຳພາດວັນທີ 26 ກຸມພາ 2020 ວ່າ: ນັບແຕ່ປີ 2012 ເປັນຕົ້ນມາທີ່ບໍລິສັດໄດ້ດຳເນີນທຸລະກິດເຮັດກະສິກຳປູກພືດຜັກປອດສານພິດ ປະເພດ ຫົວ ໃບ ໝາກ ແລະ ອື່ນໆຈຳນວນຫຼາຍຊະນິດທີ່ເປັນພັນນຳເຂົ້າຈາກຕ່າງປະເທດມາປູກຢູ່ລາວ ໂດຍສະເພາະ ປູກຢູ່ເມືອງປາກຊ່ອງ ແຂວງຈຳປາສັກທີ່ເປັນເຂດອາກາດໜາວ ແລະ ປູກຢູ່ນະຄອນຫຼວງວຽງຈັນຈຳນວນໜຶ່ງ ເພື່ອສະໜອງໃຫ້ຕະຫຼາດພາຍໃນ ແລະ ສົ່ງອອກຕ່າງປະເທດ ເປັນຕົ້ນ ຢູ່ພາຍໃນນະຄອນຫຼວງວຽງຈັນ ຕາມຮ້ານຊຸບເປີມາກເກັດ ຮ້ານອາຫານ ແລະ ຢູ່ຕະຫຼາດກະສິກຳອິນຊີ ເດີ່ນສູນການຄ້າລາວ-ໄອເຕັກ ທຸກອາທິດ ຕອນເຊົ້າວັນພຸດ ແລະ ວັນເສົາ ໂດຍມີປະສົບການດ້ານນີ້ ໃນຜ່ານມາກໍໄດ້ເຄີຍນຳເອົາຜະລິດຕະພັນກະສິກຳປອດສານພິດທີ່ຕົນເອງມາຕົບແຕ່ງເວທີງານແຕ່ງງານ ແລະ ເຮັດເປັນກະຕ່າຂອງຂວັນອວຍພອນ ເຫັນວ່າໄດ້ຮັບການຕອບຮັບຈາກລູກຄ້າ ແຕ່ກໍຍັງບໍ່ທັນກວ້າງຂວາງເທົ່າທີ່ຄວນ ແລະ ໃນໂອກາດທີ່ພະແນກກະສິກຳ ແລະ ປ່າ ໄມ້ນະຄອນຫຼວງວຽງຈັນ ຈັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະພັກຮາກຖານຕົນ ການນຳພະແນກ ໄດ້ໃຫ້ບໍລິສັດໄປຕົບແຕ່ງເວທີກອງປະຊຸມໃຫ້ ແລະ ຜ່ານການຕົບແຕ່ງຕົວຈິງ ຜົນອອກມາເຫັນວ່າມີຄວາມສວຍງາມແບບທຳມະຊາດທີ່ສະແດງໃຫ້ເຫັນວ່າປະເທດລາວເຮົາມີຄວາມອຸດົມສົມບູນໄປດ້ວຍພືດພັນທັນຍາຫານທີ່ໄດ້ນຳໃຊ້ພືດຜັກກະສິກຳລ້ວນໆ ເປັນຕົ້ນ ໝາກເຂືອ ໝາກເລັ່ນ ໝາກນາວ ໝາກແຕງ ໝາກເຜັດ ໝາກຫຸ່ງ ສາລີ ຜັກສະຫຼັດ ຜັກກະລ່ຳປີ ໝາກນັດ ໝາກກ້ວຍ ໝາກຊູ ກາລົດ ແລະ ອື່ນໆທີ່ມີຕາມລະດູການ ເຊິ່ງໝາກໄມ້ ແລະ ພືດຜັກແມ່ນມີຫຼາຍສີໃຫ້ເໝືອນຄືກັນກັບດອກໄມ້.
ດັ່ງນັ້ນ ພາກສ່ວນໃດ ຫຼື ອົງການຈັດຕັ້ງພາກລັດ ພາກເອກະຊົນ ແລະ ບຸກຄົນທົ່ວໄປທີ່ຕ້ອງການຕົບແຕ່ງເວທີງານຕ່າງໆ ບໍ່ວ່າຈະເປັນກອງປະຊຸມ ແລະ ງານແຕ່ງງານ ໂດຍສະເພາະ ໄລຍະນີ້ຫຼາຍສຳ ນັກງານ-ອົງການ ຂັ້ນແຂວງ ຂັ້ນເມືອງ ແລະ ພະແນກການຕ່າງໆທັງຢູ່ສູນກາງ ແລະ ທ້ອງຖິ່ນກຳລັງກະກຽມຈັດກອງປະຊຸມໃຫຍ່ຂອງພັກ ຖ້າມີຄວາມສົນໃຈຢາກໃຫ້ໄປບໍລິການຕົບແຕ່ງເວທີກອງປະຊຸມດ້ວຍພືດຜັກກະສິກຳກໍສາມາດຕິດຕໍ່ພົວພັນມາຍັງບໍລິສັດ ແກ້ວທະວີຄູນເພີ່ມພູນຊັບຂາເຂົ້າ-ຂາອອກ ຈຳກັດ.