ໃນວັນທີ 16 ກໍລະກົດ 2020 ຝ່າຍຄວາມປອດໄພສຸຂະພາບອະນາໄມສິ່ງແວດລ້ອມ ແລະ ຄຸນນະພາບ ຮ່ວມກັບຝ່າຍບໍ່ແຮ່ ບໍລິສັດ ໄຟຟ້າຫົງສາ ຈຳກັດ ຈັດກິດຈະກຳ “HPC’s Planting Day 2020” ທີ່ບໍລິເວນ Ash Pond ໄດ້ຮັບກຽດຈາກທ່ານ ຄະທາຍຸດ ຊູພູນ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈຳກັດ ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດເຂົ້າຮ່ວມ.

ໃນປີ 2020 ນີ້ ຕົ້ນໄມ້ທີ່ນຳມາປູກມີຄື ຕົ້ນດອກບົວຕອງ ຈຳນວນ 700 ຕົ້ນ ສຳລັບໃນກິດຈະກຳ HPC’s Planting Day 2020 ຈັດຂຶ້ນເປັນປະຈຳທຸກປີ ເລີ່ມແຕ່ປີ 2012 ເປັນຕົ້ນມາ ແລະ ມາເຖິງປີ 2020 ເປັນປີທີ່ 9 ແລ້ວຂອງການຈັດກິດຈະກຳ ໂດຍມີພື້ນທີ່ທີ່ໄດ້ຮັບການຟື້ນຟູຈຳນວນ 184 ເຮັກຕາ ປູກຕົ້ນໄມ້ໄປແລ້ວກວ່າ 560.000 ຕົ້ນ ລວມເຖິງປູກພືດຄຸມໜ້າດິນ ເຊັ່ນ: ຕົ້ນແຝກ ຕົ້ນກະດຸມທອງ ແລະ ຕົ້ນດອກບົວຕອງ ກວ່າ 2.100.000 ຕົ້ນ ຈຸດປະສົງເພື່ອການພັດທະນາພື້ນທີ່ໂຄງການໄຟຟ້າຫົງສາ ໃຫ້ເປັນພື້ນທີ່ສີຂຽວ ເປັນແຫຼ່ງຮຽນຮູ້ຂອງຊຸມຊົນ ແລະ ເພື່ອປ້ອງກັນຜົນກະທົບຈາກການຂຸດບໍ່ແຮ່ ແລະ ຂະບວນການຜະລິດໄຟຟ້າຕໍ່ຊຸມຊົນອ້ອມຂ້າງ.



