
ກະຊວງການຕ່າງປະເທດ ຮ່ວມກັບກະຊວງສາທາລະນະສຸກ ຈັດພິທີຖະແຫຼງຂ່າວກ່ຽວກັບມາດຕະການສະກັດກັ້ນ ປ້ອງກັນ ແລະ ແກ້ໄຂການລະບາດຂອງ COVID-19 ຂອງລັດຖະບານລາວ ຕໍ່ບັນດາທູຕານຸທູດ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ ວັນທີ 19 ມີນາ 2020 ທີ່ສູນຮ່ວມມືສາກົນ ແລະ ການເຝິກອົບຮົມ ໂດຍການຖະແຫຼງຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ.
ທ່ານ ສະເຫຼີມໄຊ ກົມມະສິດ ກ່າວວ່າ: ກະຊວງການຕ່າງປະເທດ ໄດ້ສືບຕໍ່ຕິດຕາມການລະບາດຂອງ COVID-19 ຢ່າງໃກ້ຊິດ ພາຍຫຼັງພະຍາດດັ່ງກ່າວເລີ່ມລະບາດຢູ່ເມືອງອູຮັ່ນ ແຂວງຫູເປີ່ຍ ສປ ຈີນ ແຕ່ທ້າຍປີຜ່ານມາ ປັດຈຸບັນ ສປ ຈີນ ສາມາດຄວບຄຸມການລະບາດຂອງພະຍາດດັ່ງກ່າວໄດ້ແລ້ວ ແຕ່ສະພາບການລະບາດຂອງ COVID-19 ໄດ້ຂະຫຍາຍເປັນວົງກວ້າງໃນ 165 ປະເທດໃນໂລກ ໄລຍະນີ້ ຍັງມີການລະບາດຮ້າຍແຮງກວ່າໝູ່ແມ່ນຢູ່ປະເທດອີຕາລີ ແອັດສະປາຍ ຝຣັ່ງ ແລະ ອີຣານ ມາຮອດເວລາ 16:00 ໂມງ ວັນທີ 19 ມີນາ 2020 ມີຜູ້ຕິດເຊື້ອ 219.345 ກໍລະນີ ເສຍຊີວິດ 8.969 ກໍລະນີ ປິ່ນປົວດີແລ້ວ 85.745 ກໍລະນີ ສຳລັບ ສປປ ລາວ ຍັງບໍ່ທັນພົບຜູ້ຕິດເຊື້ອ COVID-19 ແຕ່ມີຄວາມສ່ຽງສູງ ເນື່ອງຈາກມີຊາຍແດນຕິດຈອດ ແລະ ມີການເດີນທາງເຂົ້າມາຂອງຄົນຈາກຕ່າງປະເທດທີ່ມີຜູ້ຕິດເຊື້ອ ລັດຖະບານຈຶ່ງໄດ້ສຸມໃສ່ບັນດາມາດຕະການເພື່ອສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດ ພ້ອມທັງມີແຜນການກະກຽມຄວາມພ້ອມ ໃນການຮັບມືກັບກໍລະນີທີ່ພົບຜູ້ຕິດເຊື້ອໃນຕໍ່ໜ້າ.

ນັບແຕ່ເດືອນມັງກອນ 2020 ເປັນຕົ້ນມາ ລັດຖະບານໄດ້ປະຕິບັດບາງມາດຕະການເພື່ອສະກັດກັ້ນ ແລະ ປ້ອງກັນແຕ່ຫົວທີ ເປັນຕົ້ນ ໄດ້ແຕ່ງຕັ້ງຄະນະສະເພາະກິດເພື່ອຊີ້ນຳການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໂດຍມີທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ເປັນຫົວໜ້າຄະນະ ເພື່ອໂຄສະນາເຜີຍແຜ່ຕໍ່ສັງຄົມກ່ຽວກັບໄພອັນຕະລາຍ ແລະ ວິທີປ້ອງກັນການຕິດເຊື້ອພະຍາດດັ່ງກ່າວ ເຂັ້ມງວດກັ່ນກອງຜູ້ເດີນທາງເຂົ້າມາໃນລາວ ກຽມຄວາມພ້ອມຂອງໂຮງໝໍ ຈັດສັນງົບປະມານເພື່ອຮັບໃຊ້ການປ້ອງກັນ ແລະ ຄວບຄຸມ ອອກມາດຕະການຄຸ້ມຄອງລາຄາຜ້າປິດປາກ-ປິດດັງ ນ້ຳຢາລ້າງມື ອຸປະກອນການແພດ ແລະ ມອບໃຫ້ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຈັດສຳມະນາປຶກສາຫາລືກັບຂະແໜງການກ່ຽວຂ້ອງ ແລະ ພາກທຸລະກິດ ກ່ຽວກັບຜົນກະທົບຂອງ COVID-19 ແລະ ສະເໜີມາດຕະການດ້ານເສດຖະກິດ ເພື່ອຮັບມືກັບຜົນກະທົບດັ່ງກ່າວ.
ປັດຈຸບັນ ລັດຖະບານລາວໄດ້ສືບຕໍ່ປະຕິບັດມາດຕະການທີ່ໄດ້ວາງອອກແລ້ວ ແລະ ມາດຕະການເພື່ອສະກັດກັ້ນເພີ່ມ ຄື: ປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີທົ່ວປະເທດ ສ່ວນດ່ານສາກົນໃຫ້ເບິ່ງຄວາມຮັບປະກັນຮອບດ້ານຈຶ່ງອະນຸຍາດໃຫ້ເປີດໃຫ້ເຂົ້າ-ອອກປົກກະຕິ ໂຈະການອອກ VISA ກັບດ່ານທຸກປະເພດ ໃນໄລຍະເວລາ 30 ວັນ ສຳລັບຜູ້ທີ່ໄດ້ວິຊາເຂົ້າລາວແລ້ວ ຕ້ອງມີການຢັ້ງຢືນການກວດສຸຂະພາບ ແລະ ກວດປະຫວັດການເຄື່ອນໄຫວໄລຍະ 14 ວັນຜ່ານມາ ສຳລັບປະເທດທີ່ໄດ້ຮັບການຍົກເວັ້ນວິຊາ ເຫັນດີໃຫ້ຍົກເລີກການຍົກເວັ້ນວິຊາດັ່ງກ່າວຊົ່ວຄາວ ຈົນກວ່າຈະມີການພິຈາລະນາໃໝ່ຂອງລັດຖະບານ ຫຼີກລ່ຽງການເດີນທາງໄປຕ່າງປະເທດຂອງພົນລະ ເມືອງລາວໃນໄລຍະນີ້ ຜູ້ທີ່ເດີນທາງກັບຈາກປະເທດທີ່ມີການແຜ່ລະບາດຂອງພະຍາດ ໃຫ້ປະຕິບັດການແຍກປ່ຽວຢ່າງໜ້ອຍ 14 ວັນ ເພື່ອຕິດຕາມສຸຂະພາບ ຫຼີກລ່ຽງການໂຮມຊຸມນຸມໃຫຍ່ ແລະ ງານບຸນປະເພນີຕ່າງໆ ປິດກິດຈະການຮ້ານບັນເທິງ ຮ້ານຄາຣາໂອເກະ ແລະ ຮ້ານນວດ ສ່ວນກິດຈະການອື່ນໆ ສາມາດດຳເນີນໄດ້ປົກກະຕິ ແຕ່ໃຫ້ມີມາດຕະການປ້ອງກັນຂັ້ນພື້ນຖານ ເປັນຕົ້ນການກວດອຸນຫະພູມ ແລະ ສະໜອງນ້ຳຢາລ້າງມື ປິດໂຮງຮຽນ ແລະ ສະຖາບັນການສຶກສາຕ່າງໆທົ່ວປະເທດຊົ່ວຄາວ ຈົນກວ່າຈະມີການປ່ຽນແປງ ພ້ອມນີ້ກໍໃຫ້ພິຈາລະນາໃຫ້ໂຮງຮຽນມີແບບວິທີການຮຽນ-ການສອນໂດຍຜ່ານລະບົບອອນລາຍ ໂທລະພາບ ວິທະຍຸ ໜັງສືພິມ ແລະ ອື່ນໆ ກຳນົດສະຖານທີ່ໃນການກັກບໍລິເວນ 14 ວັນ ສຳລັບຜູ້ທີ່ເດິນທາງມາຈາກປະເທດທີ່ມີຄວາມສ່ຽງ (ລວມທັງແຮງງານລາວ-ນັກສຶກສາລາວ ແລະ ປະຊາຊົນລາວທີ່ອາໄສຢູ່ຕ່າງປະເທດ) ໃຫ້ເລື່ອນການເດີນທາງກັບຄືນປະເທດຈົນກວ່າສະຖານະການທົ່ວໂລກຈະມີທ່າອ່ຽງທີ່ດີຂຶ້ນ.

ພ້ອມນີ້ລັດຖະບານລາວ ຍັງມີມາດຕະການປ້ອງກັນຄື: ປັບປຸງຂໍ້ມູນຂ່າວສານກ່ຽວກັບການລະບາດຂອງພະຍາດ COVID-19 ໃນທົ່ວໂລກໃຫ້ຖືກຕ້ອງ ແລະ ວ່ອງໄວ ເພື່ອຊີ້ນຳການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວ ໂຄສະນາເຜີຍແຜ່ຂໍ້ມູນກ່ຽວກັບໄພອັນຕະລາຍ ຄວາມສ່ຽງ ແລະ ວິທີປ້ອງກັນຕ່າງໆ ປຸກລະດົມ ແລະ ສຶກສາອົບຮົມໃຫ້ສັງຄົມຫຼີກລ່ຽງການເດີນທາງໄປຕ່າງປະເທດ ເຂດທີ່ມີຜູ້ຕິດເຊື້ອ ມາດຕະການປິ່ນປົວກໍລະນີກວດພົບຜູ້ຕິດເຊື້ອ ລັດຖະບານໄດ້ກຳນົດເອົາໂຮງໝໍ 103 ໂຮງໝໍມິດຕະພາບ (150 ຕຽງ) ໂຮງໝໍມະໂຫສົດ ແລະ ໂຮງໝໍໄຊເສດຖາ ແລະ ໂຮງໝໍແຂວງທຸກແຂວງທົ່ວປະເທດ ເປັນສະຖານທີ່ປິ່ນປົວຜູ້ຕິດເຊື້ອ ໂດຍໃຫ້ແຍກຈາກເຂດການປິ່ນປົວທົ່ວໄປ ກະກຽມພະນັກງານແພດໝໍໄວ້ໃຫ້ພຽງພໍ ແລະ ປະສານຂໍການຊ່ວຍເຫຼືອຈາກຊ່ຽວຊານ ແລະ ແພດໝໍທີ່ມີຄວາມຊຳນານຈາກປະເທດເພື່ອນມິດ ອົງການຈັດຕັ້ງສາກົນ ເພື່ອກຽມໄວ້ໃນກໍລະນີມີຄວາມຈຳເປັນ ກຳນົດຄວາມຕ້ອງການດ້ານເຄື່ອງມື ແລະ ອຸປະກອນ ໂດຍສະເພາະໜ້າກາກອະນາໄມ ນ້ຳຢາລ້າງມື ຊຸດປ້ອງກັນຂອງແພດໝໍ ແລະ ອຸປະກອນຕ່າງໆທີ່ຈຳເປັນ ກະກຽມຢາປົວພະຍາດແຮໄວ້ໃນກໍລະນີມີການຄົ້ນພົບວັກແຊັງ ແລະ ຢາປິ່ນປົວໃໝ່ທີ່ມີປະສິດທິຜົນຈາກຕ່າງປະເທດ ລັດຖະບານຍັງໄດ້ມອບໃຫ້ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເປັນຫົວໜ້າຄະນະນຳພາການຄົ້ນຄວ້າປະເມີນຜົນກະທົບຂອງ COVID-19 ຕໍ່ເສດຖະກິດ ຄຽງຄູ່ກັນນີ້ ກໍໃຫ້ພ້ອມໃຈກັນປຸກລະດົມທົ່ວສັງຄົມບໍ່ໃຫ້ແຕກຕື່ນ ແລະ ວິຕົກກັງວົນຈົນເກີນໄປ ເພື່ອຫຼີກລ່ຽງພຶດຕິກຳການກັກຕຸນສິນຄ້າເຄື່ອງອຸປະໂພກ-ບໍລິໂພກ ແລະ ວິພາກວິຈານທີ່ບໍ່ຖືກກັບຕົວຈິງ ໃຊ້ມາດຕະການເຄັ່ງຄັດຕໍ່ກັບຜູ້ທີ່ສວຍໂອກາດໃນການກັກຕຸນສິນຄ້າເປັນຕົ້ນໜ້າກາກອະນາໄມ ນ້ຳຢາລ້າງມື ຢາປົວພະຍາດ ອຸປະກອນການແພດ ແລະ ອື່ນໆ ເພີ່ມທະວີການກວດກາ ແລະ ປະຕິບັດມາດຕະການຕໍ່ການກະທຳທີ່ສ້າງຄວາມສັບສົນ ຫຼື ສ້າງຄວາມເຂົ້າໃຈຜິດໃນຮູບແບບຕ່າງໆ ເຊັ່ນ: ການປ່ອຍຂ່າວທີ່ບໍ່ມີມູນຄວາມຈິງເທິງສື່ອອນລາຍ ແລະ ສື່ອື່ນໆ ຊຸກຍູ້ສົ່ງເສີມການຜະລິດພາຍໃນ ໂດຍສະເພາະເຄື່ອງອຸປະໂພກ-ບໍລິໂພກ ສືບຕໍ່ປະສານງານແລກປ່ຽນຂໍ້ມູນຂ່າວສານ ແລະ ຍາດແຍ່ງເອົາການຮ່ວມມື ຊ່ວຍເຫຼືອຈາກສາກົນ ໃນດ້ານທີ່ຈຳເປັນ ແລະ ຍັງບໍ່ທັນມີຄວາມພ້ອມ ໃຫ້ຄະນະສະເພາະກິດ ຕິດຕາມ ແລະ ປະເມີນຜົນບັນດາມາດຕະການຈັດຕັ້ງດັ່ງກ່າວ ເພື່ອສະເໜີພິຈາລະນາປັບປຸງ ຫຼື ແກ້ໄຂໃຫ້ແທດກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ.