ຫ້ອງການສຶກສາທິການ ແລະ ກີລາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ (7 ຕຸລາ 1994 – 7 ຕຸລາ 2026) ທີ່ສະໂມງສອນເມືອງຈັນທະບູລີ ໃນວັນທີ 6 ຕຸລາ 2026 ໂດຍມີທ່ານ ແສງສະຖິດ ພິມເມືອງ ປະທານຄະນະກໍາມະການປົກຄອງເມືອງ ເປັນປະທານ ພ້ອມດ້ວຍຄະນະປົກຄອງເມືອງ ຄະນະນໍາຂະແໜງສຶກສາ ແຂກຖືກເຊີນ ທ່ານຜູ້ອໍານວຍການໂຮງຮຽນ ພະນັກຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ທອງດີ ແກ້ວມີໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງຈັນທະບູລີ ໄດ້ລາຍງານຜົນງານການສຶກສາປະຈໍາສົກຮຽນ 2025-2026 ໃຫ້ຮູ້ວ່າ: ປັດຈຸບັນ ທົ່ວເມືອງມີໂຮງຮຽນລັດ ແລະ ເອກະຊົນ 60 ແຫ່ງ ໃນນັ້ນໂຮງຮຽນລັດ 24 ແຫ່ງ ມີຄູ-ອາຈານ 1.134 ຄົນ ແລະ ນັກຮຽນ 20.498 ຄົນ ສົກຮຽນ 2025-2026 ບັນດາຄາດໝາຍດ້ານການສຶກສາ 18 ຄາດໝາຍ ສາມາດບັນລຸໄດ້ 15 ຄາດໝາຍ ແລະ ບໍ່ບັນລຸ 3 ຄາດໝາຍ ຄາດໝາຍທີ່ບັນລຸໄດ້ສໍາຄັນ ເຊັ່ນ: ອັດຕາເດັກ 5 ປີເຂົ້າຮຽນ 120,4% ອັດຕາເຂົ້າຮຽນໃໝ່ ປ1 111,2%, ອັດຕາເຂົ້າຮຽນລວມຊັ້ນປະຖົມ 117,2% ອັດຕາເຂົ້າຮຽນລວມມັດທະຍົມຕົ້ນ 117,9% ແລະ ຊັ້ນມັດທະຍົມປາຍ 99,6% ສ່ວນຄາດໝາຍທີ່ຍັງບໍ່ບັນລຸ ປະກອບມີ ການຍົກລະດັບກຸ່ມອາຍຸ 15-35 ປີ ທີ່ບໍ່ຈົບ ມ4 ແລະ ມ7 ອັດຕາເລື່ອນຊັ້ນຈາກ ປ5 ຂຶ້ນ ມ.1 ບັນລຸ 96,32% ຕໍ່າກວ່າຄາດໝາຍ 99% ແລະ ອັດຕາປະລະຊັ້ນປະຖົມ 1,8% ສູງກວ່າຄາດໝາຍທີ່ກໍານົດ ຕໍ່າກວ່າ 0,40%.






ຜົນງານເດັ່ນ ເມືອງຈັນທະບູລີມີໂຮງຮຽນຕົວແບບຄຸນນະພາບ 16 ແຫ່ງ ແລະ ໂຮງຮຽນຂຽວສະອາດ 46 ແຫ່ງ ຜ່ານການປະເມີນມາດຕະຖານນໍ້າ ແລະ ສຸຂະອະນາໄມ ແບບ 3 ດາວ ມີໂຮງຮຽນໄດ້ 3 ດາວ 14 ແຫ່ງ 2 ດາວ 21 ແຫ່ງ ແລະ 1 ດາວ 2 ແຫ່ງ ມີຄູໄດ້ຮັບນາມມະຍົດຄູປະສົບການເພີ່ມ 2 ທ່ານ ເຮັດໃຫ້ລວມເປັນ 8 ທ່ານ.








ການສອບເສັງຈົບຊັ້ນປະຖົມ ມີນັກຮຽນເຂົ້າສອບ 1.449 ຄົນ ແລະ ສອບໄດ້ 100% ໃນນັ້ນ 86,61% ໄດ້ຄະແນນ 5 ຂຶ້ນໄປທຸກວິຊາ 38,10% ໄດ້ 7 ຂຶ້ນໄປ ແລະ 8,01% ໄດ້ 9 ຂຶ້ນໄປ ສ່ວນການສອບຈົບ ມ4 ມີນັກຮຽນ 1.497 ຄົນ ແລະ ສອບໄດ້ 100% ມີ 100% ໄດ້ຄະແນນ 5 ຂຶ້ນໄປ 37,08% ໄດ້ 7 ຂຶ້ນໄປ ແລະ 25 ຄົນໄດ້ຄະແນນ 9 ຂຶ້ນໄປ ເພີ່ມຂຶ້ນ 6 ຄົນຈາກສົກຮຽນ 2024-2025ພ້ອມນີ້ ຍັງໄດ້ຈັດເຝິກອົບຮົມ ແລະ ຍົກລະດັບຄູ-ອາຈານຫຼາຍດ້ານ ທັງພາສາອັງກິດ ຄອມພິວເຕີ ແລະ ວິຊາການສອນ ສົ່ງຄູມັດທະຍົມ 2 ທ່ານ ໄປເຝິກອົບຮົມການສອນຄອມພິວເຕີຢູ່ ສ ເກົາຫຼີ ແລະ ຈັດການແຂ່ງຂັນກີລາ ສິລະປະນັກຮຽນທົ່ວເມືອງ ນອກນັ້ນ ຍັງສໍາເລັດການເຝິກອົບຮົມການທະຫານໃຫ້ນັກຮຽນ ມ7 ຈາກ 13 ໂຮງຮຽນ ຈໍານວນ 1.284 ຄົນ.






ສໍາລັບແຜນການຕໍ່ໜ້າ ຈັນທະບູລີຈະສຸມໃສ່ຮັກສາອັດຕາເຂົ້າຮຽນ ຫຼຸດອັດຕາປະລະການຮຽນ ຍົກລະດັບການສຶກສາຂອງປະຊາຊົນ ພັດທະນາຄູ ຂະຫຍາຍການຮຽນການສອນ STEM ແລະ ICT ສົ່ງເສີມພາສາອັງກິດ ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ພ້ອມທັງສົ່ງເສີມກີລາ ແລະ ສຸຂະພາບນັກຮຽນຂະນະດຽວກັນ ຈະເນັ້ນການແກ້ໄຂບັນຫາໂຮງຮຽນຂາດຄູ ແລະ ຂາດອຸປະກອນ ປັບປຸງພື້ນຖານໂຄງລ່າງຊ່ວຍເຫຼືອນັກຮຽນທີ່ປະລະການຮຽນໃຫ້ກັບຄືນສູ່ລະບົບ ຍົກລະດັບຄູທຸກລະດັບ ຂະຫຍາຍໂຮງຮຽນສີຂຽວ ແລະ ເສີມສ້າງຄຸນນະພາບການຮຽນ-ການສອນໃຫ້ທັນສະໄໝ.





ໃນພິທີ ຍັງໄດ້ມີການລໍາລຶກປະຫວັດນາຍຄູຄໍາ ແລະ ມູນເຊື້ອວັນຄູແຫ່ງຊາດ ຮັບຟັງຄໍາເຫັນຈາກໂຮງຮຽນຕົວແບບ ຄູວິຊາການ ຄູບໍານານ ແລະ ຕົວແທນນັກຮຽນເກ່ງ ພ້ອມທັງມອບຂອງຂວັນ ແລະ ໃບຍ້ອງຍໍແກ່ຄະນະບໍລິຫານການສຶກສາ ຜູ້ອໍານວຍການ ພະນັກງານຄູ-ອາຈານ ຜູ້ທີ່ມີຜົນງານໃນການປະ ກອບສ່ວນຕໍ່ວຽກງານການສຶກສາ.

