ເກີດເຫດໄຟໄໝ້ປ່າຫຍ້າຢູ່ແຄມຂອງ ເຂດບ້ານສີຖານເໜືອ

    ວັນ​ທີ 27 ກຸມ­ພາ 2020 ເວ­ລາ​ປະ­ມານ 11:30 ໂມງ ໄດ້​ເກີດ​ເຫດ​ໄຟ​ໄໝ້​ປ່າ​ຫຍ້າ​ຢູ່​ແຄມ​ຂອງ ເຂດ​ບ້ານ​ສີ​ຖານ​ເໜືອ ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ເຊິ່ງ​ເຈົ້າ​ໜ້າ­ທີ່​ພະ​ແນກ​ຕຳ­ຫຼວດ​ສະ­ກັດ​ກັ້ນ ແລະ ຕ້ານ​ອັກ­ຄີ​ໄພ ນວ ໄດ້​ນຳ​ກຳ­ລັງ ພ້ອມ​ລົດ​ມອດ​ໄຟ 3 ຄັນ ອອກ​ໄປ​ມອດ​ໄຟ​ຢູ່​ສະ­ຖານ­ທີ່​ເກີດ​ເຫດ​ເພື່ອ​ບໍ່​ໃຫ້​ແຜ່​ລາມ​ໄປ​ເຂດ​ຊຸມ​ຊົນ ເຊິ່ງ​ການ​ມອດ​ໄຟ​ຄັ້ງ​ນີ້​ມີ​ຄວາມ​ລຳ­ບາກ ເພາະ​ຈຸດ​ເກີດ​ເຫດ​ເປັນ​ປ່າ​ຫຍ້າ​ແຫ້ງ​ມີ​ເນື້ອ­ທີ່​ກວ້າງ­ຂວາງ ແລະ ມີ​ລົມ​ພັດ​ແຮງ ຍາກ​ຕໍ່​ການ​ມອດ​ໄຟ ຈາກ​ເຫດ­ການ​ທີ່​ເກີດ​ຂຶ້ນ​ຄັ້ງ​ນີ້​ເຈົ້າ​ໜ້າ­ທີ່​ໃຊ້​ເວ­ລາ​ປະ­ມານ 3 ຊົ່ວ­ໂມງ​ຈຶ່ງ​ສາ­ມາດ​ຄວບ​ຄຸມ​ເພີງ​ໄດ້ ແລະ ຍັງ​ຢູ່​ໃນ​ການ​ເຝົ້າ​ລະ­ວັງ​ຂອງ​ເຈົ້າ​ໜ້າ­ທີ່​ຕະ­ຫຼອດ 24 ຊົ່ວ­ໂມງ ໂຊກ​ດີ​ການ​ເກີດ​ອັກ­ຄີ​ໄພ​ຄັ້ງ​ນີ້ ບໍ່​ມີ​ຄົນ​ເສຍ​ຊີ­ວິດ ແລະ ບາດ ເຈັບ ສ່ວນ​ຜົນ​ເສຍ​ຫາຍ​ມີ​ແຕ່​ໄໝ້​ປ່າ​ຫຍ້າ​ເປັນ​ບໍ­ລິ­ເວນ​ກວ້າງ ປັດ­ຈຸ­ບັນ​ເຈົ້າ​ໜ້າ­ທີ່​ກຳ­ລັງ​ຢູ່​ໃນ​ຂັ້ນ​ຕອນ​ດຳ­ເນີນ​ການ​ສືບ­ສວນ​ຫາ​ສາ­ເຫດ​ທີ່­ແທ້​ຈິງ​ຂອງ​ການ​ເກີດ​ໄຟ​ໄໝ້​ຄັ້ງ​ນີ້.

    ນັບ​ແຕ່​ຕົ້ນ​ປີ 2020 ເປັນ­ຕົ້ນ​ມາ​ໄດ້​ເກີດ​ເຫດ​ໄຟ​ໄໝ້​ປ່າ​ຫຍ້າ​ຢູ່​ແຄມ​ຂອງ 3 ຄັ້ງ ເພື່ອ​ຮັບ​ມື​ກັບ​ເຫດ­ການ​ດັ່ງ­ກ່າວ​ທີ່​ອາດ​ເກີດ​ຂຶ້ນ​ໃນ​ລະ­ດູ­ແລ້ງ​ປີ 2020 ໃຫ້​ໄດ້​ຮັບ​ຜົນ​ດີ ທ່ານ​ເຈົ້າ​ຄອງ ນວ ໄດ້​ອອກ​ຄຳ​ສັ່ງ​ເລກ​ທີ 001/ຈ​ນວ ລົງ​ວັນ​ທີ 7 ກຸມ­ພາ 2020 ໃຫ້​ທຸກ​ເມືອງ ທຸກ​ບ້ານ ສຳ­ນັກ­ງານ-ອົງ­ການ ບໍ­ລິ­ສັດ ແລະ ປະ­ຊາ­ຊົນ​ຜູ້​ທີ່​ດຳ­ລົງ​ຊີ­ວິດ​ຢູ່​ໃນ ນວ ຈົ່ງ​ເພີ່ມ​ທະ­ວີ​ຄວາມ​ຮັບ­ຜິດ­ຊອບ​ໃນ​ການ​ສະ­ກັດ​ກັ້ນ ຄວບ​ຄຸມ​ແລະ ແກ້​ໄຂ​ການ​ຈູດ​ຂີ້​ເຫຍື້ອ ການ​ຈູດ​ປ່າ ແລະ ຈູດ​ທົ່ງ​ນາ ຮົ້ວ​ສວນ​ຊະ­ຊາຍ ທັງ​ໃນ​ເຂດ​ຕົວ​ເມືອງ ແລະ​ຊານ­ເມືອງ ໃຫ້​ໄດ້​ຢ່າງ​ທັນ​ການ ເມື່ອ​ມີ​ເຫດ­ການ​ເກີດ​ຂຶ້ນ​ຢູ່​ບ່ອນ​ໃດ​ໃຫ້​ຫົວ­ໜ້າ​ອົງ​ກອນ​ຢູ່​ບ່ອນ​ນັ້ນ​ເປັນ​ຜູ້​ຮັບ­ຜິດ­ຊອບ​ຄວບ​ຄຸມ ແລະ ໄກ່​ເກ່ຍ​ໂດຍ​ກົງ.

    ໃນ​ເດືອນ​ມັງ­ກອນ 2020 ທົ່ວ ນວ ມີ​ອັກ­ຄີ​ໄພ​ເກີດ​ຂຶ້ນ​ທັງ​ໝົດ 7 ຄັ້ງ ເປັນ​ໄຟ​ໄໝ້​ນ້ອຍ ຜົນ​ເສຍ​ຫາຍ​ມີ​ເຮືອນ​ກໍ່​ຊັ້ນ​ເຄິ່ງ​ມຸງ​ກະ­ເບື້ອງ 1 ຫຼັງ ເຮືອນ​ສອງ​ຊັ້ນ​ລຸ່ມ​ກໍ່ ເທິງ​ແອ້ມ​ດ້ວຍ​ໄມ້ ມຸງ​ສັງ­ກະ­ສີ 2 ຫຼັງ ລົດ​ຕູ້​ຍີ່­ຫໍ້​ສະ​ຕາ​ແລັກ 12 ບ່ອນ​ນັ່ງ 1 ຄັນ ລົດ­ຈັກ 6 ຄັນ ໄໝ້​ປ່າ​ຫຍ້າ 2 ແຫ່ງ ຫໍ​ພັກ​ກຳ­ມະ­ກອນ​ຍິງ​ຂອງ​ບໍ­ລິ­ສັດ​ທີ​ໂອ​ລາວ 9 ຫ້ອງ ແລະ ມີ​ຄົນ​ເສຍ​ຊີ­ວິດ 1 ຄົນ ຈາກ​ເຫດ­ການ​ໄຟ​ໄໝ້​ປ່າ​ຫຍ້າ​ຢູ່​ເຂດ​ຜາມ­ໄຊ​ແຄມ​ຂອງ​ດອນ​ຈັນ ເມືອງ​ຈັນ­ທະ​ບູ​ລີ ໃນ​ວັນ​ທີ 30 ມັງ­ກອນ 2020 ມູນ​ຄ່າ​ເສຍ​ຫາຍ​ເງິນ​ກີບ 778.000.000 ກີບ ເງິນ​ບາດ 110.000 ບາດ ແລະ ເງິນ​ໂດ​ລາ​ສະ­ຫະ­ລັດ 13.000 ໂດ​ລາ ສ່ວນ​ສາ­ເຫດ​ທີ່​ພາ­ໃຫ້​ເກີດ​ອັກ­ຄີ​ໄພ​ແມ່ນ​ເກີດ​ຍ້ອນ​ໄຟ­ຟ້າ​ຊ໋ອດ 3 ລາຍ ຈູດ​ທູບ​ອູດ​ຍຸງ 1 ລາຍ ຈູດ​ປ່າ​ຊະ­ຊາຍ 2 ລາຍ ແລະ ລະ­ບົບ​ໄຟ­ຟ້າ​ຂອງ​ລົດ​ມີ​ບັນ­ຫາ 1 ລາຍ.

Leave a Reply

error: Content is protected !!