ໄຂ້ຍຸງລາຍ ໄພງຽບ ມີຜູ້ຕິດເຊື້ອຫຼາຍກວ່າ 2 ພັນກໍລະນີ

ປັດ­ຈຸ­ບັນ ໄຂ້­ຍຸງ​ລາຍ​ຖື​ເປັນ​ພະ­ຍາດ​ໜຶ່ງ​ທີ່​ເປັນ​ບັນ­ຫາ​ທາງ​ດ້ານ​ສາ­ທາ­ລະ­ນະ​ສຸກ ແລະ ການ​ແພດ ເພາະ​ໃນ​ແຕ່​ລະ​ປີ​ພົບ​ຄົນ​ເຈັບ​ພະ­ຍາດ​ນີ້​ເກືອບ​ທຸກ​ແຂວງ​ໃນ​ທົ່ວ​ປະ­ເທດ ເຊິ່ງ​ພະ­ຍາດ​ນີ້ ສ່ວນ​ໃຫຍ່​ແມ່ນ​ຈະ​ແຜ່​ລະ­ບາດ​ໃນ​ໄລ­ຍະ​ລະ­ດູ­ຝົນ.

ພະ­ຍາດ​ໄຂ້­ຍຸງ​ລາຍ ສາ­ມາດ​ຕິດ­ຕໍ່​ຈາກ​ຄົນ​ໄປ​ສູ່​ຄົນ ເຊິ່ງ​ມີ​ຍຸງ​ລາຍ​ເປັນ​ພາ­ຫະ​ທີ່​ສຳ­ຄັນ ໂດຍ​ຍຸງ​ໂຕ​ແມ່​ຈະ​ກັດ ແລະ ດູດ​ເລືອດ​ຂອງ​ຄົນ​ເຈັບ​ທີ່​ມີ​ເຊື້ອ​ພະ­ຍາດ​ດັ່ງ­ກ່າວ ຈາກ​ນັ້ນ ເຊື້ອ​ພະ­ຍາດ​ນີ້​ຈະ​ເຂົ້າ​ໄປ​ຝັກ​ຕົວ ແລະ ເພີ່ມ​ຈຳ­ນວນ​ໃນ​ຍຸງ​ລາຍ ເຮັດ​ໃຫ້​ມີ​ເຊື້ອ​ໄວ​ຣັສ​ຢູ່​ໃນ​ໂຕ​ຍຸງ​ຕະ­ຫຼອດ​ໄລ­ຍະ​ປະ­ມານ 1-2 ເດືອນ ແລ້ວ​ຖ່າຍ​ທອດ​ໄປ​ສູ່​ຄົນ​ທີ່​ຖືກ​ຍຸງ​ລາຍ​ກັດ​ໄດ້ ຍຸງ​ລາຍ​ເປັນ​ຍຸງ​ທີ່​ອາ­ໄສ​ຢູ່​ພາຍ​ໃນ​ເຮືອນ ແລະ ນອກ​ເຮືອນ ມັກ​ອອກ​ກັດ​ເວ­ລາ​ກາງ­ເວັນ ມີ​ແຫຼ່ງ​ເພາະ​ພັນ ຄື: ນ້ຳ​ທີ່​ຂັງ​ຢູ່​ໃນ​ພາ­ຊະ­ນະ​ເກັບ​ນ້ຳ​ຕ່າງໆ ເຊັ່ນ: ໄຫ ໂຖ​ດອກ​ໄມ້ ຖານ​ຮອງ​ຕີນ​ຕູ ຈານ ຖ້ວຍ ກະ­ໂປະ ກະ​ປ໋ອງ ໝໍ້ ຢາງ​ຕີນ­ລົດ ແລະ ອື່ນໆ ເຊິ່ງ​ພະ­ຍາດ​ໄຂ້­ຍຸງ​ລາຍ​ສ່ວນ​ໃຫຍ່​ແມ່ນ​ຈະ​ແຜ່​ລະ­ບາດ​ເປັນ​ວົງ​ກວ້າງ​ໃນ​ໄລ­ຍະ​ລະ­ດູ­ຝົນ ນັບ​ແຕ່​ທ້າຍ​ປີ 2019 ຫາ​ວັນ​ທີ 5 ກໍ­ລະ­ກົດ 2020 ທົ່ວ​ປະ­ເທດ​ມີ​ກໍ­ລະ­ນີ​ສະ​ສົມ​ຄົນ​ເຈັບ​ຕິດ­ເຊື້ອ​ພະ­ຍາດ​ໄຂ້­ຍຸງ​ລາຍ​ທັງ​ໝົດ 2.484 ກໍ­ລະ­ນີ ເສຍ​ຊີ­ວິດ 7 ຄົນ.

ເມື່ອ​ຕິດ­ເຊື້ອ​ພະ­ຍາດ​ໄຂ້­ຍຸງ​ລາຍ​ແລ້ວ ຄົນ​ເຈັບ​ຕ້ອງ​ໄດ້​ເຂົ້າ​ໄປ​ປິ່ນ­ປົວ​ຢູ່​ໂຮງ­ໝໍ ເພື່ອ​ໃຫ້​ແພດ​ຕິດ­ຕາມ ແລະ ປິ່ນ­ປົວ​ຢ່າງ​ຖືກ​ວິ­ທີ ສຳ­ລັບ​ຄົນ​ເຈັບ​ບາງ​ຄົນ​ກໍ​ມີ​ອາ­ການ​ໄຂ້​ຂຶ້ນ​ສູງ ເມື່ອ​ໄຂ້​ຫຼຸດ​ລົງ​ກໍ​ສາ­ມາດ​ອອກ​ຈາກ​ໂຮງ­ໝໍ​ໄດ້ ແຕ່​ຄົນ​ເຈັບ​ບາງ​ຄົນ​ທີ່​ມີ​ອາ­ການ​ໜັກ​ອາດ​ເກີດ​ອາ­ການ​ຊ໋ອກ ຫຼື ເລືອດ​ອອກ​ຕາມ​ຮ່າງ­ກາຍ ເຊິ່ງ​ເປັນ​ສາ­ເຫດ​ໃນ​ການ​ເສຍ​ຊີ­ວິດ ໃນ​ພະ­ຍາດ​ນີ້​ກໍ​ມາ​ຈາກ​ການ​ເກີດ​ອາ­ການ​ຊ໋ອກ ຮ່າງ­ກາຍ​ຂາດ​ນ້ຳ​ຢ່າງ​ຮຸນ​ແຮງ (ເຖິງ​ວ່າ​ເຮົາ​ຈະ​ເຫັນ​ຄົນ​ເຈັບ​ມີ​ອາ­ການ​ຂາດ​ນ້ຳ​ຈາກ​ພາຍ​ນອກ​ແຕ່​ຢ່າງ​ດຽວ) ນ້ຳ​ໃນ​ຫຼອດ​ເລືອດ​ຈະ​ໄຫຼ​ໄປ​ຢູ່​ໃນ​ເນື້ອ​ເຍື່ອ​ໃກ້​ຄຽງ ຄວາມ­ດັນ­ເລືອດ​ຫຼຸດ​ຈົນ​ເກີດ​ອາ­ການ​ຊ໋ອກ​ຕາມ​ມາ ແຕ່​ຖ້າ​ບໍ່​ສະ­ແດງ​ອາ­ການ​ໃດໆ ກໍ​ຖື​ວ່າ​ປອດ​ໄພ.

ໃນ​ເມື່ອ​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ອັນ­ຕະ­ລາຍ​ຂອງ​ພະ­ຍາດ​ໄຂ້­ຍຸງ​ລາຍ ທີ່​ອາດ​ສົ່ງ​ຜົນ​ກໍ່­ໃຫ້­ເກີດ​ການ​ເສຍ​ຊີ­ວິດ​ແລ້ວ ດັ່ງ­ນັ້ນ ທຸກ​ຄົນ​ຄວນ​ຫັນ​ມາ​ເອົາ­ໃຈ­ໃສ່​ໃນ​ການ​ປ້ອງ​ກັນ​ພະ­ຍາດ​ໄຂ້­ຍຸງ​ລາຍ​ດ້ວຍ​ການ​ປ້ອງ​ກັນ​ຕົນ​ເອງ​ບໍ່​ໃຫ້​ຍຸງ​ລາຍ​ກັດ ຄື: ນອນ​ໃນ​ມຸ້ງ ຫຼື ຫ້ອງ​ທີ່​ມີ​ມຸ້ງ​ລວດ ໄຕ້​ຢາ​ກັນ​ຍຸງ ຫຼື ໃຊ້​ຢາ​ທາ ຫຼື ຊີດ​ກັນ​ຍຸງ ແຕ່​ຄວນ​ໃຊ້​ຢ່າງ​ລະ­ມັດ­ລະ­ວັງ ບໍ່​ຄວນ​ຢູ່​ໃນ​ບໍ­ລິ­ເວນ​ທີ່​ອັບ​ລົມ ຫຼື ເປັນ​ມຸມ​ມືດ ມີ​ແສງ​ສະ­ຫວ່າງ​ໜ້ອຍ ໝັ່ນ​ອາບ­ນ້ຳ​ຊຳ­ລະ​ຮ່າງ­ກາຍ​ໃຫ້​ສະ­ອາດ ເພາະ​ເຫື່ອ​ຈະ​ດຶງ​ດູດ​ໃຫ້​ຍຸງ​ມາ​ກັດ​ຫຼາຍ​ຂຶ້ນ ຄຽງ​ຄູ່​ກັນ​ນັ້ນ ຕ້ອງ​ເອົາ­ໃຈ­ໃສ່​ຄວບ​ຄຸມ​ແຫຼ່ງ​ເພາະ​ພັນ​ຍຸງ​ລາຍ ດ້ວຍ​ການ​ເກັບ​ມ້ຽນ​ຂີ້​ເຫຍື້ອ ໂດຍ​ສະ­ເພາະ​ພາ­ຊະ­ນະ​ທີ່​ສາ­ມາດ​ຂັງ​ນ້ຳ​ໄດ້​ພາຍ​ໃນ​ເຮືອນ ແລະ ນອກ​ເຮືອນ ເພື່ອ​ບໍ່​ໃຫ້​ມີ​ນ້ຳ​ຂັງ ໃສ່​ແຟບ ຫຼື ນ້ຳ​ສົ້ມ​ສາຍ​ຊູ ເກືອ ຂີ້­ເທົ່າ ຊາຍ ອາ​ເບດ ຫຼື ຖອກ​ນ້ຳ​ຮ້ອນ​ລົງ​ໃນ​ຖານ​ຮອງ​ຕີນ​ຕູ້​ທຸກໆ​ອາ­ທິດ ເພື່ອ​ຂ້າ​ໜອນ​ນ້ຳ​ລ້ຽງ​ປາ​ຫາງ​ນົກ​ຍຸງ​ໃນ​ອ່າງ​ບົວ ຖັງ ຫຼື ໄຫ​ໃສ່​ນ້ຳ​ໃນ​ຫ້ອງ​ນ້ຳ ເພື່ອ​ກິນ​ໜອນ​ນ້ຳ ໝັ່ນ​ຂັດ​ລ້າງ​ພາ­ຊະ­ນະ​ເກັບ​ນ້ຳ ເພື່ອ​ກຳ­ຈັດ​ໜອນ​ນ້ຳ​ຍຸງ​ລາຍ ປ່ຽນ​ນ້ຳ​ໃນ​ໂຖ​ດອກ​ໄມ້​ໃນ​ທຸກໆ 7 ມື້ ເພື່ອ​ທຳ­ລາຍ​ໄຂ່​ຍຸງ​ລາຍ ທຳ​ຄວາມ​ສະ­ອາດ​ຮາງ​ລະ­ບາຍ​ນ້ຳ​ຝົນ​ໃຫ້​ສະ­ອາດ ປັບ­ປຸງ​ສະ­ພາບ​ແວດ​ລ້ອມ​ຮອບ​ເຮືອນ ຊຸມ​ຊົມ​ໃຫ້​ສະ­ອາດ ເວົ້າ​ລວມ​ແມ່ນ​ໃຫ້​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ຕາມ​ຫຼັກ­ການ 5ປ ທີ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸ​ກວາງ​ອອກ ສ່ວນ​ຜູ້​ທີ່​ມີ​ອາ­ການ​ໄຂ້​ຄວນ​ໄປ​ໂຮງ­ໝໍ​ທີ່​ເປັນ​ໂຮງ­ໝໍ​ລັດ ເພື່ອ​ກວດ​ຊອກ​ຫາ​ສາ­ເຫດ ແລະ ຮັບ​ການ​ປິ່ນ­ປົວ​ທີ່​ຖືກ​ວິ­ທີ ຫຼີກ​ລ່ຽງ​ການ​ຊື້​ຢາ​ມາ​ກິນ​ເອງ ເພື່ອ​ປ້ອງ​ກັນ​ການ​ເສຍ​ຊີ­ວິດ​ຈາກ​ພະ­ຍາດ​ນີ້.

error: Content is protected !!