ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ເຄື່ອນໄຫວເຮັດວຽກຢູ່ສອງແຂວງພາກເໜືອ

ລະ­ຫວ່າງ​ວັນ​ທີ 13-16 ກໍ­ລະ­ກົດ 2020 ທ່ານ ຄຳ​ເຜີຍ ແກ້ວ​ກິນ​ນາ­ລີ ຮອງ​ປະ­ທານ​ຜູ້​ປະ­ຈຳ­ການ​ຄະ­ນະ​ກຳ­ມະ­ການ​ຮ່ວມ​ມື ລາວ-ຫວຽດ­ນາມ ໄດ້​ນຳ­ພາ​ຄະ­ນະ​ໄປ​ຢ້ຽມ­ຢາມ​ເຮັດ​ວຽກ ເພື່ອ​ກວດ­ກາ​ຕິດ­ຕາມ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ບັນ­ດາ​ກິດ­ຈະ­ການ​ໂຄງ­ການ​ນຳ​ໃຊ້​ທຶນ​ຊ່ວຍ­ເຫຼືອ​ລ້າ ແລະ ໂຄງ­ການ​ລົງ­ທຶນ​ຈຳ­ນວນ​ໜຶ່ງ ຢູ່​ແຂວງ​ຊຽງ​ຂວາງ ແລະ ແຂວງ​ຫົວ­ພັນ.

ໃນ​ໂອ­ກາດ​ນີ້ ຄະ­ນະ​ດັ່ງ­ກ່າວ ໄດ້​ເຂົ້າ​ຢ້ຽມ​ຄຳ­ນັບ​ທ່ານ ບຸນ​ຕົ້ນ ຈັນ­ທະ​ພອນ ເຈົ້າ­ແຂວງ​ຊຽງ​ຂວາງ ແລະ ພົບ​ປະ​ເຮັດ​ວຽກ​ກັບ​ທ່ານ ພູ​ໂຊນ ທຳ​ມະ​ວິ​ໄຊ ຮອງ​ເຈົ້າ­ແຂວງ​ຫົວ­ພັນ ການ​ນຳ​ຂອງ​ສອງ​ແຂວງ ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະ­ພາບ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ການ​ພົວ­ພັນ​ຮ່ວມ​ມື​ຂອງ​ຫວຽດ­ນາມ ເວົ້າ​ລວມ ເວົ້າ​ສະ­ເພາະ ການ​ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ ກັນ​ຂອງ​ບັນ­ດາ​ແຂວງ​ແຮກ­ສ່ຽວ ກໍ​ຄື​ບັນ­ດາ​ແຂວງ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັບ​ສອງ​ແຂວງ​ດັ່ງ­ກ່າວ ເນື່ອງ​ຈາກ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ເຮັດ​ໃຫ້​ການ­ເຄື່ອນ­ໄຫວ​ຢ້ຽມ­ຢາມ​ຂອງ​ບັນ­ດາ​ແຂວງ​ຕິດ​ຈອດ ແລະ ແຮກ­ສ່ຽວ ກໍ​ຄື​ການ​ໄປ​ມາ​ຄ້າ-ຂາຍ ລະ­ຫວ່າງ​ປະ­ຊາ­ຊົນ​ທ້ອງ­ຖິ່ນ​ດ້ວຍ​ກັນ ພົບ​ຄວາມ​ຫຍຸ້ງ­ຍາກ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ບັນ­ດາ​ກິດ­ຈະ­ການ ໂຄງ­ການ​ທີ່​ນຳ​ໃຊ້​ທຶນ​ຊ່ວຍ­ເຫຼືອ​ເຊັ່ນ: ໂຄງ­ການ​ກໍ່­ສ້າງ​ໂຮງ­ໝໍ​ມິດ­ຕະ­ພາບ​ແຂວງ​ຊຽງ​ຂວາງ ແຂວງ​ຫົວ­ພັນ ກໍ​ຄື​ໂຄງ­ການ​ລົງ­ທຶນ​ກໍ່­ສ້າງ​ສະ­ໜາມ​ບິນ​ໜອງ​ຄ້າງ ບໍ່​ສາ­ມາດ​ສຳ­ເລັດ​ຕາມ​ແຜນ­ການ​ທີ່​ວາງ​ໄວ້ ເຖິງ​ຢ່າງ­ໃດ​ກໍ​ດີ ການ​ລົງ­ທຶນ​ຂອງ​ບັນ­ດາ​ວິ​ສາ​ຫະ​ກິດ​ຫວຽດ­ນາມ​ຢູ່​ແຂວງ​ຊຽງ​ຂວາງ ເຊິ່ງ​ມີ​ມູນ​ຄ່າ 83 ກວ່າ​ລ້ານ​ໂດ​ລາ​ສະ­ຫະ­ລັດ (2011 ຮອດ​ປັດ­ຈຸ­ບັນ) ແຂວງ​ຫົວ­ພັນ 64 ກວ່າ​ລ້ານ​ໂດ​ລາ​ສະ­ຫະ­ລັດ (2006 ຮອດ​ປັດ­ຈຸ­ບັນ) ກໍ​ໄດ້​ປະ­ກອບ­ສ່ວນ​ອັນ​ສຳ­ຄັນ ເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ສອງ​ແຂວງ.

ໃນ​ເວ­ລາ​ລົງ​ກວດ­ກາ​ຕົວ​ຈິງ ເຈົ້າ​ຂອງ​ໂຄງ­ການ​ຂອງ​ສອງ​ຝ່າຍ ເປັນ­ຕົ້ນ ໂຄງ­ການ​ກໍ່­ສ້າງ​ໂຮງ­ໝໍ​ມິດ­ຕະ­ພາບ​ຢູ່​ແຂວງ​ຊຽງ​ຂວາງ ສຳ­ເລັດ​ໂດຍ​ພື້ນ­ຖານ ແລະ ພວມ​ລໍ­ຖ້າ​ການ​ປະ­ກອບ​ຕິດ​ຕັ້ງ​ອຸ­ປະ­ກອນ​ການ​ແພດ ສ່ວນ​ແຂວງ​ຫົວ­ພັນ ການ​ກໍ່­ສ້າງ​ສະ­ໜາມ​ບິນ​ແມ່ນ​ປະ­ຕິ­ບັດ​ໄດ້ 92% ກໍ​ໄດ້​ຢືນ­ຢັນ​ຈະ​ສຸມ​ກຳ­ລັງ ເພື່ອ​ເຮັດ​ໃຫ້​ໂຄງ­ການ​ສຳ­ເລັດ​ພາຍ­ຫຼັງ​ໂຄ​ວິດ-19 ນອກ​ນັ້ນ ຄະ­ນະ​ຍັງ​ໄປ​ຢ້ຽມ­ຢາມ​ສະ­ຖານ­ທີ່​ກໍ່­ສ້າງ​ໂຮງ­ຮຽນ​ກິນ­ນອນ​ຊົນ­ເຜົ່າ​ແຂວງ​ຊຽງ​ຂວາງ ສູນ​ບໍ­ລິ­ການ​ເຕັກ­ນິກ​ກະ­ສິ­ກຳ 2 ແຫ່ງ ຢູ່​ແຂວງ​ຊຽງ​ຂວາງ ແລະ ແຂວງ​ຫົວ­ພັນ ໂຮງ­ຮຽນ​ມັດ­ທະ­ຍົມ​ສຶກ​ສາ​ສົມ­ບູນ​ພອນ​ສະ­ຫວັນ ແຂວງ​ຊຽງ​ຂວາງ ໂຮງ­ຮຽນ​ມັດ­ທະ­ຍົມ​ສົມ­ບູນ ເມືອງ​ຫົວ​ເມືອງ ແຂວງ​ຫົວ­ພັນ ຫໍ​ວັດ­ທະ­ນະ­ທຳ​ແຂວງ​ຫົວ­ພັນ ໂດຍ​ການ​ຊ່ວຍ­ເຫຼືອ​ຈາກ​ແຂວງ​ບັກ​ນິງ ນອກ­ຈາກ​ນັ້ນ ກໍ​ໄດ້​ຢ້ຽມ­ຢາມ​ໂຄງ­ການ​ລົງ­ທຶນ​ຂອງ​ຫວຽດ­ນາມ ເຊັ່ນ: ໂຄງ­ການ​ຜະ­ລິດ​ກະ­ສິ­ກຳ​ລ້ຽງ​ງົວ​ພັນ​ນົມ​ວີ­ນາ​ມິວ ຢູ່​ແຂວງ​ຊຽງ​ຂວາງ ສະ­ໜາມ​ບິນ​ໜອງ​ຄ້າງ ແຂວງ​ຫົວ­ພັນ ການ​ລົງ​ມາ​ເຮັດ​ວຽກ​ຂອງ​ຄະ­ນະ​ໃນ​ຄັ້ງ​ນີ້ ເພື່ອ​ແນ­ໃສ່​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ພິ­ເສດ ຄວາມ​ສາ­ມັກ­ຄີ​ອັນ​ຍິ່ງ​ໃຫຍ່ ການ​ຮ່ວມ​ມື​ຮອບ­ດ້ານ​ຂອງ​ສອງ​ພັກ ສອງ​ລັດ ເວົ້າ​ລວມ ເວົ້າ​ສະ­ເພາະ ກໍ​ຄື​ການ​ພົວ­ພັນ​ຮ່ວມ​ມື​ຂອງ​ສອງ​ແຂວງ ຫົວ­ພັນ ແລະ ຊຽງ​ຂວາງ ກັບ​ບັນ­ດາ​ແຂວງ ນະ­ຄອນ ສສ ຫວຽດ­ນາມ.

error: Content is protected !!