ບັນຫາໃນກຸ່ມອາການ “Computer Vision Syndrome”

ປັດ­ຈຸ­ບັນ ຄອມ​ພິວ​ເຕີ ແທັບ​ເລັດ ສະ­ມາດ​ໂຟນ ຕ່າງ​ກໍ​ເຂົ້າ​ມາ​ມີ​ບົດ­ບາດ​ກັບ​ຊີ­ວິດ​ປະ­ຈຳ​ວັນ​ເປັນ​ຢ່າງ​ສູງ ເຮັດ​ໃຫ້​ຫຼາຍ​ຄົນ​ທີ່​ນັ່ງ​ຈ້ອງ​ຈໍ​ຄອມ​ພິວ​ເຕີ​ເປັນ​ເວ­ລາ​ດົນ​ນານ ອາດ​ເກີດ​ອາ­ການ​ປວດ ເມື່ອຍ​ຕາ ຕາ​ແຫ້ງ ແສບ​ຕາ ເຄືອງ​ຕາ ຕາ­ມົວ ເຊິ່ງ​ອາດ​ບົ່ງ​ບອກ​ວ່າ​ກຳ­ລັງ​ສ່ຽງ​ກັບ​ກຸ່ມ​ອາ­ການ​ທີ່​ເອີ້ນ​ວ່າ Computer Vision Syndrome (CVS) ກຸ່ມ​ອາ­ການ​ນີ້ ເຖິງ​ແມ່ນ​ບໍ່​ໄດ້​ກໍ່­ໃຫ້­ເກີດ​ອັນ­ຕະ­ລາຍ​ຮ້າຍ​ແຮງ​ຕໍ່​ດວງ​ຕາ ຫຼື ການ​ເບິ່ງ​ເຫັນ ແຕ່​ມັກ​ເຮັດ​ໃຫ້​ເກີດ​ຄວາມ​ບໍ່​ສະ­ບາຍ​ຕາ ແລະ ອາດ​ເປັນ​ບັນ­ຫາ​ລົບ​ກວນ​ການ​ເຮັດ​ວຽກ ຫຼື ການ​ໃຊ້​ຊີ­ວິດ​ປະ­ຈຳ​ວັນ​ໄດ້.

Computer Vision Syndrome ຄື​ອັນ​ໃດ ?

Computer Vision Syndrome (CVS) ຄື ກຸ່ມ​ອາ­ການ​ທາງ​ຕາ​ທີ່​ເກີດ​ຈາກ​ການ​ໃຊ້​ສາຍ­ຕາ​ກັບ​ຄອມ​ພິວ​ເຕີ​ເປັນ​ເວ­ລາ​ດົນ ໂດຍ​ຄວາມ​ຮຸນ​ແຮງ​ຈະ​ເພີ່ມ​ຂຶ້ນ​ຕາມ​ໄລ­ຍະ​ເວ­ລາ​ໃນ​ການ​ໃຊ້​ງານ ແລະ ຈ້ອງ​ໜ້າ​ຈໍ​ຄອມ​ພິວ​ເຕີ​ຢ່າງ​ຕໍ່​ເນື່ອງ ມີ​ການ​ສຶກ​ສາ​ພົບ​ວ່າ ປະ­ມານ 90% ຂອງ​ຜູ້​ທີ່​ໃຊ້​ຄອມ​ພິວ​ເຕີ​ຕໍ່​ເນື່ອງ​ຫຼາຍ​ກວ່າ 3 ຊົ່ວ­ໂມງ​ຕໍ່​ວັນ ຈະ​ມີ​ອາ­ການ Computer Vision Syndrome ຢ່າງ­ໃດ​ຢ່າງ​ໜຶ່ງ ຫຼື ອາດ​ເປັນ​ຮ່ວມ​ກັນ​ຈົນ​ສົ່ງ​ຜົນ​ກະ­ທົບ​ກັບ​ຄຸນ​ນະ​ພາບ​ຊີ­ວິດ​ໃນ​ແຕ່​ລະ​ວັນ ໂດຍ​ລັກ­ສະ­ນະ​ຂອງ​ກຸ່ມ​ອາ­ການ CVS ມີ​ດັ່ງ­ນີ້ ປວດ​ເມື່ອຍ​ຕາ ຕາ​ແຫ້ງ ແສບ​ຕາ ເຄືອງ​ຕາ ຕາ­ມົວ ໂຟກັສ​ໄດ້​ຊ້າ​ລົງ ຕາ​ສູ້​ແສງ​ບໍ່​ໄດ້ ປວດ​ກະ­ບອກ​ຕາ ປວດ​ຫົວ ຫຼື ບາງ​ຄັ້ງ​ອາດ​ມີ​ອາ­ການ​ປວດ​ຫຼັງ ໄຫຼ່ ຫຼື ຕົ້ນ​ຄໍ​ອີກ​ດ້ວຍ.

ປັດ​ໄຈ​ສ່ຽງ Computer Vision Syndrome

ນອກ­ຈາກ​ອາ­ການ​ຜິດ​ປົກ­ກະ­ຕິ​ທີ່​ເກີດ​ຂຶ້ນ​ແລ້ວ ປັດ​ໄຈ​ສ່ຽງ​ເຫຼົ່າ​ນີ້ ກໍ​ສົ່ງ​ຜົນ​ໃຫ້​ມີ​ໂອ­ກາດ​ທີ່​ຈະ​ເກີດ​ຄວາມ​ບໍ່​ສະ­ບາຍ​ດວງ​ຕາ​ເກີດ​ຂຶ້ນ​ໄດ້ ເຊັ່ນ:

1. ຂະ­ນະ​ຈົດ­ຈໍ່​ກັບ​ການ​ອ່ານ­ໜັງ­ສື ຫຼື ຈ້ອງ​ຈໍ​ຄອມ​ພິວ​ເຕີ​ດົນໆ ຈະ​ມີ​ການ​ກະ​ພິບ​ຕາ​ໜ້ອຍ​ລົງ ເຮັດ​ໃຫ້​ເກີດ​ອາ­ການ​ຕາ​ແຫ້ງ​ງ່າຍ​ຂຶ້ນ.
2. ແສງ​ສະ­ຫວ່າງ​ພາຍ​ໃນ​ຫ້ອງ​ບໍ່​ເໝາະ​ສົມ.
3. ມີ​ແສງ​ສະ­ທ້ອນ​ຈາກ​ຈໍ​ຄອມ​ພິວ​ເຕີ.
4. ການ​ທີ່​ຕົວ​ອັກ­ສອນ​ເທິງ​ຈໍ​ຄອມ​ພິວ​ເຕີ​ບໍ່​ລຽບ​ຄົມ​ຊັດ​ເທົ່າ​ຕົວ​ພິມ​ເທິງ​ໜ້າ​ປຶ້ມ ຫຼື ມີ​ຄວາມ​ບໍ່​ນິ່ງ​ຂອງ​ສັນ­ຍານ​ໃນ​ຈໍ​ຄອມ​ພິວ​ເຕີ ເຮັດ​ໃຫ້​ຕ້ອງ​ພະ­ຍາ­ຍາມ​ໃຊ້​ສາຍ­ຕາ​ໂຟກັສ​ເພີ່ມ​ຫຼາຍ​ຂຶ້ນ ຈຶ່ງ​ກໍ່­ໃຫ້­ເກີດ​ອາ­ການ​ຕາ​ອ່ອນ​ລ້າ​ໄດ້​ງ່າຍ.
5. ໄລ­ຍະ​ຫ່າງ​ຈາກ​ໜ້າ​ຈໍ​ເຖິງ​ຕົວ​ເຮົາ.
6. ລະ­ດັບ​ສາຍ­ຕາ​ໃນ​ການ​ເບິ່ງ​ຈໍ​ຄອມ​ພິວ​ເຕີ.
7. ທ່າ​ທາງ​ໃນ​ການ​ນັ່ງ​ເຮັດ​ວຽກ​ທີ່​ບໍ່​ເໝາະ​ສົມ.

ການ​ປ້ອງ​ກັນ Computer Vision Syndrome

ການ​ປ້ອງ​ກັນ Computer Vision Syndrome (CVS) ສາ­ມາດ​ເຮັດ​ໄດ້​ໂດຍ

1. ປັບ​ລະ­ດັບ​ການ​ເບິ່ງ​ລະ­ຫວ່າງ​ຈໍ​ຄອມ​ພິວ​ເຕີ ແທັບ​ເລັດ ຫຼື ສະ­ມາດ​ໂຟນ ປັບ​ທ່າ​ນັ່ງ​ໃນ​ການ​ເຮັດ​ວຽກ​ໃຫ້​ເໝາະ​ສົມ ຈຸດ​ສູນ​ກາງ­ຂອງ​ຈໍ​ຄອມ​ພິວ​ເຕີ ຄວນ​ຢູ່​ຫ່າງ​ຈາກ​ຕາ​ປະ­ມານ 20-28 ນິ້ວ ໂດຍ​ແປ້ນ​ພິມ​ຄວນ​ວາງ​ຢູ່​ລະ­ດັບ​ຕ່ຳ​ກວ່າ​ຈໍ ໃຫ້​ຂໍ້­ມື ແລະ ແຂນ​ຂະ­ໜານ​ໄປ​ກັບ​ພື້ນ ຂໍ້­ສອກ​ຕັ້ງ​ສາກ ບໍ່​ຢູ່​ໃນ​ລັກ­ສະ­ນະ​ເອື້ອມ​ໄປ​ຂ້າງ​ໜ້າ ປັບ​ລະ­ດັບ​ຕັ່ງ­ອີ້ ໂດຍ​ໃຫ້​ຝາ​ຕີນ​ວາງ​ຮາບ​ໄປ​ກັບ​ພື້ນ ເຂົ່າ​ຕັ້ງ​ສາກ ຕົ້ນ​ຂາ​ຂະ­ໜານ​ກັບ​ພື້ນ ອາດ​ມີ​ບ່ອນ​ວາງ​ສອກ ແລະ ແຂນ​ເພື່ອ​ຫຼຸດ​ອາ­ການ​ອ່ອນ​ລ້າ​ທີ່​ຫົວ​ໄຫຼ່ ແຂນ ແລະ ຂໍ້­ມື ເອ­ກະ­ສານ​ສິ່ງ​ພິມ ຫຼື ປຶ້ມ ຄວນ​ວາງ​ຢູ່​ໃນ​ລະ­ດັບ ແລະ ໄລ­ຍະ​ດຽວ​ກັບ​ຈໍ ເພື່ອ​ຈະ​ໄດ້​ບໍ່​ຕ້ອງ​ຫຍັບ ຫຼື ຫັນ​ຫົວ ແລະ ປ່ຽນ​ການ​ປັບ​ໂຟກັສ​ຫຼາຍ​ເກີນ​ໄປ.
2. ປັບ​ແສງ​ສະ­ຫວ່າງ​ຈາກ​ພາຍ​ນອກ ແລະ ຈາກ​ຈໍ​ຄອມ​ພິວ​ເຕີ ຄວນ​ປິດ​ຜ້າ­ກັ້ງ​ປ່ອງ­ຢ້ຽມ ເພື່ອ​ຫຼີກ​ລ່ຽງ​ບໍ່​ໃຫ້​ມີ​ແສງ​ແດດ ຫຼື ແສງ​ສະ­ຫວ່າງ​ຈາກ​ພາຍ​ນອກ​ສ່ອງ​ກະ­ທົບ​ກັບ​ຈໍ​ຄອມ​ພິວ​ເຕີ ແສງ​ພາຍ​ໃນ​ຫ້ອງ​ເຮັດ​ວຽກ​ທີ່​ສະ­ຫວ່າງ​ເກີນ​ໄປ ຈະ​ກໍ່­ໃຫ້­ເກີດ​ແສງ​ສະ­ທ້ອນ​ທີ່​ຈໍ​ໄດ້​ງ່າຍ ເຮັດ​ໃຫ້​ຮູ້­ສຶກ​ບໍ່​ສະ­ບາຍ​ຕາ​ໄດ້ ຫຼື ອາດ​ໃຊ້​ແຜ່ນ​ກັນ­ແສງ​ສະ­ທ້ອນ​ຕິດ​ໜ້າ​ຈໍ​ພາບ ປັບ​ຄວາມ​ສະ­ຫວ່າງ​ຂອງ​ໜ້າ​ຈໍ ແລະ ຄວາມ​ແຕກ​ຕ່າງ​ຂອງ​ສີ​ລະ­ຫວ່າງ​ພື້ນ​ຈໍ ແລະ ຕົວ​ອັກ­ສອນ ໃຫ້​ເບິ່ງ​ເຫັນ​ໄດ້​ຄົມ​ຊັດ ແລະ ສະ­ບາຍ​ຕາ​ທີ່​ສຸດ.
3. ພັກ​ສາຍ­ຕາ​ລະ­ຫວ່າງ​ການ​ເຮັດ​ວຽກ ເມື່ອ​ໃຊ້​ສາຍ­ຕາ​ຕິດ­ຕໍ່​ກັນ​ເປັນ​ໄລ­ຍະ​ເວ­ລາ​ດົນ​ກວ່າ 20 ນາ­ທີ ຄວນ​ລະ​ສາຍ­ຕາ​ອອກ​ຈາກ​ຈໍ​ຄອມ​ພິວ​ເຕີ ແລະ ເບິ່ງ​ອອກ​ໄປ​ໃຫ້​ໄກ​ປະ­ມານ 20 ວິ­ນາ­ທີ ທຸກໆ 2 ຊົ່ວ­ໂມງ ຄວນ​ພັກ​ສາຍ­ຕາ ຫຼື ລຸກ​ຈາກ​ໂຕ໊ະ​ເຮັດ​ວຽກ ເພື່ອ​ເປັນ​ການ​ຜ່ອນ­ຄາຍ​ຢ່າງ​ໜ້ອຍ 15-20 ນາ­ທີ.
4. ກະ​ພິບ​ຕາ​ເລື້ອຍ​ຂຶ້ນ ຫຼື​ອາດ​ຢອດ​ນ້ຳ​ຕາ​ທຽມ ເພື່ອ​ຊ່ວຍ​ຫຼຸດ​ອາ­ການ​ຕາ​ແຫ້ງ ແລະ ຊ່ວຍ​ໃຫ້​ສະ­ບາຍ​ຕາ​ຂຶ້ນ.
5. ຄວນ​ພົບ​ແພດ​ເພື່ອ​ກວດ​ວັດ​ສາຍ­ຕາ ຫຼື ຄວາມ​ຜິດ​ປົກ­ກະ­ຕິ​ຂອງ​ດວງ​ຕາ​ທີ່​ອາດ​ເກີດ​ຂຶ້ນ​ໄດ້.

ໃນ​ຄົນ​ທຸກ​ຊ່ວງ​ໄວ ອາດ​ມີ​ຄວາມ​ຜິດ​ປົກ­ກະ­ຕິ​ທາງ​ສາຍ­ຕາ​ທີ່​ແຕກ​ຕ່າງ​ກັນ ການ​ກວດ​ຄັດ​ຕອງ​ດວງ​ຕາ ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ຄົ້ນ​ພົບ​ຄວາມ​ຜິດ​ປົກ­ກະ­ຕິ​ຂອງ​ດວງ​ຕາ ໃນ​ໄລ­ຍະ​ເລີ່ມ​ຕົ້ນ ແຕ່​ຍັງ​ຊ່ວຍ​ໃຫ້​ຄົ້ນ​ພົບ​ໂລກ​ກ່ຽວ​ກັບ​ດວງ​ຕາ ໃນ​ຂະ­ນະ​ທີ່​ຍັງ​ບໍ່​ສະ­ແດງ​ອາ­ການ ຫຼື ການ​ເຂົ້າ​ຮັບ​ຄຳ​ປຶກ­ສາ​ກັບ​ຈັກ­ສຸ​ແພດ​ທີ່​ມີ​ຄວາມ​ຊຳ­ນານ ແລະ ປະ­ສົບ​ການ ຈະ​ຊ່ວຍ​ໃຫ້​ເຮົາ​ດູ​ແລ​ດວງ​ຕາ​ຄູ່​ສຳ­ຄັນ​ໄດ້​ຢ່າງ​ດີ ແລະ ຊ່ວຍ​ໃຫ້​ເບິ່ງ​ເຫັນ​ໂລກ​ໄດ້​ຊັດ​ເຈນ​ໄປ​ອີກ​ຍາວ​ນານ.

ຊາວ­ບ້ານ – ນຳ​ສະ­ເໜີ

error: Content is protected !!