ລັດຖະບານເຫັນດີໃຫ້ປະຕິບັດນະໂຍບາຍຫຼຸດລາຄາໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ສຳລັບພາກທີ່ຢູ່ອາໄສ ນັບແຕ່ເດືອນເມສາ ຫາ ທັນວາ 2020 ໂດຍຜູ້ໃຊ້ໄຟບໍ່ເກີນ 150 ກິໂລວັດໂມງ ເດືອນໃຫ້ຄູນລາຄາ 355 ກີບ/ກິໂລວັງໂມງ ສ່ວນຜູ້ທີ່ນຳໃຊ້ 151 ກິໂລວັດໂມງຂຶ້ນໄປ ແມ່ນໃຫ້ຄູນສອງລາຄາ ພ້ອມໃຫ້ໄລ່ລຽງຄືນລະອຽດ ສຳລັບຜູ້ຊົມໃຊ້ທີ່ໄດ້ຈ່າຍເງິນຄ່າໄຟຟ້າໄປແລ້ວໃນເດືອນທີ່ຜ່ານມາ.
ອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 752/ຫສນຍ ລົງວັນທີ 14 ກໍລະກົດ 2020 ເລື່ອງທິດຊີ້ນຳຕໍ່ການປະຕິບັດນະໂຍບາຍຫຼຸດລາຄາໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ:
1. ເຫັນດີໃຫ້ປະຕິບັດນະໂຍບາຍຫຼຸດລາຄາໄຟຟ້າ ໃນໄລຍະຂອງການແຜ່ລະບາດຂອງພະຍາດໂຄວິດ-19 ສຳລັບພາກທີ່ຢູ່ອາໄສ ນັບແຕ່ເດືອນເມສາ ຫາ ທັນວາ 2020 ຕາມການສະເໜີຂອງກະຊວງພະລັງງານ ແລະ ບໍ່ແຮ່ ເຊິ່ງມີລາຍລະອຽດດັ່ງນີ້:
ສຳລັບກຸ່ມຜູ້ຊົມໃຊ້ໄຟຟ້າ ແຕ່ 0-150 ກິໂລວັດໂມງ/ເດືອນ ແມ່ນໃຫ້ເອົາພະລັງງານທັງໝົດ ຄູນລາຄາ 355 ກີບ/ກິໂລວັດໂມງ ເປັນລາຄາໄຟຟ້າຂອງເດືອນ.
ສຳລັບກຸ່ມຜູ້ຊົມໃຊ້ໄຟຟ້າ ແຕ່ 151-461 ກິໂລວັດໂມງຕໍ່ເດືອນ ແມ່ນໃຫ້ເອົາພະລັງງານ 150 ກິໂລວັດໂມງທຳອິດ ຄູນລາຄາ 355 ກີບ/ກິໂລວັດໂມງ ສ່ວນພະລັງງານທີ່ເຫຼືອແມ່ນໃຫ້ຄູນລາຄາ 710 ກີບ/ກິໂລວັດໂມງ ແລ້ວເອົາທັງສອງຂັ້ນມາບວກກັນເປັນລາຄາໄຟຟ້າຂອງເດືອນ ສຳລັບກຸ່ມຜູ້ຊົມໃຊ້ໄຟຟ້າແຕ່ 462 ກິໂລວັດໂມງ/ເດືອນ ຂຶ້ນໄປ ແມ່ນເອົາພະລັງງານທັງໝົດ ຄູນລາຄາ 710 ກີບ ກິໂລວັດໂມງ ເປັນລາຄາໄຟຟ້າຂອງເດືອນ.
2. ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນກ່ຽວຂ້ອງ ໄລ່ລຽງຄືນລະອຽດ ສຳລັບຜູ້ຊົມໃຊ້ທີ່ໄດ້ຈ່າຍເງິນຄ່າໄຟຟ້າໄປແລ້ວໃນເດືອນທີ່ຜ່ານມາ.
3. ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າໂຄງສ້າງລາຄາໄຟຟ້າໄລຍະຍາວປັບປຸງໃໝ່ຢ່າງລະອຽດ ໂດຍມີການປະກອບຄຳເຫັນຢ່າງກວ້າງຂວາງຈາກຫຼາຍພາກສ່ວນໃນສັງຄົມ ເພື່ອໃຫ້ໄດ້ທາງເລືອກທີ່ເໝາະສົມທີ່ສຸດ ແລະ ສອດຄ່ອງກັບສະພາບເສດຖະກິດ-ສັງຄົມໃນແຕ່ລະໄລຍະ ແລ້ວນຳສະເໜີລັດຖະບານພິຈາລະນາພາຍໃນເດືອນຕຸລາ 2020.
