ໃຫ້ຄວາມຮູ້ຟື້ນຖານ ການຕັດສິນກຳມະການບານເຕະ

ວັນ​ທີ 14-17 ກໍ­ລະ­ກົດ ຢູ່​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ​ແຂວງ​ໄຊ​ສົມ­ບູນ ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ​ລາວ (ສຕລ) ໄດ້​ຈັດ​ເຝີກ​ອົບ­ຮົມ​ຄູ​ເຝີກ ແລະ ກຳ­ມະ­ການ​ຕັດ­ສິນ​ຂັ້ນ​ພື້ນ­ຖານ​ຂຶ້ນ ມີ​ທ່ານ ພຸດ​ລຳ​ໄພ ທຽມ​ພະ​ສອນ ຮອງ​ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ແຂວງ​ໄຊ​ສົມ­ບູນ ທ່ານ ພູ​ຂົງ ພົມ​ມະ​ໄຊ​ລີ ຮອງ​ປະ­ທານ​ສະ­ຫະ­ພັນ​ບານ­ເຕະ​ແຂວງ​ໄຊ​ສົມ­ບູນ ທ່ານ ກັນ­ລະ­ຍາ ສີ​ສົມ​ຫວັງ ຫົວ­ໜ້າ​ເຝີກ​ສອນ​ຄູ​ເຝີກ ສຕລ ທ່ານ ສີ​ປະ­ເສີດ ສິນ​ບັນ­ດິດ ຫົວ­ໜ້າ​ເຝີກ​ສອນ​ກຳ­ມະ­ການ​ຕັດ­ສິນ ສຕລ ພ້ອມ​ດ້ວຍ​ຄະ­ນະ​ຄູ​ເຝີກ ແລະ ສຳ​ມະ​ນາ​ກອນ 44 ຄົນ​ເຂົ້າ​ຮ່ວມ.

ການ​ເຝີກ​ອົບ­ຮົມ​ຄູ​ເຝີກ ແມ່ນ​ແບ່ງ​ອອກ​ເປັນ 2 ພາກ ປະ­ກອບ​ມີ ພາກ​ທິດ​ສະ​ດີ ແລະ ການ​ປະ­ຕິ­ບັດ​ຕົວ​ຈິງ​ໃນ​ພາກ​ສະ­ໜາມ ເຊິ່ງ​ຜູ້​ເຂົ້າ​ຮ່ວມ​ຈະ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ການ​ພັດ­ທະ­ນາ​ຄູ​ເຝີກ ຄວາມ​ຕ້ອງ­ການ​ຄູ​ເຝີກ​ຂອງ AFC ພາ­ລະ​ບົດ­ບາດ ແລະ ໜ້າ­ທີ່​ຮັບ­ຜິດ­ຊອບ ເຕັກ­ນິກ ແລະ ຍຸດ­ທະ­ວິ­ທີ​ຂອງ​ການ​ບານ­ເຕະ ຄວາມ​ສຳ­ພັນ​ກັບ​ບານ ການ​ສົ່ງ​ບານ ການ​ຈັບ​ບານ ການ​ຍິງ​ບານ ຫຼັກ­ການ​ຂອງ​ການ​ເຝີກ​ສອນ ບານ­ເຕະ​ຟຸດ​ຊໍ ກະ­ຕິ​ກາ​ຂອງ​ກີ­ລາ​ບານ­ເຕະ ອາ­ຫານ ແລະ ສຸ­ຂະ­ພາບ ການ​ເຝີກ​ແອບ ການ​ເຝີກ​ແອບ​ຜູ້​ຮັກ­ສາ​ປະ­ຕູ ການ​ວາງ​ແຜນ ບົດ­ບາດ​ສຳ­ຄັນ​ຂອງ​ຜູ້​ຮັກ­ສາ​ປະ­ຕູ ການ​ຈະ­ເລີນ​ເຕີບ​ໃຫຍ່ ແລະ ການ​ປະ­ຖົມ­ພະ­ຍາ­ບານ ພ້ອມ​ນັ້ນ​ຍັງ​ໄດ້​ແນະ­ນຳ​ພາກ​ປະ­ຕິ­ບັດ​ກິດ­ຈະ­ກຳ​ບານ­ເຕະ​ພື້ນ­ຖານ ການ​ຫຼີ້ນ​ບານ​ໃນ​ເກມ ແລະ ກິດ­ຈະ­ກຳ​ກີ­ລາ​ບານ­ເຕະ​ຂັ້ນ​ພື້ນ­ຖານ ເຍົາ­ວະ​ຊົນ​ຮຸ່ນ​ອາ­ຍຸ 10-12 ປີ.

ສ່ວນ​ການ​ເຝີກ​ອົບ­ຮົມ​ກຳ­ມະ­ການ​ຂັ້ນ​ພື້ນ­ຖານ ກໍ​ໄດ້​ແບ່ງ​ອອກ​ເປັນ 2 ພາກ​ເຊັ່ນ​ກັນ ເຊິ່ງ​ມີ​ພາກ​ທິດ​ສະ​ດີ ແລະ ການ​ປະ­ຕິ­ບັດ​ຕົວ​ຈິງ ນັກ​ສຳ​ມະ­ກອນ ຈະ​ໄດ້​ຮຽນ​ຮູ້​ກົດ​ລະ­ບຽບ ຟີ​ຟາ ປັບ­ປຸງ​ໃໝ່ ທັງ​ນີ້​ເພື່ອ​ສ້າງ​ຮຸ່ນ​ສືບ​ທອດ ເພື່ອ​ແລກ­ປ່ຽນ​ບົດ­ຮຽນ​ລະ­ຫວ່າງ​ກຳ­ມະ­ການ​ດ້ວຍ​ກັນ ຖ້າ​ຫາ​ກວ່າ​ສຳ​ມະ​ນາ​ກອນ​ມີ​ຜົນ­ງານ​ດີ ກໍ​ມີ​ໂອ­ກາດ​ໄດ້​ຕັດ­ສິນ​ການ​ແຂ່ງ­ຂັນ​ລາຍ­ການ​ຕ່າງໆ ທີ່​ທາງ ສຕລ ຈັດ​ຂຶ້ນ.

ສຳ­ລັບ​ປີ 2019 ສຕລ ໄດ້​ຈັດ​ເຝີກ​ອົບ­ຮົມ​ຄູ​ເຝີກ​ບານ­ເຕະ​ຂັ້ນ​ພື້ນ­ຖານ ແລະ ກຳ­ມະ­ການ​ຕັດ­ສິນ​ບານ­ເຕະ​ຂັ້ນ​ພື້ນ­ຖານ ແລະ ຈັດ​ກິດ­ຈະ­ກຳ​ບານ­ເຕະ​ຂອງ​ເຍົາ­ວະ​ຊົນ ກໍ​ໄດ້​ຈັດ​ມາ​ຫຼາຍ​ຄັ້ງ​ຢູ່ 10 ແຂວງ​ຄື: ແຂວງ​ຊຽງ​ຂວາງ ຫົວ­ພັນ ຜົ້ງ​ສາ­ລີ ແຂວງ​ຫຼວງ​ນ້ຳ​ທາ ອຸ­ດົມ​ໄຊ ບໍ່​ແກ້ວ ໄຊ​ຍະ​ບູ​ລີ ຫຼວງ​ພະ​ບາງ ວຽງ​ຈັນ ແລະ ແຂວງ​ບໍ​ລິ​ຄຳ​ໄຊ ສ່ວນ​ປີ 2020 ສຕລ ໄດ້​ອົບ​ເຝີກ​ຮົມ​ມາ​ແລ້ວ ແຂວງ​ສະ­ຫວັນ​ນະ​ເຂດ ແລະ ຄຳ​ມ່ວນ ຂະ­ນະ​ທີ່ ສາ­ລະ​ວັນ ເຊ​ກອງ ຈຳ­ປາ​ສັກ ແລະ ອັດ​ຕະ​ປື ແມ່ນ​ຈະ​ຝຶກ​ອົບ­ຮົມ​ໃນ​ທ້າຍ​ປີ 2020.

error: Content is protected !!