ສຳເລັດໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງໄລຍະ II ນວ

     ພິທີມອບ-ຮັບໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງໄລຍະ II ນະຄອນ ຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 1 ກໍລະກົດ 2026 ທີ່ບ້ານຫາຍໂສກ ເມືອງສີສັດຕະນາ ນວ ໂດຍຕາງໜ້າລັດຖະບານ ສ ເກົາຫຼີ ກ່າວມອບໂດຍທ່ານ YUNG SOO JUNG ເອກອັກຄະລັດສະທູດ ສ ເກົາຫຼີປະຈໍາລາວ ແລະ ຕາງໜ້າລັດຖະບານລາວກ່າວຮັບໂດຍທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກໍາມະການປົກຄອງ ນວ ມີທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງ ນວ ທ່ານ ນາງ Yi Jieon ຕາງໜ້າທະນາຄານນໍາເຂົ້າ-ສົ່ງອອກ ສເກົາຫຼີ ຜູ້ຊີ້ນໍາຂົງເຂດວຽກອາຊີ-ປາຊິຟິກ ທ່ານ ນາງ JUNG KII YOUNG ຕາງໜ້າທະນາຄານນໍາເຂົ້າ-ສົ່ງອອກ ສ ເກົາຫຼີປະຈໍາລາວ ບັນດາຫົວໜ້າຮອງຫົວໜ້າກົມ ການນໍາເມືອງ ພະແນກການ ບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີທ່ານ ບຸນຍະວັດ ນີຣະໄຊຍ໌ ຫົວໜ້າພະແນກ ຍທຂ ນວ ໄດ້ຂຶ້ນລາຍວ່າ:ໂຄງການດັ່ງກ່າວເປັນໂຄງການທີ່ໄດ້ຮັບການສະໜັບສະໜູນເງິນກູ້ຢືມດອກເບ້ຍຕໍ່າຈາກ ສເກົາຫຼີ ມູນຄ່າກູ້ຢືມ 57.605.000 ໂດລາສະຫະລັດ ແລະ ບ້ວງເງິນສົມທົບລັດຖະບານລາວ ມູນຄ່າ 9.957.000 ໂດລາ ເພື່ອກໍ່ສ້າງລະບົບປ້ອງກັນຕາຝັ່ງບໍ່ໃຫ້ເຊາະເຈື່ອນ ສ້າງຄູປ້ອງກັນນໍ້າຖ້ວມ ພັດທະນາເຂດແຄມແມ່ນໍ້າຂອງໃຫ້ກາຍເປັນແຫຼ່ງທ່ອງທ່ຽວ ເປັນບ່ອນພັກຜ່ອນ ແລະ ອອກກໍາລັງກາຍຂອງປະຊາຊົນ ນວ ແນໃສ່ປົກປ້ອງເຂດນໍ້າແດນດິນ ຊັບສິນຂອງຊາດບໍ່ໃຫ້ພັງທະລາຍຕາມສະພາບຂອງທໍາມະຊາດທີ່ເກີດຂຶ້ນ.

ຜ່ານການຈັດຕັ້ງປະຕິບັດວຽກງານໄກ່ເກ່ຍສິ່ງກີດຂວາງ:ພື້ນທີ່ໂຄງການກວມເອົາເມືອງສີສັດຕະນາກມີ 11 ບ້ານ ແລະ ເມືອງຫາດຊາຍຟອງມີ 8 ບ້ານ ມີຕອນດິນທີ່ຖືກຜົນກະທົບຈາກໂຄງການ 95 ຕອນ ເນື້ອທີ່ 85.137 ຕາແມັດ ມູນຄ່າຊົດເຊີຍ 8,6 ຕື້ກີບ ໂຄງສ້າງຖືກອອກແບບຕາມມາດຕະຖານດ້ານວິສະວະກໍາປະເພດລິບ-ແລບ ແລະ ໄດ້ກໍານົດເອົາສະຖິຕິລະດັບນໍ້າຖ້ວມໃນຮອບວຽນ 100 ປີ ເປັນມາດຖານລະດັບປ້ອງກັນນໍ້າຖວ້ມ.

ເຊິ່ງໜ້າທີ່ສຳເລັດປະກອບມີກໍ່ສ້າງໜ້າທາງເບຕົງກວ້າງ 6 ແມັດ ຍາວ 4,4 ກິໂລແມັດ ກໍ່ສ້າງທາງຍ່າງກວ້າງ 1,5 ແມັດ ຍາວ 3.800 ແມັດ ຮ່ອງລະບາຍແຄມທາງຮູບໂຕຢູສູງ 1 ແມັດ ກວ້າງ 0,8 ແມັດ ຍາວ 2.430 ແມັດ ຮ່ອງລະບາຍນໍ້າຂ້າມທາງ 1 ຈຸດ ຍາວ 40 ແມັດ ຕິດຕັ້ງໄຟເຍືອງທາງ ແຕ້ມເສັ້ນຈະລາຈອນ ແລະ ຕິດຕັ້ງປ້າຍຈະລາຈອນ ຕິດຕັ້ງຫຼັກປະກັນໄພຕາມແຄມທາງ ສໍາເລັດການຍົກລະດັບກໍ່ສ້າງຄູປ້ອງກັນນໍ້າ ແລະ ລະບົບປ້ອງກັນຕາຝັ່ງເລີ່ມແຕ່ເຂດຫຼັກ 3 ບ້ານວັດນາກ ຫາ ເຂດທ່າເຮືອຫຼັກ 4 ບ້ານທ່າພະລານໄຊ ເມືອງສີສັດຕະນາກຍາວ 1.016 ແມັດ ປະກອບມີຄື:ກໍ່ສ້າງລະບົບປ້ອງກັນຕາຝັ່ງແບບລຽງຫີນປະກອບມີໜ້າສັນຄູປ້ອງກັນນໍ້າກວ້າງ 7,2 ແມັດ ກໍ່ສ້າງຮ່ອງລະບາຍນໍ້າຮູບໂຕ ຢູສູງ 0,8 ແມັດ ກວ້າງ 0,8 ແມັດ ຍາວ 925 ແມັດ ກໍ່ສ້າງຂັ້ນໄດຂຶ້ນລົງຕາມຄວາມເນີນ 1 ຈຸດ ກໍ່ສ້າງຝາກັນນໍ້າປະສົມປະສານລະຫວ່າງຝາເບຕົງ ແລະ ຝາເຫຼັກຍາວ 337 ແມັດ ກໍ່ສ້າງຈຸດດູດນໍ້າອອກ 1 ຈຸດ ສໍາເລັດການກໍ່ສ້າງຄູປ້ອງກັນນໍ້າ ແລະ ລະບົບປ້ອງກັນຕາຝັ່ງ ປະກອບມີ 2 ຊ່ວງ:ຊ່ວງທີ 1 ຈາກ ກິ ໂລແມັດ 0+00 ຫາກິໂລແມັດ 2+538 ປະກອບມີໜ້າວຽກກໍ່ສ້າງລະບົບປ້ອງກັນຕາຝັ່ງແບບລຽນຫີນ ມີໜ້າສັນຄູປ້ອງກັນນໍ້າກວ້າງ 7,2 ແມັດ ກໍ່ສ້າງໜ້າທາງປູຢາງສອງຊັ້ນຕາມສັນຄູກັນນໍ້າກວ້າງ 5,80 ແມັດ ຍາວ 2.538 ແມັດ ກໍ່ສ້າງທາງຍ່າງກວ້າງ 2 ແມັດ ຍາວ 2.538 ແມັດ ກໍ່ສ້າງຮ່ອງລະບາຍນໍ້າຮູບໂຕຢູສູງ 1 ແມັດ ກວ້າງ 0,8 ແມັດ 2.500 ແມັດ ກໍ່ສ້າງຂັ້ນໄດຂຶ້ນລົງຕາມຄວາມເນີນ 12 ຈຸດ ກໍ່ສ້າງທໍ່ຂ້າມທາງກວ້າງ 0,8 ແມັດ ຍາວ 40 ແມັດ 3 ຈຸດ ກໍ່ສ້າງລານອະເນກປະສົງກວ້າງ 9 ແມັດ ຍາວ 400 ແມັດ ພ້ອມດ້ວຍຮາວກັນຕົກ ກໍ່ສ້າງທ່າເຮືອ 1 ຈຸດ ກວ້າງ 5 ແມັດ ຍາວ 115 ແມັດ ກໍ່ສ້າງຮາວກັ້ນລົດຫ້າມລົດບັນທຸກເຂົ້າກວ້າງ 7 ແມັດ ສູງ 2,7 ແມັດ ແລະ ຕິດຕັ້ງໄຟເຍືອງທາງ ແຕ້ມເສັ້ນຈະລາຈອນ ແລະ ຕິດຕັ້ງປ້າຍສັນຍານຈະລາຈອນ ແລະ ຊ່ວງທີ 2 ຈາກກິໂລແມັດ 2+800 ຫາກິໂລແມັດ 8+250 ປະກອບມີໜ້າວຽກກໍ່ສ້າງລະບົບປ້ອງກັນຕາຝັ່ງແບບລຽນຫີນປະກອບມີໜ້າສັນຄູປ້ອງກັນນໍ້າຖ້ວມກວ້າງ 7,2 ແມັດ ກໍ່ສ້າງໜ້າທາງປູຢາງສອງຊັ້ນຕາມສັນຄູກັນນໍ້າກວ້າງ 6,50 ແມັດ ຍາວ 5.450 ແມັດ ກໍ່ສ້າງຮ່ອງລະບາຍ ນໍ້າຮູບໂຕຢູູສູງ 1 ແມັດ ກວ້າງ 0,8 ແມັດ ຍາວ 5.450 ແມັດ.

ກໍ່ສ້າງຂັ້ນໄດຂຶ້ນລົງຕາມຄວາມເນີນ 23 ຈຸດ ກໍ່ສ້າງທໍ່ຂ້າມທາງກວ້າງ 0,8 ແມັດ ຍາວ 40 ແມັດ 4 ຈຸດ ກໍ່ສ້າງທ່າເຮືອ 1 ຈຸດ ກວ້າງ 10 ແມັດ ຍາວ 120 ແມັດ ກໍ່ສ້າງຮາວກັ້ນລົດຫ້າມລົດບັນທຸກເຂົ້າກວ້າງ 7 ແມັດ ສູງ 2,7 ແມັດ 2 ຈຸດ ແລະ ແຕ້ມເສັ້ນຈະລາຈອນ ແລະ ຕິດຕັ້ງປ້າຍສັນຍານຈະລາຈອນ ກໍ່ສ້າງສວນສາທາລະນະ 13 ຈຸດ ມີເນື້ອທີ່ 4,4 ເຮັກຕາ ດ້ວຍການປູກຫຍ້າ ປະກອບມີທາງຍ່າງ ລານຈອດລົດຈອດລົດໄດ້ 42 ຄັນ ຂັ້ນໄດຂຶ້ນລົງ ແລະ ປູກຕົ້ນໄມ້ 121 ຕົ້ນ.

error: Content is protected !!