ຍີ່ປຸ່ນ ສືບຕໍ່ຊ່ວຍເຫຼືອພັດທະນາ ຊັບພະຍາກອນມະນຸດຂອງລາວ

ວັນ​ທີ 16 ກໍ­ລະ­ກົດ 2020 ທີ່​ກະ­ຊວງ​ການ​ຕ່າງ­ປະ­ເທດ ໄດ້​ມີ​ພິ­ທີ​ລົງ​ນາມ​ໃນ​ເອ­ກະ­ສານ​ແລກ­ປ່ຽນ ໂຄງ­ການ​ຊ່ວຍ­ເຫຼືອ​ລ້າ​ຈາກ​ລັດ­ຖະ­ບານ​ຍີ່­ປຸ່ນ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ​ຂອງ​ລາວ ຕາງ­ໜ້າ​ຝ່າຍ​ລາວ​ຮ່ວມ​ລົງ​ນາມ ແລະ ກ່າວ​ຮັບ​ໂຄງ­ການ​ໂດຍ​ທ່ານ ທອງ​ສະ­ຫວັນ ພົມ­ວິ­ຫານ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ​ລາວ ແລະ ຕາງ­ໜ້າ​ຝ່າຍ​ຍີ່­ປຸ່ນ ໂດຍ​ທ່ານ ທາ​ເກ​ວາ​ກະ ເຄ​ໂຊ ເອກ​ອັກ­ຄະ­ລາ­ຊະ­ທູດ​ຍີ່­ປຸ່ນ ປະ­ຈຳ​ລາວ ມີ​ພະ­ນັກ­ງານ​ກ່ຽວ­ຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ໂຄງ­ການ​ຊ່ວຍ­ເຫຼືອ​ຄັ້ງ​ນີ້ ແມ່ນ​ໂຄງ­ການ​ທຶນ​ການ​ສຶກ​ສາ​ເພື່ອ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ (ລະ­ດັບ​ປະ­ລິນ­ຍາ​ໂທ ແລະ ປະ­ລິນ­ຍາ​ເອກ) ມູນ​ຄ່າ 317 ລ້ານ​ເຢນ ຫຼື ປະ­ມານ 27 ຕື້​ກີບ ນັບ​ແຕ່​ປີ 2000-2019 ລັດ­ຖະ­ບານ​ຍີ່­ປຸ່ນ ໄດ້​ສະ­ໜອງ​ທຶນ​ການ​ສຶກ​ສາ​ລະ­ດັບ​ປະ­ລິນ­ຍາ​ໂທ ແລະ ປະ­ລິນ­ຍາ​ເອກ (ທຶນ JDS) ລວມ​ທັງ​ໝົດ 414 ທຶນ ເພື່ອ​ຊ່ວຍ​ຍົກ​ລະ­ດັບ​ຂີດ​ຄວາມ​ສາ­ມາດ​ຂອງ​ພະ­ນັກ­ງານ-ລັດ­ຖະ­ກອນ​ລາວ ໃຫ້​ນັບ​ມື້​ນັບ​ສູງ​ຂຶ້ນ ພ້ອມ​ນີ້ ຍີ່­ປຸ່ນ​ຍັງ​ເປັນ​ປະ­ເທດ​ອັນ​ດັບ​ແຖວ​ໜ້າ ທີ່​ໃຫ້­ການ​ຊ່ວຍ­ເຫຼືອ​ທາງ​ການ​ເພື່ອ​ການ​ພັດ­ທະ­ນາ (ODA) ແກ່​ລາວ.

ໂອ­ກາດ​ນີ້ ທ່ານ​ຮອງ​ລັດ­ຖະ­ມົນ­ຕີ​ໄດ້​ຕາງ­ໜ້າ​ລັດ­ຖະ­ບານ ແລະ ປະ­ຊາ­ຊົນ​ລາວ ສະ­ແດງ​ຄວາມ​ຂອບ­ໃຈ​ຢ່າງ​ຈິງ​ໃຈ ຕີ​ລາ­ຄາ​ສູງ​ຕໍ່​ລັດ­ຖະ­ບານ ແລະ ປະ­ຊາ­ຊົນ​ຍີ່­ປຸ່ນ ທີ່​ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ ແລະ ສະ­ໜັບ­ສະ­ໜູນ​ລາວ​ຕະ­ຫຼອດ​ມາ ເຊິ່ງ​ໄດ້​ປະ­ກອບ­ສ່ວນ​ອັນ​ສຳ­ຄັນ ເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ລາວ​ເປັນ​ແຕ່​ລະ​ໄລ­ຍະ ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ­ຍາ​ວ່າ ຈະ​ນຳ​ໃຊ້​ໂຄງ­ການ​ຊ່ວຍ­ເຫຼືອ​ໃຫ້​ເກີດ​ປະ­ໂຫຍດ​ສູງ​ສຸດ ເພື່ອ​ພັດ­ທະ­ນາ​ຂະ­ແໜງ­ການ​ສຶກ​ສາ​ຂອງ​ລາວ ໃຫ້​ນັບ​ມື້​ມີ​ຄຸນ​ນະ​ພາບ​ສູງ​ຂຶ້ນ ແລະ ຫວັງ​ຢ່າງ​ຍິ່ງ​ວ່າ ລັດ­ຖະ­ບານ​ຍີ່­ປຸ່ນ ຈະ​ສືບ­ຕໍ່​ໃຫ້­ການ​ສະ­ໜັບ­ສະ­ໜູນ ແລະ ຊ່ວຍ­ເຫຼືອ​ລາວ​ໃນ­ຕໍ່­ໜ້າ ອວຍ­ພອນ​ໃຫ້​ສາຍ​ພົວ­ພັນ​ມິດ­ຕະ­ພາບ ແລະ ການ​ຮ່ວມ​ມື​ອັນ​ດີ­ງາມ ກໍ​ຄື​ການ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ລະ­ຫວ່າງ​ລາວ ແລະ ຍີ່­ປຸ່ນ ໄດ້​ຮັບ​ການ​ພັດ­ທະ­ນາ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ໂອ­ກາດ​ດຽວ​ກັນ​ນີ້ ທ່ານ​ທູດ​ໄດ້​ສະ­ແດງ​ຍິນ​ດີ​ທີ່​ໄດ້​ຕາງ­ໜ້າ​ໃຫ້​ລັດ­ຖະ­ບານ​ຍີ່­ປຸ່ນ ຮ່ວມ​ລົງ​ນາມ​ເອ­ກະ­ສານ​ແລກ­ປ່ຽນ​ໂຄງ­ການ​ຊ່ວຍ­ເຫຼືອ​ຄັ້ງ​ນີ້ ໂດຍ​ເປັນ​ການ​ມອບ​ທຶນ​ການ​ສຶກ​ສາ 22 ທຶນ​ໃຫ້​ແກ່​ລັດ­ຖະ­ກອນ​ຜູ້​ໜຸ່ມ​ນ້ອຍ ເພື່ອ​ສືບ­ຕໍ່​ສຶກ​ສາ​ໃນ​ລະ­ດັບ​ປະ­ລິນ­ຍາ​ໂທ ແລະ ປະ­ລິນ­ຍາ​ເອກ ລັດ­ຖະ­ບານ​ຍີ່­ປຸ່ນ ໃຫ້​ຄວາມ​ສຳ­ຄັນ​ໃນ​ຂະ­ແໜງ­ການ​ສຶກ​ສາ ແລະ ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ແລະ ຖື​ເປັນ​ໜຶ່ງ​ວຽກ​ບູ​ລິ​ມະ​ສິດ ໃນ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ລາວ ພ້ອມ​ນີ້ ທ່ານ​ທູດ​ຍັງ​ສະ­ແດງ​ຄວາມ​ຍິນ​ດີ​ສືບ­ຕໍ່​ຮັດ​ແໜ້ນ ແລະ ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ມິດ­ຕະ­ພາບ ການ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ລະ­ຫວ່າງ ລາວ-ຍີ່­ປຸ່ນ ໃຫ້​ນັບ​ມື້​ໄດ້​ຮັບ​ປະ​ສິດ­ທິ​ຜົນ​ສູງ​ສຸດ.

error: Content is protected !!