ເພງຊາດອິນເດຍ “ວັນເດ ມາຕາຣາມ” ສັນຍາລັກແຫ່ງຄວາມສາມັກຄີ

ເພງຊາດອິນເດຍ “ວັນເດ ມາຕາຣາມ” (Vande Mataram) ໂດຍ ບັງກິມ ຈັນດຣາ ຊັດເຕີຈີ່ (Bankim Chandra Chatterjee) ເຊື່ອວ່າໄດ້ຖືກແຕ່ງຂື້ນໃນໂອກາດອັນເປັນສຶລິມຸງຄຸນຂອງວັນ ອັກສະຍາ ນາວາມິ (Akshaya Navami) ໃນປີ 1875 ວັນນັ້ນກົງກັບວັນທີ 7 ພະຈິກ ເພງ ວັນເດ ມາຕາຣາມ (Vande Mataram) ປາກົດເປັນຄັ້ງທໍາອິດໃນວາລະສານວັນນະຄະດີ ບັງກາດາຊານ (Bangadarshan) ເປັນສ່ວນໜຶ່ງຂອງນະວະນິຍາຍ ອານັນດາມາດ (Anandamath) ໃນຮູບແບບຕີພິມ ຕໍ່ເນື່ອງ ແລະຕໍ່ມາໄດ້ຖືກຈັດພິມເປັນຄັດແຍກໃນປີ 1882 ໃນໄລຍະນັ້ນ ອິນເດຍກໍາລັງ ປະສົບ ການປ່ຽນແປງຄັ້ງໃຫຍ່ທາງສັງຄົມ ວັດທະນະທໍາ ແລະ ການເມືອງ ແລະມີຄວາມຮູ້ສຶກຕື່ນຕົວ ເພື່ອຮັບຮູ້ເອກະລັກຊາດ ແລະ ການຕໍ່ຕ້ານການປົກຄອງຂອງອານານິຄົມ.

     ເພງນີ້ ໄດ້ຍົກຍ້ອງແຜ່ນດິນແມ່ ໃຫ້ເປັນສັນຍະລັກຂອງພະລັງ ຄວາມຮັ່ງມີ ແລະ ຄວາມສັກສິດ ໃຫ້ສຽງກະວີແກ່ຈິດວິນຍານການຕື່ນຕົວແຫ່ງຄວາມສາມັກຄີ ແລະ ຄວາມເຄົາລົບຕົນເອງຂອງອິນເດຍ ໃນໄວໆນີ້ ມັນໄດ້ກາຍເປັນສັນຍະລັກທີ່ຖາວອນແຫ່ງຄວາມຮັກ ແລະ ການອຸທິດຕົນຕໍ່ຊາດ.

     ຄວາມນິຍົມຂອງເພງ “ວັນເດ ມາຕາຣາມ” (Vande Mataram) ໄດ້ເພີ່ມຂຶ້ນຢ່າງໄວວາ ໃນຊ່ວງທ້າຍສະຕະວັດທີ 19 ແລະຕົ້ນສະຕະວັດທີ 20 ໃນວັນທີ 24 ມັງກອນ 1950 ໃນຄະນະທີ ປະກາດນໍາໃຊ້ລັດຖະທໍາມະນູນ ທ່ານ ດຣ ຣາເຈນດຣາ ປຣາຊາດ (Dr. Rajendra Prasad) ປະທານປະເທດຄົນທໍາອິດຂອງປະເທດອິນເດຍ ແລະ ເປັນປະທານສະພາຮ່າງລັດຖະທໍາມະນູນ ໃນເວລານັ້ນ ໄດ້ກ່າວວ່າ ເພງ “ວັນເດ ມາຕາຣາມ” ເຊິ່ງເຄີຍມີບົດບາດທາງປະຫວັດສາດ ໃນການຕໍ່ສູ້ເພື່ອເອກະລາດຂອງອິນເດຍ ຈະຖືກໃຫ້ກຽດເທົ່າກັນກັບເພງ “ຈານາ ການາ ມານາ” (Jana Gana Mana) ແລະມີສະຖານະເທົ່າກັນ.

     ນັບແຕ່ອິນເດຍໄດ້ຮັບເອກະລາດມາ ເພງ “ວັນເດ ມາຕາຣາມ” ກໍ່ຍັງຄົງໄດ້ຮັບການໃຫ້ກຽດ ເປັນພິເສດນຳໃຊ້ໃນພິທີການທາງການ ງານທົ່ວໄປ ແລະ ສະຖາບັນການສຶກສາ ເພື່ອເປັນສັນຍາລັກ ຂອງຄວາມຮັກຊາດ ຄວາມສາມັກຄີ ແລະ ການຮັບໃຊ້ຊາດ.

     ທ່ານ ໂຢເກສວ່າ ສັງວານ ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ

error: Content is protected !!