ໃນທ່າມກາງບັນຍາກາດທີ່ທົ່ວພັກທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັ້ນສ້າງຜົນງານ ເພື່ອຄຳນັບຮັບຕ້ອນວັນສຳຄັນຕ່າງໆຂອງພັກຂອງຊາດ ໂດຍສະເພາະວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ (20/7/1955-20/7/2020) ວັນທີ 17 ກໍລະກົດ 2020 ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ນຳໂດຍທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ເຂົ້າວາງກະຕ່າດອກໄມ້ທີ່ຫໍພິພິຕະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານປະທານ ສຸພານຸວົງ.

ການເຂົ້າວາງກະຕ່າດອກໄມ້ຄັ້ງນີ້ ເພື່ອສະແດງຄວາມເຄົາລົບຮັກ ກະຕັນຍູຮູ້ບຸນຄຸນອັນລົ້ນເຫຼືອຕໍ່ປະທານ ໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ວິລະບູລຸດແຫ່ງຊາດລາວ ຜູ້ນຳທີ່ດີເດັ່ນຂອງພັກ-ລັດ ແລະ ປວງຊົນລາວທັງຊາດ ທັງເປັນເພື່ອນມິດສະໜິດສະໜົມຂອງປະຊາຊາດໃນໂລກ ເຊິ່ງທ່ານໄດ້ທຸ່ມເທສະຕິປັນຍາ ແລະ ກຳລັງວັງຊາຢ່າງບໍ່ຮູ້ອິດເມື່ອຍເຂົ້າໃນພາລະກິດປະຕິວັດຊາດ ປະຊາທິປະໄຕ ເພື່ອປົດປ່ອຍຊາດນຳພາປະຊາຊົນບັນດາເຜົ່າ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຮຸ່ງເຮືອງສີວິໄລ ແລະ ວັດທະນາຖາວອນເປັນກ້າວໆມາ.
ສະນັ້ນ ໃນນາມພະນັກງານຮຸ່ນສືບທອດ ມີຄວາມເອກອ້າງທະນົງໃຈ ຕໍ່ຜົນສຳເລັດການເຄື່ອນໄຫວວຽກງານສະຫະພັນແມ່ຍິງລາວ ຕະຫຼອດໄລຍະ 65 ປີຜ່ານມາ ກ່ອນຈະໄດ້ຮັບຜົນສຳເລັດວຽກງານຕ່າງໆ ກໍຍ້ອນບັນພະບູລຸດສ້າງໄວ້ ແລະ ຂໍປະຕິຍານວ່າ ຈະສືບທອດພາລະກິດປະຕິວັດຢ່າງສຸດກົກສຸດປາຍ ແລະ ຈະຄົ້ນຄວ້າຜັນຂະຫຍາຍແນວຄິດ ແລະ ອຸດົມການຂອງປະທານ ເຂົ້າສູ່ການເຄື່ອນໄຫວວຽກງານຕົວຈິງ ຈະພ້ອມກັນຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄວາມຮູ້ ຄວາມສາມາດ ແລະ ຄຸນສົມບັດສິນທຳປະຕິວັດ ກໍຄືການກໍ່ສ້າງຄອບຄົວ ແລະ ຕົນເອງໃຫ້ເປັນແບບຢ່າງທີ່ດີໃນສັງຄົມ ເຊີດຊູບົດບາດແມ່ຍິງລາວໃນເວທີສາກົນ.