ນ້ຳປ່ຽນ ຢໍລະປາ ອີກປະສົບການທີ່ໜ້າສຳຜັດ

ປະ­ເທດ​ລາວ​ເຮົາ ມີ​ແຫຼ່ງ​ຊັບ­ພະ­ຍາ­ກອນ​ປ່າ­ໄມ້​ທີ່​ອຸ­ດົມ​ສົມ​ບຸນ ເຖິງ​ແມ່ນ​ວ່າ​ໄລ­ຍະ​ຜ່ານ​ມາ ປ່າ­ໄມ້​ໃນ​ຫຼາຍ​ທ້ອງ­ຖິ່ນ​ໄດ້​ຖືກ​ບຸ­ກລຸກ​ກໍ​ຕາມ ແຕ່​ຄວາມ​ອຸ­ດົມ​ສົມ​ບຸນ​ດັ່ງ­ກ່າວ ກໍ​ຍັງ​ສາ­ມາດ​ເປັນ​ທ່າ­ແຮງ​ດ້ານ​ການ­ທ່ອງ­ທ່ຽວ ໄດ້​ເປັນ​ຢ່າງ​ດີ.

ຖ້າ​ເວົ້າ​ເຖິງ​ຄວາມ​ອຸ­ດົມ​ສົມ​ບຸນ​ຂອງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ກັບ​ການ​ພັດ­ທະ­ນາ​ການ­ທ່ອງ­ທ່ຽວ​ແລ້ວ ເຫັນ​ໄດ້​ວ່າ ໃນ​ໄລ­ຍະ​ຜ່ານ​ມາ ກໍ​ຄື​ປັດ­ຈຸ­ບັນ ລັດ­ຖະ­ບານ​ໄດ້​ມີ​ການ​ສົ່ງ­ເສີມ​ການ­ທ່ອງ­ທ່ຽວ​ໃນ​ຮູບ​ແບບ​ອະ­ນຸ​ຮັກ ຫຼື eco-tourism ໂດຍ​ໄດ້​ອະ­ນຸ­ຍາດ​ໃຫ້​ພາກ​ກະ​ຊົນ ເຂົ້າ​ມາ​ລົງ­ທຶນ​ໃສ່​ການ​ພັດ­ທະ­ນາ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ ຕິດ​ພັນ​ກັບ​ການ​ສ້າງ​ຄວາມ​ຍືນ​ຍົງ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ເຂົ້າ​ມາ​ຫຼາຍ​ຂຶ້ນ.

ການ​ພັດ­ທະ­ນາ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ ແມ່ນ​ຂຶ້ນ​ກັບ​ທ່າ­ແຮງ​ຂອງ​ຫຼາຍໆ​ແຂວງ​ຫຼາຍໆ​ທ້ອງ­ຖິ່ນ ແລະ ສະ­ຖານ­ທີ່​ທ່ອງ​ທ່ຽວ​ທີ່​ເປັນ​ທີ່​ຮູ້­ຈັກ​ກັນ​ດີ ແລະ ເປັນ​ຈຸດ­ໝາຍ​ປາຍ­ທາງ​ຂອງ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ໃນ​ໄລ­ຍະ​ຊຸມ​ປີ­ຜ່ານ­ມາ ກໍ​ຄົງ​ຈະ​ເປັນ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ ນ້ຳ​ກັດ ຢໍ​ລະ​ປາ ແຂວງ​ອຸ­ດົມ​ໄຊ ເປັນ​ສະ­ຖານ­ທີ່ ທີ່​ຖືກ​ພັດ­ທະ­ນາ​ໃຫ້​ເໝາະ​ແກ່​ການ​ພັກ­ຜ່ອນ ທີ່​ສຳ­ຜັດ​ໄດ້​ເຖິງ​ກິ່ນ​ອາຍ​ທຳ​ມະ​ຊາດ ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ມາ​ທ່ຽວ​ຊົມ​ສະ­ຖານ ທີ່​ທ່ອງ​ທ່ຽວ​ແຫ່ງ​ດັ່ງ­ກ່າວ ສາ­ມາດ​ເຂົ້າ​ຮ່ວມ​ຫຼາຍໆ​ກິດ­ຈະ­ກຳ ພ້ອມ​ທັງ​ສາ­ມາດ​ສຳ­ຜັດ​ກັບ​ການ​ດຳ­ລົງ​ຊີ­ວິດ​ຂອງ​ປະ­ຊາ­ຊົນ ທີ່­ຢູ່​ໃກ້​ກັບ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ດັ່ງ­ກ່າວ ນ້ຳ​ກັດ ຢໍ​ລະ​ປາ ຖື​ວ່າ​ເປັນ​ສະ­ຖານ­ທີ່​ທ່ອງ​ທ່ຽວ ທີ່​ເປັນ­ຄວາມ​ໄຝ່​ຝັນ​ຂອງ​ຫຼາຍໆ​ຄົນ ແຕ່​ດ້ວຍ​ທີ່​ຕັ້ງ​ຢູ່​ທາງ​ຕອນ​ເໜືອ​ຂອງ​ປະ­ເທດ ເຮັດ​ໃຫ້­ການ​ເດີນ­ທາງ​ຕ້ອງ​ໃຊ້​ເວ­ລາ ແລະ ຄ່າ​ໃຊ້​ຈ່າຍ​ຂ້ອນ​ຂ້າງ​ສູງ.

ຢ່າງ­ໃດ​ກໍ​ຕາມ ສຳ­ລັບ​ນັກ​ທ່ອງ​ທ່ຽວ​ຊາວ​ນະ­ຄອນ­ຫຼວງ​ວຽງ​ຈັນ ທີ່​ຕ້ອງ­ການ​ສຳ­ຜັດ​ກັບ​ບັນ­ຍາ­ກາດ​ຄ້າຍ­ຄື​ສະ­ຖານ­ທີ່​ດັ່ງ­ກ່າວ​ນັ້ນ ບໍ່​ຈຳ­ເປັນ​ຕ້ອງ​ເດີນ­ທາງ​ເຖິງ​ອຸ­ດົມ​ໄຊ ແຕ່​ທ່ານ​ສາ­ມາດ​ສຳ­ຜັດ​ບັນ­ຍາ­ກາດ​ຄ້າຍ­ຄື​ກັບ​ນ້ຳ​ກັດ ຢໍ​ລະ​ປາ ໄດ້​ທີ່­ຢູ່​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ​ເອງ ພາຍ­ຫຼັງ​ທີ່​ລັດ­ຖະ­ບານ ກໍ​ຄື ອົງ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ອະ­ນຸ­ຍາດ​ໃຫ້​ເອ­ກະ​ຊົນ​ລົງ­ທຶນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ຢູ່​ພູ­ເຂົາ​ຄວາຍ ເຂດ​ເມືອງ​ປາກ​ງື່ມ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທຳ​ມະ​ຊາດ ນ້ຳ​ປ່ຽນ ຢໍ​ລະ​ປາ ສະ­ຖານ­ທີ່​ທ່ອງ​ທ່ຽວ​ໃນ​ເຄືອ​ຂອງ​ນ້ຳ​ກັດ ຢໍ​ລະ​ປາ ທີ່​ຕັ້ງ​ບໍ່​ໄກ​ຈາກ​ເທ­ສະ​ບານ​ເມືອງ.

ນ້ຳ​ປ່ຽນ ຢໍ​ລະ​ປາ ໄດ້​ຖືກ​ພັດ­ທະ­ນາ​ຂຶ້ນ​ໃຫ້​ກົມ​ກືນ​ກັບ​ທຳ​ມະ​ຊາດ ດ້ວຍ​ການ​ເອົາ­ໃຈ­ໃສ່​ໃນ​ການ​ອອກ​ແບບ ຈະ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຢູ່​ໃກ້​ກັບ​ທຳ​ມະ​ຊາດ​ຫຼາຍ​ຂຶ້ນ ພ້ອມ​ນັ້ນ ສະ­ຖານ­ທີ່​ທ່ອງ​ທ່ຽວ​ດັ່ງ­ກ່າວ ຍັງ​ໄດ້​ມີ​ຫຼາຍ​ກິດ­ຈະ­ກຳ​ທີ່​ຈະ​ສ້າງ​ຄວາມ​ຕື່ນ­ເຕັ້ນ​ໃຫ້​ກັບ​ນັກ​ທ່ອງ​ທ່ຽວ ບໍ່​ວ່າ​ຈະ​ເປັນ​ຂົວ​ອູ່ ຂີ່​ສະ​ລິງ ຂີ່​ລົດ­ຈັກ ແລະ ອື່ນໆ ເຊິ່ງ​ສາ­ມາດ​ເວົ້າ​ໄດ້​ວ່າ​ບໍ່​ນ້ອຍ​ໜ້າ​ກັບ​ນ້ຳ​ກັດ ຢໍ​ລະ​ປາ ເລີຍ​ກໍ​ວ່າ​ໄດ້.

ຢ່າງ­ໃດ​ກໍ​ຕາມ ຜູ້​ທີ່​ຕ້ອງ­ການ​ສຳ­ຜັດ​ກັບ​ບັນ­ຍາ­ກາດ​ທີ່​ກ່າວ​ມາ​ນັ້ນ ກໍ​ຕ້ອງ​ອົດ​ໃຈ​ລໍ​ເພາະ​ສະ­ຖານ­ທີ່​ດັ່ງ­ກ່າວ ມີ​ແຜນ​ເປີດ​ໃຫ້​ບໍ­ລິ­ການ​ໃນ​ມໍ່ໆ​ນີ້ ຮັບ­ຮອງ​ວ່າ​ນັກ​ທ່ອງ​ທ່ຽວ​ທີ່​ໄດ້​ເດີນ­ທາງ​ໄປ​ສຳ­ຜັດ ຈະ​ຮູ້­ສຶກ​ປະ​ທັບ​ໃຈ​ໄປ​ກັບ​ປະ­ສົບ​ການ​ໃໝ່ ຈາກ​ການ​ເຂົ້າ​ຮ່ວມ​ບັນ­ດາ​ກິດ­ຈະ­ກຳ​ທີ່​ທາງ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ຈັດ​ຂຶ້ນ​ຢ່າງ​ແນ່­ນອນ.

error: Content is protected !!