ດຳລົງຊີວິດປົກກະຕິແບບໃໝ່ (New Normal)

ຄື​ດັ່ງ​ຮູ້​ກັນ​ດີ​ແລ້ວ​ວ່າ ໂຣກ​ລະ­ບາດ​ພະ­ຍາດ​ອັກ­ເສບ​ປອດ​ສາຍ​ພັນ​ໃໝ່ (ໂຄ​ວິດ-19) ທີ່​ລະ­ບາດ​ມາ​ແຕ່​ທ້າຍ​ປີ 2019 ທີ່​ເມືອງ​ອູ​ຮັ່ນ ມົນ­ທົນ​ຮູ​ເປີ້ຍ ສປ ຈີນ ນັ້ນ ຕໍ່​ມາ​ມັນ​ກໍ່​ແຜ່​ລະ­ບາດ​ຂະ­ຫຍາຍ​ໄປ​ທົ່ວ​ທຸກ​ມຸມ​ໂລກ​ແລ້ວ ແຕ່​ຈຳ­ນວນ​ປະ­ເທດ​ລະ­ບາດ​ໜ້ອຍ ຫຼື ຫຼາຍ​ແມ່ນ​ຂຶ້ນ​ກັບ​ແບບ­ແຜນ​ດຳ­ລົງ​ຊີ­ວິດ ທີ່​ຕິດ​ພັນ​ວັດ­ທະ­ນະ­ທຳ​ຮີດ­ຄອງ​ປະ­ເພ­ນີ ແລະ ຄວາມ​ອາດ​ສາ­ມາດ​ຂອງ​ວິ­ຊາ​ການ​ແພດ ທີ່​ຈະ​ລະ­ງັບ​ຜົນ​ຮ້າຍ​ດັ່ງ­ກ່າວ​ນັ້ນ​ໄດ້.

ສະ­ເພາະ​ຢູ່ ສປ ຈີນ ທ່ານ​ຜູ້­ນຳ​ພັກ-ລັດ ນຳ​ໂດຍ​ທ່ານ ສີ​ຈິ້ນ​ຜິງ ຫຼິງ​ເຫັນ​ວ່າ​ເປັນ​ມະ​ຫັນ​ຕະ​ໄພ​ຢ່າງ​ໃຫຍ່​ຫຼວງ ຈຶ່ງ​ປະ­ກາດ​ພາ­ວະ​ສຸກ​ເສີນ​ອັດ​ປະ­ຕູ​ເມືອງ​ຫ້າມ​ພົວ­ພັນ​ພາຍ​ນອກ ຫຼາຍ​ລັດ​ຫຼາຍ​ມົນ­ທົນ ແລະ ມີ​ມາດ​ຕະ­ການ​ຕ່າງໆ​ທາງ​ດ້ານ​ເສດ­ຖະ­ກິດ​ສັງ­ຄົມ ໂດຍ​ສະ­ເພາະ ສັ່ງ​ປຸກ​ສ້າງ​ໂດຍ​ດ່ວນ​ໂຮງ­ພະ­ຍາ­ບານ​ໃນ​ເມືອງ​ອູ​ຮັ່ນ ແລະ ແຫ່ງ​ອື່ນໆ​ຕາມ​ສົມ­ຄວນ ສ່ວນ​ແພດ​ໝໍ​ກໍ​ຕະ­ລຸມ­ບອນ​ຕໍ່­ສູ້​ປິ່ນ­ປົວ​ຜູ້​ເຈັບ­ເປັນ​ຢ່າງ​ເອົາ​ຊີ­ວິດ​ແລກ ຄ້າຍ​ດັ່ງ​ພາ­ວະ​ສຸກ​ເສີນ​ປາງ​ສົງ­ຄາມ ໃນ​ທີ່​ສຸດ ສປ ຈີນ ກໍ​ສາ­ມາດ​ເອົາ​ຢູ່ ຄື: ຄວບ​ຄຸມ​ໄດ້​ໃນ​ລະ­ດັບ​ແນ່­ນອນ ເຖິງ​ວ່າ​ຈະ​ມີ​ການ​ລະ­ບາດ​ຊ້ຳ​ໃໝ່​ກໍ​ສາ­ມາດ​ແກ້​ໄຂ​ໄດ້​ທັນ​ທ່ວງ​ທີ.

ສ່ວນ​ຢູ່ ສປປ ລາວ ເຮົາ ທ່ານ​ຜູ້­ນຳ​ພັກ-ລັດ ນຳ​ໂດຍ​ທ່ານ​ນາ­ຍົກ ທອງ​ລຸນ ສີ​ສຸ​ລິດ ກໍ​ອອກ​ຄຳ​ສັ່ງ​ແນະ­ນຳ ວາງ​ມາດ​ຕະ­ການ ແຕ່ງ­ຕັ້ງ​ຄະ­ນະ​ສະ­ເພາະ​ກິດ​ແກ້​ໄຂ​ຜູ້​ຕິດ­ເຊື້ອ​ແທ້ໆ 19 ຄົນ ຈົນ​ສາ­ມາດ​ປິ່ນ­ປົວ​ດີ​ທີ່​ໂຮງ­ໝໍ​ມິດ­ຕະ­ພາບ ແລະ ໂຮງ­ໝໍ​ແຂວງ​ຫຼວງ​ພະ​ບາງ ຈົນ​ກັບ​ຄືນ​ສູ່​ບ້ານ​ເຮືອນ​ປົກ­ກະ­ຕິ ບໍ່​ມີ​ຜູ້​ຕິດ­ເຊື້ອ​ລາຍ​ໃໝ່ ສ່ວນ​ຜູ້​ໄປ​ອອກ­ແຮງ​ງານ​ຢູ່​ຕ່າງ­ປະ­ເທດ​ທີ່​ທະ­ຍອຍ​ກັນ​ກັບ​ມາ​ຕາມ​ດ່ານ​ຕ່າງໆ ກໍ​ໄດ້​ຜ່ານ​ການ​ກັກ​ກັນ​ຕາມ​ຈຸດ​ກັກ​ກັນ​ທົ່ວ​ປະ­ເທດ 14 ວັນ ແລະ ຍັງ​ສືບ­ຕໍ່​ເຝົ້າ​ລະ­ວັງ​ດ້ວຍ​ມາດ​ຕະ­ການ ຕິດ​ພັນ​ກັບ​ການ​ດຳ­ລົງ​ຊີ­ວິດ​ປົກ­ກະ­ຕິ​ແບບ​ໃໝ່ ຄື:

– ອອກ​ຈາກ​ເຮືອນ​ຕ້ອງ​ໃຊ້​ຜ້າ​ອະ­ນາ­ໄມ​ອັດ​ປາກ ອັດ​ດັງ ເມື່ອ​ໄປ​ບ່ອນ​ສ່ຽງ ເປັນ­ຕົ້ນ ສະ­ຖານ­ທີ່​ເຮັດ​ການ ຮ້ານ​ຄ້າ ຕະ­ຫຼາດ​ສົດ ໂຮງ­ໝໍ ໂຮງ­ຮຽນ ສະ­ຖານ ທີ່​ຊຸມ­ນຸມ​ຊຸມ​ແຊວ​ງານ​ດອງ (ສະ­ຖານ­ທີ່​ຮ້ານ​ອາ­ຫານ ຜັບ ບາ ບັນ­ເທີງ ກີ­ລາ​ຄົນ​ຊົມ​ຫຼາຍ ທາງ​ການ​ເພິ່ນ​ຍັງ​ບໍ່​ທັນ​ໃຫ້​ເປີດ).
– ຕ້ອງ​ລ້າງ​ມື​ດ້ວຍ​ສະ­ບູ ເຈວ​ລ້າງ​ມື​ໃຫ້​ສະ­ອາດ​ເລື້ອຍໆ.
– ຕ້ອງ​ຮັກ­ສາ​ໄລ­ຍະ​ຫ່າງ​ໜຶ່ງ​ແມັດ​ຂື້ນ​ໄປ.
– ຍົກ​ສູງ​ສະ­ຕິ​ລະ­ວັງ​ຕົວ ຮັກ­ສາ​ຄວາມ​ສະ­ອາດ​ໃນ​ບ້ານ​ເຮືອນ​ຢ່າງ​ສະ​ໜ່ຳ​ສະ­ເໝີ.

ສ່ວນ​ໃນ​ບາງ​ປະ­ເທດ​ຕາ­ເວັນ­ຕົກ ປະ­ເທດ​ເສລີ​ປະ­ຊາ­ທິ­ປະ­ໄຕ ທີ່​ໃຊ້​ເສລີ­ພາບ​ຕາມ­ໃຈ​ເປັນ​ສຳ­ຄັນ ຢາກ​ໄປ​ໃສ​ກໍ​ໄປ ອັດ​ປາກ​ອັດ​ດັງ​ບໍ່​ສົນ ເຫັນ​ກັນ​ກໍ​ໂດດ​ກອດ​ຈູບ​ຕາມ​ແບບ​ວັດ­ທະ­ນະ­ທຳ ມັນ​ກໍ​ລະ­ບາດ​ຢ່າງ​ໄວ ໂດຍ​ສະ­ເພາະ ຕົວ​ເລກ​ຂະ­ຫຍາຍ­ຕົວ​ເພິ່ມ​ຂຶ້ນ​ໃນ​ຫຼາຍໆ​ປະ­ເທດ ລວມ 10 ກວ່າ​ລ້ານ​ຄົນ ປົວ​ດີ​ຈຳ­ນວນ​ຫຼາຍ ສ່ວນ​ເສຍ​ຊີ­ວິດ​ນັ້ນ​ຕົວ​ເລກ​ຍັງ​ບໍ່​ທັນ​ນີ້ງ ແລະ ປະ­ເທດ​ເຫຼົ່າ­ນັ້ນ ຍັງ​ເອົາ­ໃຈ­ໃສ່​ຂຸ້ນ­ຂ້ຽວ​ປິ່ນ­ປົວ ສະ­ກັດ​ກັ້ນ​ດ້ວຍ​ເຄື່ອງ­ມື​ຄື​ມາດ​ຕະ­ການ​ປະ­ສົມ​ລະ­ບຽບ​ກົດ­ໝາຍ​ຢ່າງ​ເຄັ່ງ​ຄັດ ເພາະ​ມີ​ວີ່​ແວວ​ວ່າ​ອາດ​ຈະ​ມີ​ການ​ລະ­ບາດ​ຊ້ຳ​ແລ້ວ​ຊ້ຳ​ອີກ.

ສ່ວນ​ຢູ່​ບ້ານ​ເຮົາ ໃນ​ປັດ­ຈຸ­ບັນ​ເບິ່ງ​ຄື​ບໍ່​ມີ​ຫຍັງ ບຸກ­ຄົນ​ຈຳ­ນວນ​ໜຶ່ງ​ເບິ່ງ​ຄ້າຍ­ຄື​ຢາກ​ລະ​ເຫຼີງ ເມີນ­ເສີຍ​ນັ້ນ​ແມ່ນ​ພຶດ­ຕິ​ກຳ​ສ່ຽງ​ທີ່​ອັນ­ຕະ­ລາຍ ແຕ່​ກໍ​ມີ​ບາງ​ມາດ​ຕະ­ການ​ໂຍະ­ຍານ ໂດຍ​ສະ­ເພາະ ການ​ຂົນ­ສົ່ງ​ພາຍ​ໃນ ການ­ທ່ອງ­ທ່ຽວ​ພາຍ​ໃນ​ເພື່ອ​ກະ​ຕຸ້ນ​ເສດ­ຖະ­ກິດ ແລະ ອື່ນໆ ແຕ່​ກໍ​ຕ້ອງ​ມີ​ສະ­ຕິ​ປະ­ຕິ­ບັດ​ຕາມ​ຫຼັກ​ດຳ­ລົງ​ຊີ­ວິດ​ປົກ­ກະ­ຕິ​ແບບ​ໃໝ່.

ໂດຍ: ຊຽງ​ເອງ

error: Content is protected !!