ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ເຄື່ອນໄຫວຊີ້ນຳວຽກງານຢູ່ບໍລິ ສັດລັດວິສາຫະກິດຫວຍພັດທະນາ ວັນທີ 10 ກໍລະກົດຜ່ານມາ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ອັກຄະວອນ ຫຼວງສຸວັນນະວົງ ຜູ້ອຳນວຍການບໍລິສັດລັດວິສາຫະກິດຫວຍພັດທະນາ ພ້ອມດ້ວຍຄະນະ.

ທ່ານ ອັກຄະວອນ ຫຼວງສຸວັນນະວົງ ກ່າວວ່າ: ປັດຈຸບັນ ລັດວິສາຫະກິດຫວຍພັດທະນາມີສະພາບໍລິ ຫານ 7 ທ່ານ ມີຜູ້ຕາງໜ້າຈາກກະຊວງການເງິນ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງປ້ອງກັນຄວາມສະຫງົບ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະກອບມີຄະນະອຳນວຍການ 3 ທ່ານ ມີ 6 ພະແນກ ພະນັກງານ 58 ທ່ານ ຍິງ 26 ທ່ານ ມີຕົວແທນຈຳໜ່າຍຫວຍພັດທະນາປະຈຳນະຄອນຫຼວງວຽງຈັນ ແຂວງ ນະຄອນ ເມືອງໃນທົ່ວ

ປະເທດ 41 ຕົວແທນ ສະມາຊິກຜູ້ຂາຍຫວຍ 9.689 ຄົນ ການດຳເນີນທຸລະກິດໃນໄລຍະຜ່ານມາ ໄດ້ຄົ້ນຄວ້າຜະລິດຕະພັນໃບຫວຍພັດທະນາທຸກປະ ເພດ ນຳສະເໜີສະພາບໍລິຫານ ແລະ ກະຊວງການເງິນພິຈາລະນາ ຄົ້ນຄວ້າອອກນິຕິກຳລະບຽບການຕ່າງໆ ຄຸ້ມຄອງໃບຫວຍທຸກປະເພດກ່ອນວາງຈຳໜ່າຍ ຊຸກຍູ້ ຕິດຕາມ ກວດກາການເຄື່ອນໄຫວຂອງບັນດາຫົວໜ່ວຍຈຳໜ່າຍຫວຍພັດທະນາເປັນປົກກະຕິ ໄປຄຽງຄູ່ກັບການປະກອບສ່ວນຄືນຜົນປະໂຫຍດແກ່ ສັງຄົມ ປັດຈຸບັນ ຫວຍພັດທະນາອອກເລກລາງວັນ 2 ຄັ້ງຕໍ່ອາທິດ (ວັນຈັນ ແລະ ວັນພະຫັດ) ເວລາ 20:00 ໂມງ ປະກອບມີ 5 ຜະລິດຕະພັນ (ເລກ 1 ໂຕ ເລກ 2 ໂຕ 3 ໂຕ ເລກ 4 ໂຕ ເລກ 5 ໂຕ ຫວຍ 3/40) ຄາດຄະເນ 6 ເດືອນຕົ້ນປີ ສາມາດປະຕິບັດລາຍຮັບໄດ້ 41,2 ຕື້ກີບ ເທົ່າກັບ 96,52% ຂອງແຜນການ ລາຍຈ່າຍປະຕິບັດໄດ້ 10,88 ຕື້ກວ່າກີບ ເທົ່າກັບ 76,85% ກຳໄລລວມ 30 ຕື້ກວ່າກີບ ເທົ່າກັບ 106,27% ສາມາດປະຕິບັດພັນທະເຂົ້າງົບປະມານແຫ່ງລັດໄດ້ 24,58 ຕື້ກວ່າກີບ ເທົ່າກັບ 106,27%.
# ຂ່າວ & ພາບ: ສະບາໄພ