ອົດສະຕຣາລີ ຈະສືບຕໍ່ສະໜັບສະໜູນບູລິມະສິດການພັດທະນາເສດຖະກິດຂອງ ສປປ ລາວ ພາຍໃຕ້ຂອບການຮ່ວມມືຮອບດ້ານສອງ​ຝ່າຍ

ໃນວັນທີ 3 ກໍລະກົດ 2026 ທີ່ຜ່ານມາ, ທ່ານເອກອັກຄະລັດຖະທູດ ເມແກນ ຈອນສ໌ ໄດ້ເຂົ້າຢ້ຽມພົບປະ ທ່ານ ສັນຕິພາບ ພົມວິ ຫານ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ເພື່ອສະແດງຄວາມຊົມເຊີຍທີ່ທ່ານໄດ້ຖຶກແຕ່ງຕັ້ງເປັນ ຮອງນາຍົກລັດຖະມົນຕີ ການ​ພົບ​ປະ​ຄັ້ງ​ນີ້​ທ່ານເອກອັກຄະລັດຖະທູດ ໄດ້ໃຫ້ຄຳໝັ້ນສັນຍາວ່າ ອົດສະຕຣາລີຈະສືບຕໍ່ສະໜັບສະໜູນບູລິມະສິດການພັດທະນາເສດຖະກິດຂອງ ສປປ ລາວ ພາຍໃຕ້ຂອບການຮ່ວມມືຮອບດ້ານລະຫວ່າງປະເທດອົດສະຕຣາລີ ແລະ ສປປ ລາວ.

ທ່ານທູດ ຈອນສ໌ ມີຄວາມຍິນຕໍ່ການໃຫ້ຂໍ້ມູນຂອງທ່ານຮອງນາຍົກລັດຖະມົນຕີ ກ່ຽວກັບທ່າອ່ຽງດ້ານເສດຖະກິດ ແລະ ແຜນການປະຕິຮູບເສດຖະກິດຂອງ ສປປ ລາວ, ລວມທັງຄວາມມຸ່ງໝັ້ນຂອງລັດຖະບານລາວທີ່ຈະຍົກລະດັບການພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ຂຶ້ນເປັນວາລະແຫ່ງຊາດ. ທ່ານທູດ ກ່າວວ່າ ການຮ່ວມມືເພື່ອການພັດທະນາຂອງອົດສະຕຣາລີ ແມ່ນສອດ ຄ່ອງກັບເປົ້າໝາຍເຫຼົ່ານີ້ຂອງລັດຖະບານ ໂດຍຜ່ານການສະໜັບສະໜູນເພື່ອປັບປຸງການດຳລົງຊີວິດຂອງປະຊາຊົນໃຫ້ດີຂຶ້ນ, ການສ້າງຄວາມເຂັ້ມແຂງໃຫ້ສະຖາບັນຕ່າງໆ, ແລະ ການຂະຫຍາຍຕົວດ້ານເສດຖະກິດແບບມີສ່ວນຮ່ວມ ແລະ ຍືນຍົງ.

ທ່ານທູດ ໄດ້ຢັ້ງຢືນຄືນກ່ຽວກັບການເປັນຄູ່ຮ່ວມມືອັນຍາວນານຂອງອົດສະຕຣາລີກັບ ສປປ ລາວ ແລະ ຢັ້ງຢືນວ່າ ໂຄງການຊ່ວຍ ເຫຼືອເພື່ອການພັດທະນາ (ODA) ຂອງອົດສະຕຣາລີໃຫ້ແກ່ ສປປ ລາວ ສຳລັບສົກປີ 2026-27 ແມ່ນມີມູນຄ່າປະມານ 64.4 ລ້ານໂດລາອົດສະຕາຣລີ, ຊຶ່ງປະກອບມີການຊ່ວຍເຫຼືອໂດຍຜ່ານໂຄງການຮ່ວມມືແບບສອງຝ່າຍ, ລະດັບພາກພື້ນ ແລະ ສາກົນ. ການສະໜັບສະໜູນຂອງອົດສະຕຣາລີແມ່ນກວມເອົາຫຼາຍຂະແໜງທີ່ສຳຄັນ ເປັນຕົ້ນແມ່ນ ການຄຸ້ມຄອງການເງິນພາກລັດ, ກະສິກຳ, ການສຶກສາ, ສາທາລະນະສຸກ, ພະລັງງານ, ການສ້າງຄວາມເຂັ້ມແຂງໃນການຮັບມືກັບການປ່ຽນແປງສະພາບອາກາດ ແລະ ການປົກຄອງ ເພື່ອສ້າງເງື່ອນໄຂໃຫ້ແກ່ການພັດທະນາແບບຍືນຍົງ ແລະ ດຶງດູດການລົງທຶນພາກເອກະຊົນທີ່ມີຄຸນນະພາບສູງ.

ທ່ານທູດ ຈອນສ໌ ໄດ້ເນັ້ນເຖິງການຮ່ວມມືອັນຍາວນານຂອງອົດສະຕຣາລີກັບກະຊວງການເງິນ ເພື່ອປັບປຸງການຄຸ້ມຄອງການເງິນພາກລັດ ເປັນຕົ້ນແມ່ນການສະໜັບສະໜູນການປະຕິຮູບດ້ານການເງິນ ແລະ ງົບປະມານ, ການປະສານງານກ່ຽວກັບການຊ່ວຍ ເຫຼືອເພື່ອການພັດທະນາ ແລະ ການສ້າງຂີດຄວາມສາມາດຂອງສະຖາບັນ. ຄວາມພະຍາຍາມເຫຼົ່ານີ້ແມ່ນປະກອບສ່ວນໃນການປັບປຸງການຄຸ້ມຄອງເສດຖະກິດ, ຊ່ວຍປັບປຸງການບໍລິການພາກລັດ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ.

ທ່ານທູດຍັງສະແດງຄວາມຂອບໃຈຕໍ່ທ່ານຮອງນາຍົກລັດຖະມົນຕີ ແລະ ກະຊວງການເງິນ ທີ່ໃຫ້ການສະໜັບສະໜູນຕະຫຼອດມາຕໍ່ໂຄງການຮ່ວມມືເພື່ອການພັດທະນາຂອງອົດສະຕຣາລີ ແລະ ໂຄງການລົງທຶນຂອງອົດສະຕຣາລີຢູ່ ສປປ ລາວ, ເຊີ່ງທ່ານໄດ້ຮັບຮູ້ບົດບາດອັນສຳຄັນຂອງການລົງທຶນທີ່ມີຄວາມຮັບຜິດຊອບ ໃນການສະໜັບສະໜູນການເຕີບໂຕເສດຖະກິດແບບຍືນຍົງ ແລະ ການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ.

ການພົບປະດັ່ງກ່າວຍັງໄດ້ຍົກໃຫ້ເຫັນການຮ່ວມມືຂອງອົດສະຕຣາລີໃນພາກພື້ນ ໂດຍຜ່ານຂອບການຮ່ວມມືແມ່ນໍ້າຂອງ-ອົດສະຕຣາລີ ແລະ ຍຸດທະສາດເສດຖະກິດ ຂອງອົດສະຕຣາລີໃນພາກພື້ນອາຊີຕາເວັນອອກສຽງໃຕ້ຮອດປີ 2040 ຊຶ່ງໄດ້ປະກອບສ່ວນເຮັດໃຫ້ການຮ່ວມມືດ້ານເສດຖະກິດກ້າວສູ່ລວງເລີກ, ສ້າງຄວາມເຂັ້ມແຂງໃນພາກພື້ນ ແລະ ສະໜັບສະໜູນການຂະຫຍາຍຕົວແບບຍືນຍົງໃນອາຊີຕາເວັນອອກສຽງໃຕ້.

ທ່ານຮອງນາຍົກລັດຖະມົນຕີ ສັນຕິພາບ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນອົດສະຕຣາລີ ທີ່ໃຫ້ການຮ່ວມມື ແລະ ການສະໜັບສະໜູນບູລິມະສິດການພັດທະນາຂອງ ສປປ ລາວຕະຫຼອດມາ.

ສອງຝ່າຍໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ການຮ່ວມມື ເພື່ອສະໜັບສະໜູນການສ້າງອະນາຄົດຂອງສປປ ລາວ ໃຫ້ມີຄວາມເຂັ້ມແຂງ, ແບບມີສ່ວນຮ່ວມ ແລະ ມີຄວາມຈະເລີນຮຸ່ງເຮືອງຫຼາຍຂຶ້ນ.

error: Content is protected !!