ຫາກເອີຍເຖິງແຂວງສະຫວັນນະເຂດ ຫຼາຍຄົນຄົງນຶກເຖິງເມືອງໃຫຍ່ທີ່ເປັນສູນກາງການຄ້າ ແລະ ເສດຖະກິດຂອງພາກໃຕ້ ທີ່ວິຖີຊີວິດອັນຫຼາກຫຼາຍ ແລະ ເປັນປະຕູເຊື່ອມໂຍງສຳຄັນຂອງອະນຸພາກພື້ນລຸ່ມແມ່ນ້ຳຂອງ ແຕ່ນອກຈາກຄວາມຄຶກຄື້ນຂອງຕົວເມືອງແລ້ວ ສະຫວັນນະເຂດຍັງຊ່ອນເກັບມໍລະດົກທາງປະຫວັດສາດ ແລະ ວັດທະນະທຳອັນລໍ້າຄ່າໄວ້ຫຼາຍແຫ່ງ ເຊິ່ງແຕ່ລະສະຖານທີ່ລ້ວນມີເລື່ອງລາວອັນຍາວນານ ແລະ ສະທ້ອນເຖິງອາລະຍະທຳອັນຮຸ່ງເຮືອງໃນອະດີດ.
ໂອກາດອັນດີໃນຄັ້ງນີ້ ຄະນະຜູ້ບໍລິຈາກເລືອດຫຼາຍຄັ້ງຈາກສູນກາງ ໄດ້ເດີນທາງໄປຮ່ວມກິດຈະກໍາວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ທີ່ແຂວງສະຫວັນນະເຂດ ເມືອກາງເດືອນມິຖຸນາ 2026 ຜ່ານມາ ເຊິ່ງຈັດຂຶ້ນໂດຍອົງການກາແດງແຂວງ ແລະ ບັນດາພາກສ່ວນກ່ຽວຂ້ອງແຂວງສະຫວັນນະເຂດ ນອກຈາກການຮ່ວມກິດຈະກຳອັນມີຄຸນຄ່າຕໍ່ສັງຄົມແລ້ວ ຄະນະຍັງໄດ້ມີໂອກາດເດີນທາງໄປຢ້ຽມຊົມແຫຼ່ງທ່ອງທ່ຽວທາງປະຫວັດສາດອັນໂດດເດັ່ນຂອງແຂວງ ໂດຍສະເພາະ “ປະສາດເຮືອນຫີນ” ຫຼື “ເຮືອນຫີນ” ທີ່ເປັນດັ່ງພະຍານແຫ່ງການເວລາທີ່ຢືນຢົງຄູ່ຜືນແຜ່ນດິນລາວມາຫຼາຍກວ່າໜຶ່ງພັນປີ.

ປະສາດເຮືອນຫີນ ຕັ້ງຢູ່ບ້ານເຮືອນຫີນ ເມືອງໄຊພູທອງ ຫ່າງຈາກຕົວເມືອງໄຊພູທອງລົງມາທາງທິດໃຕ້ປະມານ 10 ກິໂລແມັດ ແລະ ຫ່າງຈາກຕົວເມືອງສະຫວັນນະເຂດປະມານ 50 ກິໂລແມັດ ສະຖານທີ່ແຫ່ງນີ້ຕັ້ງຢູ່ລຽບຝັ່ງແມ່ນ້ຳຂອງ ທ່າມກາງທິວທັດທຳມະຊາດອັນສະຫງົບງົດງາມ ເຮັດໃຫ້ນັກທ່ອງທ່ຽວຮູ້ສຶກເໝືອນໄດ້ເດີນທາງຍ້ອນເວລາກັບສູ່ອະດີດ.
ຕາມຂໍ້ມູນທາງປະຫວັດສາດ ປະສາດເຮືອນຫີນຖືກສ້າງຂຶ້ນໃນລະຫວ່າງສະຕະວັດທີ 6-11 ຫຼື ປະມານ ພ.ສ. 557-700 ໃນຍຸກອານາຈັກສີໂຄດຕະບູນ ເຊິ່ງເຄີຍເປັນອານາຈັກທີ່ຮຸ່ງເຮືອງໃນພາກພື້ນລຸ່ມແມ່ນ້ຳຂອງ ດ້ວຍອາຍຸຫຼາຍກວ່າພັນປີ ປະສາດແຫ່ງນີ້ຈຶ່ງນັບເປັນມໍລະດົກທາງປະຫວັດສາດ ແລະ ໂບຮານຄະດີທີ່ສຳຄັນອີກແຫ່ງໜຶ່ງຂອງ ສປປ ລາວ.

ສິ່ງທີ່ສ້າງຄວາມອັດສະຈັນໃຫ້ແກ່ຜູ້ມາຢ້ຽມຊົມ ຄື ສະຖາປັດຕະຍະກໍາຂອງຕົວປະສາດ ທີ່ກໍ່ສ້າງດ້ວຍຫີນຊາຍທັງໝົດ ໂດຍບໍ່ໄດ້ໃຊ້ປູນ ຫຼື ວັດສະດຸເຊື່ອມຕໍ່ໃດໆ ແຕ່ຫີນແຕ່ລະກ້ອນສາມາດວາງຊ້ອນກັນໄດ້ຢ່າງແໜ້ນໜາ ສະທ້ອນໃຫ້ເຫັນເຖິງພູມປັນຍາ ແລະ ຝີມືຂອງຊ່າງໃນຍຸກໂບຮານຢ່າງໜ້າມະຫັດສະຈັນ ບໍລິເວນອ້ອມຮອບຍັງພົບຮ່ອງຮອຍຂອງສິມເກົ່າ ເສົາຫີນ ແລະ ໂບຮານວັດຖຸອີກຫຼາຍຢ່າງ ທີ່ຍັງຄົງຮັກສາຄຸນຄ່າທາງປະຫວັດສາດໄວ້ເປັນຢ່າງດີ.


ຕະຫຼອດເສັ້ນທາງສູ່ປະສາດເຮືອນຫີນ ນັກທ່ອງທ່ຽວຈະໄດ້ສໍາຜັດວິຖີຊີວິດອັນຮຽບງ່າຍຂອງຊາວບ້ານຕາມແຄມແມ່ນ້ຳຂອງ ພ້ອມດ້ວຍພາບທິວທັດຂອງທົ່ງນາ ແລະ ທຳມະຊາດອັນຂຽວງາມ ທີ່ຊ່ວຍເພີ່ມສະ ເໜ່ໃຫ້ແກ່ການເດີນທາງຍິ່ງຂຶ້ນ ນອກຈາກຈະໄດ້ສຶກສາຮຽນຮູ້ປະຫວັດສາດແລ້ວ ຜູ້ມາຢ້ຽມຢາມຍັງສາມາດບັນທຶກພາບຄວາມປະທັບໃຈກັບສິນລະປະໂບຮານອັນຊົງຄຸນຄ່າ ແລະ ດື່ມດ່ຳກັບບັນຍາກາດອັນສະຫງົບຮົ່ມເຢັນ.

ສໍາລັບການເດີນທາງໃນຄັ້ງນີ້ ຖືເປັນຄວາມປະທັບໃຈທີ່ຄຸ້ມຄ່າເປັນຢ່າງຍິ່ງ ນອກຈາກໄດ້ຮ່ວມກິດຈະກຳວັນຜູ້ບໍລິຈາກເລືອດໂລກ ທີ່ເປັນການແບ່ງປັນອັນຍິ່ງໃຫຍ່ຕໍ່ສັງຄົມແລ້ວ ຍັງໄດ້ມີໂອກາດພົບປະແລກປ່ຽນກັບຜູ້ຮ່ວມງານຈາກຫຼາຍວິຊາຊີບ ພ້ອມທັງໄດ້ເດີນທາງສຶກສາຮຽນຮູ້ມໍລະດົກທາງວັດທະນະທຳອັນລໍ້າຄ່າຂອງແຂວງສະຫວັນນະເຂດ ທີ່ຈະກາຍເປັນຄວາມຊົງຈຳອັນງົດງາມໄປອີກຍາວນານ. ປະສາດເຮືອນຫີນ ບໍ່ພຽງແຕ່ເປັນສິ່ງກໍ່ສ້າງໂບຮານເທົ່ານັ້ນ ແຕ່ຍັງເປັນສັນຍາລັກຂອງອາລະຍະທໍາພູມປັນຍາ ແລະ ປະຫວັດສາດຂອງຊາດລາວ ທີ່ຄວນຮ່ວມກັນອະນຸລັກ ແລະ ສືບທອດໄວ້ໃຫ້ລູກຫຼານ ຖ້າຫາກທ່ານກຳລັງຊອກຫາຈຸດໝາຍປາຍທາງທີ່ຜະສົມຜະສານລະຫວ່າງທຳມະຊາດ ປະຫວັດສາດ ແລະ ວັດທະນະທຳໄວ້ໃນບ່ອນດຽວ ປະສາດເຮືອນຫີນ ແຫ່ງແຂວງສະຫວັນນະເຂດ ຄືອີກໜຶ່ງຈຸດໝາຍທີ່ຄວນໄປສຳຜັດດ້ວຍຕາຂອງຕົນເອງຢ່າງໜ້ອຍຈັກຄັ້ງໃນຊີວິດ.


