ໃນພິທີສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 110 ປີ ແລະ ວັນສາກົນເພື່ອຕ້ານການຄ້າມະນຸດ ເຊິ່ງຈັດຂຶ້ນໃນວັນທີ 17 ກໍລະກົດ 2020 ທີ່ສູນເຝິກອົບຮົມແມ່ຍິງລາວນັ້ນ ແມ່ປ້າ ບົວຄຳ ພົມມະຈັນ ວິລະຊົນແຫ່ງຊາດ ໄດ້ຫວນຄືນມູນເຊື້ອຊີວິດການເຄື່ອນໄຫວໄລຍະຜ່ານມາ ແລະ ທ່ານນາງ ນາລິ ສີສຸລິດ ພັນລະຍານາຍົກລັດຖະມົນຕີ ໄດ້ບັນຍາຍໃຫ້ຮູ້ກ່ຽວກັບບົດບາດຄອບຄົວການນຳ ຕິດພັນກັບພາລະກິດພັດທະນາ ແລະ ສ້າງສາພັດທະນາປະເທດຊາດ ທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ບັນຍາຍຜົນການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນແມ່ຍິງລາວ ພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ນອກນັ້ນ ໃນພິທີຍັງໄດ້ມີການສາຍຟີມມູນເຊື້ອປະຫວັດວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 65 ປີ ແລະ ຊົມການສະແດງສິລະປະຂອງ 3 ອົງການຈັດຕັ້ງມະຫາຊົນຕື່ມອີກ.

ພິທີສະເຫຼີມສະຫຼອງຄັ້ງນີ້ ເປັນປະທານຂອງທ່ານນາງ ອິນລາວັນ ແກ້ວບຸນພັນ ໃຫ້ກຽດເຂົ້າຮ່ວມຂອງ ປ້າຄຳເມິງ ວໍລະຈິດ ພັນລະຍາປະທານປະເທດ ພ້ອມດ້ວຍພັນລະຍາການນຳຂັ້ນສູງ ອາວຸໂສ ບຳນານ ຄະນະບໍລິຫານງານສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງກະຊວງ ກົມກອງ ພະແນກການອ້ອມຂ້າງ ສະມາຄົມທຸລະກິດແມ່ຍິງລາວ ຕະຫຼອດຮອດສະມາຊິກແມ່ຍິງເຂົ້າຮ່ວມ.


