ວັນໜຶ່ງ ຕູ້ແຈ່ມ ອາຍຸນ້ອງຮ້ອຍ ເອີ້ນຫຼານສາວໄວລຸ້ນມາພົບ ເພື່ອອົບຮົມເລື່ອງບາບເລື່ອງບຸນ ສິ່ງທີ່ຕູ້ແຈ່ມ ຢາກເວົ້າໃຫ້ຫຼານສາວເຂົ້າໃຈ ນັ້ນກໍຄືວ່າ ການສ້າງຄວາມດີ ສິ່ງທີ່ເປັນມຸງຄຸນນັ້ນມັນຍາກລຳບາກ ຕ້ອງໄດ້ອົດໄດ້ທົນ ແຕ່ການກະທຳຄວາມຊົ່ວນັ້ນມັນງ່າຍ ແຕ່ຕູ້ແຈ່ມ ບໍ່ເວົ້າໂດຍກົງ ຕູ້ໄດ້ເວົ້າປຽບທຽບອອກມາວ່າ:
“ຫຼານເອີຍ ທາງໄປສະຫວັນນັ້ນມັນຮົກມັນເຮື້ອ ຕ້ອງໄດ້ອົດທົນຈຶ່ງໄປຮອດ ສ່ວນທາງໄປນາຮົກຫັ້ນ ມັນແປນເອີດເຕີດ ສະດວກສະບາຍ ຈື່ໄວ້ເນີຫຼານເນີ ວ່າທາງໄປສະຫວັນນັ້ນຮົກ ທາງໄປນາຮົກນັ້ນມັນກ້ຽງມັນແປນ…” ໄດ້ຍິນແນວນັ້ນ ຫຼານສາວກໍຮີບຖຽງຄວາມວ່າ
“ຫຼານໄປສະຫວັນອາທິດແລ້ວນີ້ ເສັ້ນທາງກ້ຽງແປນສະດວກສະບາຍ ພວກເຮົາໄປຮອດນະຄອນໄກສອນ ພົມວິຫານ ພໍດີກິນເຂົ້າທ່ຽງ”.