
ພິທີມອບ-ຮັບ ອາຄານຫໍພັກຮັກຮຽນ ຂອງໂຮງຮຽນ ມສ ວຽງຈັນ ນະຄອນຫຼວງວຽງຈັນ (ນວ) ແລະ ສະເຫຼີມສະຫຼອງຄົບຮອບ 10 ປີ ຂອງການຊ່ວຍເຫຼືອ ຂອງຄອບຄົວ ຢາມະໂມະໂຕະ ແລະ ສະມາຄົມອະນາຄົດເດັກນ້ອຍລາວ ຈັດຂຶ້ນວັນທີ 4 ພະຈິກ 2025 ທີ່ໂຮງຮຽນດັ່ງກ່າວ ໂດຍມີທ່ານ ນາງ ນວມຄໍາ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກີລາ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະລາຊະທູດຍີ່ປຸ່ນ ປະຈໍາລາວ ທ່ານ ຢາມະໂມະໂຕະ ເຄນິຊິ ປະທານສະມາຄົມອະນາຄົດເດັກນ້ອຍລາວ ພ້ອມດ້ວຍ ທ່ານຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ຄະນະຜູ້ອຳນວຍການໂຮງຮຽນ ແຂກຖືກເຊີນ ພະນັກ ງານຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.



ໂອກາດນີ້ ທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ ໄດ້ລາຍງານການສ້ອມແປງອາຄານຫໍພັກຊາຍ ແລະ ການສະເຫຼີມສະຫຼອງການຊ່ວຍຊ່ວຍເຫຼຶອນັກຮຽນຫໍພັກ ຄົບຮອບ 10 ປີ ໃຫ້ຮູ້ວ່າ: ຫໍພັກນັກຮຽນສ້າງຂື້ນແຕ່ປີ 2000 ໂດຍສະມາຄົມ ຄຸມະໂມະໂຕະລາວ ປັດຈຸບັນ ແມ່ນໃຊ້ງານມາໄດ້ 25 ປີພໍດີ ແລະ ມີນັກຮຽນເຂົ້າພັກອາໄສ 25 ຮຸ່ນ ຮຸ່ນທີ່ 1-14 ເປັນທືນການຊ່ວຍເຫຼືອຈາກສະມາຄົມຄຸມະໂມະໂຕະລາວ ສະມາຄົມດັ່ງກ່າວໄດ້ບຸກເບີກ ແລະ ເຕົ້າໂຮມນັກຮຽນໃນທົ່ວປະເທດລາວ ມາອາໄສ ແລະ ພັກຢູ່ໃນຫໍພັກແຫ່ງນີ້ ເພື່ອເຂົ້າຮຽນຕໍ່ໃນຂັ້ນມັດທະຍົມປາຍ (ມສ ວຽງຈັນ).

ພາຍຫຼັງທີ່ສະມາຄົມຄຸມະໂມະໂຕະລາວ ໄດ້ຢຸດຕິການຊ່ວຍເຫຼືອນັກຮຽນລາວຮອດແຕ່ລຸ້ນທີ່ 14 ກໍ່ມີ ຄອບຄົວ ຢາມະໂມະໂຕະ ແລະ ສະມາຄົມອານາຄົດເດັກນ້ອຍລາວ ໄດ້ເຂົ້າມາສືບຕໍ່ຊ່ວຍເຫຼືອ ແລະ ສົ່ງເສີມນັກຮຽນຫໍພັກຈົນເຖິງປັດຈຸບັນ ສະມາຄົມອານາຄົດເພື່ອເດັກນ້ອຍລາວ ແມ່ນກໍ່ຕັ້ງໂດຍຄອບຄົວຜູ້ໃຈບຸນ ຢາມະໂມະໂຕະ ທີ່ຢູ່ເມືອງທະຮະລະ ແຂວງໄອຈິ ປະເທດຍີ່ປຸ່ນ ນັບຕັ້ງແຕ່ເລີ່ມເຂົ້າມາຊ່ວຍເຫຼືອນັກຮຽນຫໍພັກ ທ່ານ ຢາມະໂມະໂຕະ ເພີ່ນເຫັນໄດ້ເຖີງຄວາມຍາກລຳບາກ ເພິ່ນຈື່ງໄດ້ຂື້ນແຜນສະເໜີປັບປຸງຫໍພັກໃຫ້ໜ້າຢູ່ ແລະ ສະດວກສະບາຍຂື້ນ ໂດຍສະເພາະປັບປຸງຫໍພັກຊາຍ ມີ 2 ອາຄານ ອາຄານທີ1 ໄລຍະເວລາການກໍ່ສ້າງ 18 ມັງກອນ 2025 ຫາ 10 ພືດສະພາ 2025 ອາຄານທີ 2 ໄລຍະເວລາການກໍ່ ສ້າງ 27 ພືດສະພາ 2025 – 20 ສິງຫາ 2025 ລວມມູນຄ່າການປັບປຸງກໍ່ສ້າງຫໍພັກທັງ 2 ເປັນເງີນ 92.000 ໂດລາສະຫະລັດ.

ນອກຈາກປັບປຸງອາຄານສະຖານທີຫໍພັກແລ້ວ ຍັງໄດ້ຊ່ວຍເຫຼືອໃຫ້ທືນນັກຮຽນມາຈາກ 8 ແຂວງ ຄື: ໄຊສົມບູນ ບໍລິຄຳໄຊ ຄໍາມ່ວນ ສະຫວັນນະເຂດ ສາລະວັນ ເຊກອງ ອັດຕະປື ແລະ ແຂວງ ວຽງຈັນຕະຫຼອດໄລຍະຂອງການຊ່ວຍເຫຼືອນັບແຕ່ປີ 2000 ຈົນເຖິງປັດຈຸບັນ ນັກຮຽນໄດ້ຈົບໄປຫຼາຍຮຸ່ນ ໃນນັ້ນໄປຮຽນຕໍ່ຕ່າງປະເທດ ໂດຍສະພາະແມ່ນປະເທດຍີ່ປຸ່ນ ເຂົ້າມະຫາວິທະຍາໄລແຫ່ງຊາດ ແລະ ໄດ້ເຮັດວຽກຮັບໃຊ້ປະເທດຊາດຢູ່ໃນກະຊວງຕ່າງໆ ຖືວ່າການຊ່ວຍເຫຼືອດັ່ງກ່າວ ແມ່ນມີຜົນສຳເລັດອັນໃຫ່ຍຫຼວງຕໍ່ໂຮງຮຽນ ມສ ວຽງຈັນ ເວົ້າລວມ ເວົ້າສະເພາະກໍ່ແມ່ນອະນາຄົດຂອງນັກຮຽນ.

ທ່ານ ຢາມະໂມະໂຕະ ເຄນິຊິ ໄດ້ກ່າວບາງຕອນວ່າ: ຮູ້ສຶກຍິນດີເປັນຢ່າງຍິ່ງ ທີ່ຈັດພິທີສະເຫຼີມສະ ຫຼອງຄົບຮອບ 10 ປີ ຂອງສະມາຄົມ “ອະນາຄົດເດັກນ້ອຍລາວ” ພາຍໃຕ້ການສະໜັບສະໜູນ ຂອງບັນດາທ່ານ ພິເສດ ຂອບໃຈຕໍ່ທ່ານເອກອັກຄະລາຊະທູດຍີ່ປຸ່ນ ປະຈຳລາວ ແລະ ບັນດາທ່ານຜູ້ຕາງໜ້າ ຈາກພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານລາວ 10 ປີກ່ອນນີ້ ພວກເຮົາໄດ້ລິເລີ່ມການຊ່ວຍເຫຼືອຫໍພັກ ຂອງໂຮງຮຽນ ມສ ວຽງຈັນ ໂດຍການຮັບໜ້າທີ່ຕໍ່ຈາກ ສະມາຄົມມິດຕະພາບ ຄຸມາໂມໂຕະລາວ ແລະ ທຸກໆປີ ໄດ້ມາຢ້ຽມຢາມລາວ 2 ຄັ້ງ ເພື່ອຕ້ອນຮັບນັກຮຽນໃໝ່ທີ່ຖືກຄັດເລືອກ ແລະ ລ້ຽງສົ່ງນັກຮຽນທີ່ຈະຈົບການສຶກສາ ໃນແຕ່ລະປີ ພິເສດໃນປີນີ້ ໄດ້ສຳເລັດການປັບປຸງຫໍພັກຊາຍ ແລະ ຈະໄດ້ຕ້ອນຮັບນັກຮຽນຊຸດໃໝ່ 20 ຄົນ ແລະ ຈະສືບຕໍ່ໃຫ້ສະໜັບສະໜູນ ໄວໜຸ່ມລາວ ໃຫ້ສາມາດພັດທະນາທ່າແຮງຂອງຕົນ ແລະ ເຕີບໃຫຍ່ກາຍເປັນຊັບພະຍາກອນມະນຸດທີ່ສາມາດປະກອບສ່ວນເຂົ້າໃນສັງຄົມ ໃນອະນາຄົດ.

ທ່ານ ໂຄອິຊຶມິ ຊຶໂຕະມຸ ກ່າວບາງຕອນ ໂອກາດເຂົ້າຮ່ວມພິທີຄັ້ງນີ້ ວ່າ: ຂອບໃຈ ສະມາຄົມມິດຕະພາບ ຄຸມະໂມະໂຕະລາວ ກໍຄື: ຄອບຄົວ ຢາມະໂມະໂຕະ ສະມາຄົມ ອະນາຄົດຂອງເດັກນ້ອຍລາວ ທັງສອງທ່ານໄດ້ສືບຕໍ່ສົ່ງເສີມນັກຮຽນຂອງໂຮງຮຽນ ມສ ວຽງຈັນ ແລະ ນັກຮຽນລາວໃນທົ່ວປະເທດຕະຫຼອດມາ ສະແດງຄວາມຊົມເຊີຍຈາກໃຈຈິງມາຍັງ ຄອບຄົວ ຢາມະໂມະໂຕະ ທີ່ນໍາໃຊ້ຊັບສິນຂອງຕົນເອງ ມາສົ່ງເສີມ ສະໜັບສະໜຸນ ອະນາຄົດຂອງເດັກນ້ອຍລາວ ເປັນເວລາຫຼາຍປີ ໂດຍສະເພາະໂຮງຮຽນ ມສ ວຽງຈັນ ແຕ່ປີ 2015 ເປັນຕົ້ນມາ ໄດ້ມີການສ້າງຫ້ອງຮຽນ ພາສາຍີ່ປຸ່ນ ຂຶ້ນ ແລະ ໃນປີ 2016 ເຊິ່ງເປັນປີດຽວທີ່ ສະມາຄົມອະນາຄົດເດັກນ້ອຍລາວ ໄດ້ສະໜັບສະໜູນຫໍພັກນັ້ນ ພວກເຮົາກໍ່ໄດ້ລິເລີມໂຄງການ “ຄູ່ຮ່ວມດ້ານພາສາຍີ່ປຸ່ນ” ແລະ ອີກຫຼາຍໂຄງການທີ່ເກີດຂຶ້ນ.

ປີນີ້ ແມ່ນປີຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ຍີ່ປຸ່ນ-ລາວ ແມ່ນປີຄົບຮອບ 60 ປີ ແຫ່ງການສົ່ງອາສາສະໝັກຊາວໜຸ່ມຍີ່ປຸ່ນມາລາວ ແລະ ໃນນາມສ່ວນຕົວຮູ້ສຶກດີໃຈເປັນຢ່າງຍິ່ງ ທີ່ມີ ປີຄົບຮອບ 10 ປີ ໃນການໃຫ້ທຶນການສຶກສານັກຮຽນຕ່າງແຂວງ ຂອງສະມາຄົມ “ອະນາຄົດຂອງເດັກນ້ອຍລາວ” ແລະ ຫວັງຢ່າງຍິ່ງວ່າ ນ້ອງນັກຮຽນ ຜູ້ທີ່ໄດ້ຮັບເລືອກໃຫ້ຢູ່ທີ່ຫໍພັກແຫ່ງນີ້ ຈະນໍາໃຊ້ໂອກາດທີ່ສໍາຄັນ ໃນການຕັ້ງໃຈຮໍ່າຮຽນ ແລະ ເປັນພື້ນຖານສ້າງອະນາຄົດຂອງໂຕເອງໃຫ້ດີຂຶ້ນ.


ໂອກາດດຽວກັນ ທ່ານ ນາງ ນວມຄໍາ ຈັນທະບູລີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຄອບຄົວ ຢາມະໂມະໂຕະ ກໍຄືສະມາຄົມ ອະນາຄົດຂອງເດັກນ້ອຍລາວ ທີ່ໃຫ້ການຊ່ວຍເຫຼືອຄັ້ງນີ້ ພິເສດກໍສະຖານທູດ ແລະ ພາກສ່ວນກ່ຽວຂ້ອງທຸກພາກສ່ວນ ໃຫ້ການສະໜັບສະໜູນ ພ້ອມເນັ້ນໂຮງຮຽນ ມສ ວຽງຈັນ ກໍຄື ນ້ອງນັກຮຽນ ຈົ່ງປົກປັກຮັກສາ ນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ໂດຍສະເພາະນ້ອງນັກຮຽນທຸກຄົນ ຈົ່ງ ສຸມໃສ່ການສຶກສາຮ່ຳຮຽນ ໃຫ້ສົມກັບຄວາມຕັ້ງໃຈຂອງຜູ້ໃຫ້ທຶນສະໜັບສະໜູນ ເພື່ອພັດທະນາຕົນເອງ ນຳ ຄວາມຮູ້ ຄວາມສາມາດມາຮັບໃຊ້ສັງຄົມ ແລະ ປະເທດຊາດ.