ວັນທີ 14 ກໍລະກົດ 2020 ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນລາວ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືວ່າດ້ວຍການສຸມບັນດາຂອບການຮ່ວມມື ຂົງເຂດອະນຸພາກພື້ນແມ່ນ້ຳຂອງ ໃຫ້ສອດຄ່ອງກັບເປົ້າໝາຍຂອງອາຊຽນ (ASEAN Forum on Sub-regional Development: Converging Mekong Sub-regional Cooperation with ASEAN Goals).

ກອງປະຊຸມຄັ້ງນີ້ ທ່ານຮອງລັດຖະມົນຕີ ໄດ້ເປັນກຽດເປັນຜູ້ສະເໜີໃນພາກທີ 3 ພາຍໃຕ້ຫົວຂໍ້ “ການເພີ່ມທະວີບົດບາດຂອງອາຊຽນ ໃນການພັດທະນາອະນຸພາກພື້ນ” ເຊິ່ງນອກຈາກສະແດງຄວາມຊົມເຊີຍ ສສ ຫວຽດນາມ ທີ່ໄດ້ຈັດກອງປະຊຸມທີ່ສຳຄັນນີ້ແລ້ວ ຍັງໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນ ຂອງບັນດາຂອບການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດສະມາຊິກ ການຫຼຸດຜ່ອນຄວາມທຸກຍາກ ການເຊື່ອມຈອດ ແລະ ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ລະຫວ່າງປະເທດສະມາຊິກອາຊຽນ ແລະ ສະເໜີໃຫ້ສືບຕໍ່ ພິເສດທ່ານຮອງລັດຖະມົນຕີໄດ້ຢ້ຳຄືນ ແລະ ສະແດງຄວາມພໍໃຈ ຕໍ່ບົດບາດຄວາມເປັນແກນກາງຂອງອາຊຽນ ໃນໄລຍະຜ່ານມາ ເຊິ່ງສະແດງອອກໃນການຮ່າງ ອອກແບບ ແລະ ສ້າງແຜນງານໂຄງການ ພາຍໃຕ້ແຕ່ລະຂອບການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ກໍຄືອະນຸພາກພື້ນອື່ນຂອງອາຊຽນ ລ້ວນແຕ່ບົນພື້ນຖານຫຼັກການອາຊຽນ ບົດບາດເປັນຜູ້ນຳຂອງອາຊຽນ ແລະ ສອດຄ່ອງກັບບັນດາແຜນແມ່ບົດໃນການພັດທະນາອາຊຽນ ລວມທັງແຜນປະຕິບັດງານ IAI ສະບັບທີ III ແຜນແມ່ບົດການເຊື່ອມຈອດອາຊຽນ 2025 ແລະ ວິໄສທັດການສ້າງປະຊາຄົມອາຊຽນ 2025.

ສຸດທ້າຍ ທ່ານຮອງລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈຕໍ່ປະເທດອາຊຽນເກົ່າ ບັນດາປະເທດຄູ່ຮ່ວມເຈລະຈາ ຄູ່ຮ່ວມມືພາຍນອກອາຊຽນ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ໄດ້ໃຫ້ການຊ່ວຍເຫຼືອ ຜ່ານບັນດາຂອບການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ເຊິ່ງໄດ້ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ ແລະ ສະເໜີໃຫ້ສືບຕໍ່.