ນວ ຈະເລີ່ມທົດລອງແກ້ໄຂຊຸມສາຍ ໃນ 3 ເສັ້ນທາງ

ປັດ­ຈຸ­ບັນ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ພວມ​ເລັ່ງ​ສຸມ​ໃສ່​ແກ້​ໄຂ​ບັນ­ດາ​ຊຸມ​ສາຍ ເພື່ອ​ສ້າງ​ຄວາມ​ສວຍ​ງາມ ແລະ ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ໂດຍ​ເຫັນ​ດີ​ໃຫ້ 3 ບໍ­ລິ­ສັດ​ເຮັດ​ທົດ​ລອງ​ແກ້​ໄຂ​ຊຸມ​ສາຍ​ໃນ 3 ເສັ້ນ­ທາງ ຖ້າ​ການ​ແກ້​ໄຂ​ບັນ­ຫາ​ດັ່ງ­ກ່າວ​ສຳ­ເລັດ​ຕາມ​ເປົ້າ​ໝາຍ ແມ່ນ​ຈະ​ໃຫ້​ບໍ­ລິ­ສັດ​ດັ່ງ­ກ່າວ​ສືບ­ຕໍ່​ແກ້​ໄຂ​ຊຸມ​ສາຍ​ທົ່ວ ນວ.

ທ່ານ ສີ​ຄອນ ອ່ອນ​ສີ​ພັນ​ລາ ຫົວ­ໜ້າ​ພະ​ແນກ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ ນວ ໄດ້​ໃຫ້​ສຳ­ພາດ​ໃນ​ອາ­ທິດ​ຜ່ານ​ມາວ່າ: ເພື່ອ​ເປັນ​ການ​ແກ້​ໄຂ​ບັນ­ຫາ​ດັ່ງ­ກ່າວ​ແບບ​ສະ­ເພາະ​ໜ້າ ນວ ຂອງ​ພວກ​ເຮົາ​ໄດ້​ເຫັນ​ດີ​ເປັນ​ເອ­ກະ​ພາບ ມອບ​ໃຫ້ 3 ບໍ­ລິ­ສັດ​ເຮັດ​ທົດ​ລອງ​ຢູ່ 3 ເສັ້ນ­ທາງ ເພື່ອ​ເຮັດ​ໃຫ້​ບັນ­ດາ​ຊຸມ​ສາຍ ມີ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ສະ­ອາດ​ງາມ​ຕາ ໃນ​ນັ້ນ ມີ​ຖະ­ໜົນ 23 ສິງ­ຫາ ນັບ​ແຕ່​ປະ­ຕູ​ໄຊ​ຫາ​ກະ­ຊວງ​ການ​ເງິນ ຖະ­ໜົນ​ໄກ­ສອນ ນັບ​ແຕ່​ປະ­ຕູ​ໄຊຫາ​ໄຟ​ແດງ​ໂພນ​ສະ­ອາດ ແລະ ອີກ​ເສັ້ນ­ທາງ​ໜຶ່ງ​ແມ່ນ​ໄຟ​ແດງ​ຫໍ­ຄຳຫາ​ໄຟ​ແດງ​ມະ­ໂຫ­ສົດ ສຳ­ລັບ​ທຶນ​ທັງ​ໝົດ​ແມ່ນ​ບໍ­ລິ­ສັດ​ຮັບ­ຜິດ­ຊອບ ເມື່ອ​ປັບ­ປຸງ​ແກ້​ໄຂ​ສຳ­ເລັດ ທາງ​ຄະ­ນະ​ຈະ​ລົງ​ກວດ­ກາ​ຕີ​ລາ­ຄາ​ຄືນ​ວ່າ ​ບໍ­ລິ­ສັດ​ທີ່​ຮັບ­ຜິດ­ຊອບ​ເສັ້ນ­ທາງ​ໃດ​ເຮັດ​ໄດ້​ດີ ຈຶ່ງ​ຈະ​ມີ​ການ​ພິ­ຈາ­ລະ­ນາ​ໃຫ້​ສືບ­ຕໍ່​ປະ­ຕິ­ບັດ ເພື່ອ​ແກ້​ໄຂ​ຊຸມ​ສາຍ​ໃນ​ທົ່ວ ນວ ໃນ­ຕໍ່­ໜ້າ ກໍ​ຄື​ການ​ວາງ​ແຜນ​ໄລ­ຍະ​ຍາວ ໃນ​ການ​ແກ້​ໄຂ ເຊິ່ງ​ຈະ​ຕ້ອງ​ໄດ້​ໃຊ້​ທຶນ​ຈຳ­ນວນ​ຫຼາຍ ພວກ​ເຮົາ​ຈະ​ແກ້​ໄຂໂດຍ​ຈະ​ໄດ້​ຫັນ​ເອົາ​ບັນ­ດາ​ຊຸມ​ສາຍ​ລົງ​ໄວ້​ພື້ນ​ດິນ ແລະ ແກ້​ໄຂ​ໂດຍ​ການ​ຫຼຸດ​ໃຊ້​ສາຍ ເພື່ອ​ເຮັດ​ໃຫ້​ຊຸມ​ສາຍ​ຫຼຸດ​ໜ້ອຍ​ລົງ ແລະ ເຮັດ​ໃຫ້ ນວ ມີ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ສະ­ອາດ​ງາມ​ຕາ ເປັນ​ນະ­ຄອນ​ໜ້າ​ຢູ່​ຕາມ​ທິດ​ຊີ້​ນຳ​ຂອງ​ຂັ້ນ​ເທິງ.

error: Content is protected !!