ການໃຫ້ເລືອດໜຶ່ງຖົງ ບໍ່ແມ່ນເປັນພຽງການຊ່ວຍຕໍ່ລົມຫາຍໃຈໃຫ້ເພື່ອນມະນຸດເທົ່ານັ້ນ ແຕ່ຍັງເປັນການສົ່ງຕໍ່ຄວາມຫວັງ ຄວາມເມດຕາ ແລະ ຈິດໃຈແຫ່ງການແບ່ງປັນໄປສູ່ສັງຄົມ ດ້ວຍເຫດນີ້ ການໄດ້ເຂົ້າຮ່ວມພິທີສະຫຼອງວັນຜູ້ບໍລິຈາກເລືອດໂລກ ຈຶ່ງບໍ່ແມ່ນເປັນພຽງກິດຈະກຳໜຶ່ງໃນປະຕິທິນ ແຕ່ເປັນໂອກາດອັນຊົງຄຸນຄ່າທີ່ໄດ້ພົບປະ ແລກປ່ຽນປະສົບການ ສ້າງມິດຕະພາບ ພ້ອມກັບໄດ້ສຶກສາຮຽນຮູ້ປະຫວັດສາດ ວັດທະນະທຳ ແລະ ສາສະໜາຂອງຊາດໄປພ້ອມກັນ.

ໃນໂອກາດອັນດີນີ້ ຄະນະຜູ້ບໍລິຈາກເລືອດຫຼາຍຄັ້ງ ໄດ້ຮັບຄວາມກະລຸນາຈາກສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໃຫ້ເຂົ້າຮ່ວມພິທີສະຫຼອງວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ປະຈຳປີ 2026 ພິທີດັ່ງກ່າວໄດ້ຈັດຂຶ້ນພ້ອມກັນຫຼາຍປະເທດທົ່ວໂລກ ສຳລັບ ສປປ ລາວ ກໍເຊັ່ນກັນ ໄດ້ຈັດຂຶ້ນຫຼາຍແຂວງ ແລະ ໃນວັນທີ 16 ມິຖຸນາ 2026 ທີ່ສູນການຄ້າສະຫວັນ-ໄອເຕັກ ແຂວງສະຫວັນນະເຂດ ພາຍໃຕ້ການອະນຸມັດ ແລະ ການສະໜັບສະໜູນຈາກຄະນະກຳມະການປົກຄອງແຂວງ.



ພາຍໃນງານ ມີຜູ້ແທນຈາກຫຼາຍພາກສ່ວນເຂົ້າຮ່ວມຢ່າງຄຶກຄື້ນ ທັງຄະນະນໍາຈາກແຂວງ ພະແນກການ ອົງການທຽບເທົ່າ ພະນັກງານ ທະຫານ ຕຳຫຼວດ ນັກຮຽນ-ນັກສຶກສາ ແຂກຖືກເຊີນ ພ້ອມດ້ວຍປະຊາຊົນໃນແຂວງສະຫວັນນະເຂດ ທີ່ພ້ອມໃຈກັນມາສະແດງພະລັງແຫ່ງການໃຫ້ ແລະ ຮ່ວມສົ່ງ ເສີມການບໍລິຈາກເລືອດໃຫ້ເປັນວັດທະນະທຳຂອງສັງຄົມ.



ນອກຈາກການເຂົ້າຮ່ວມພິທີສຳຄັນແລ້ວ ການເດີນທາງຄັ້ງນີ້ທາງຄະນະພວກເຮົາ ຍັງມີໂອກາດໄດ້ທັດສະນະສຶກສາຕາມເສັ້ນທາງສູ່ແຂວງສະຫວັນນະເຂດ ດິນແດນແຫ່ງວິລະຊົນ ແລະ ອະດີດການນຳພັກ-ລັດ ພ້ອມກັບໄດ້ສຳຜັດສະຖານທີ່ທ່ອງທ່ຽວທາງທຳມະຊາດ ບູຮານສະຖານ ສິ່ງກໍ່ສ້າງທາງວັດທະນະທຳ ລວມທັງວິຖີຊີວິດຂອງຊາວເມືອງ ດິນແດນແຫ່ງໄດໂນເສົາ ອັນເປັນເອກະລັກຂອງແຂວງ.

ໜຶ່ງໃນຈຸດໝາຍປາຍທາງທີ່ສຳຄັນ ແລະ ປະທັບໃຈທີ່ສຸດ ຄື ການເດີນທາງໄປສັກກາລະ ພະທາດໂພ່ນ ສະຖານທີ່ສັກສິດທີ່ມີຊື່ສຽງຂອງແຂວງສະຫວັນນະເຂດ ພະທາດໂພ່ນ ຕັ້ງຢູ່ເສັ້ນທາງດຽວກັບທາງໄປຜາສາດເຮືອນຫີນ ຫ່າງຈາກນະຄອນໄກສອນພົມວິຫານ ປະມານ 65 ກິໂລແມັດ ຕັ້ງຢູ່ວັດເຈຕິຍາຣາມ ບ້ານໂພນທາດ ເມືອງໄຊພູທອງ ແຂວງສະຫວັນນະເຂດ.

ພະທາດໂພ່ນ ເປັນປູຊະນີຍະສະຖານອັນສັກສິດຂອງເມືອງໄຊພູທອງ ອົງພະທາດເປັນເຈດີຊົງກົມສີຂາວຂະໜາດໃຫຍ່ ມີຮູບຊົງຄ້າຍພະທາດໝາກໂມ ຂອງແຂວງຫຼວງພະບາງ ຕາມຄຳບອກເລົ່າ ພະທາດແຫ່ງນີ້ມີອາຍຸການສ້າງກວ່າ 2.000 ປີ ນັບເປັນບູຮານສະຖານທີ່ຊົງຄຸນຄ່າທາງປະຫວັດສາດ ແລະ ພຸດທະສາສະໜາຂອງລາວ.

ຕາມຕຳນານເລົ່າວ່າ ໃນສະໄໝອານາຈັກລ້ານຊ້າງ ສົມເດັດພະພຸດທະວົງສາ ພ້ອມດ້ວຍປະຊາຊົນຜູ້ມີສັດທາ ໄດ້ຮ່ວມກັນກໍ່ສ້າງພະທາດໂພ່ນຂຶ້ນ ເພື່ອເປັນປູຊະນີຍະສະຖານ ແລະ ເປັນສູນລວມສັດທາຂອງຊາວພຸດ ພ້ອມຍັງມີຄຳທຳນາຍວ່າ ໃນອະນາຄົດຈະເກີດເປັນເມືອງໃຫຍ່ໃນບໍລິເວນແຫ່ງນີ້.
ອີກຕຳນານໜຶ່ງລະບຸວ່າ ຫຼັງຈາກພະພຸດທະອົງສະເດັດປະລິນິບພານໄດ້ 8 ປີ ປາຍ 7 ເດືອນ ພະອໍລະຫັນ 500 ຮູບ ພ້ອມດ້ວຍບັນດາພະຍາໃນຊົມພູທະວີບ ໄດ້ແບ່ງກັນສ້າງພະທາດສຳຄັນ 4 ອົງ ໃນມື້ດຽວກັນ ປະກອບດ້ວຍ: ພະທາດພະນົມ ບໍຣົມເຈດີ ພະທາດອີງຮັງ ພະທາດໂພ່ນ ພະທາດເຊີງຊຸນ (ຢູ່ໃກ້ໜອງຫານ ປະເທດໄທ) ສຳລັບພະທາດໂພ່ນ ຍັງມີລູກທາດນ້ອຍອ້ອມຖານອີກ 7 ອົງ ແລະ ຕາມຕຳນານລະບຸວ່າ ສ້າງໃນເດືອນ 12 ວັນພຸດ ພຸດທະສັກກະລາດ 236 ໂດຍມີສົມເດັດພະພຸດທະວົງສາ ເປັນລາຊະອຸປະຖຳ.
ທຸກໆປີ ໃນວັນຂຶ້ນ 15 ຄ່ຳ ເດືອນສາມ (ເດືອນສາມເພັງ) ຈະມີການຈັດງານບຸນສະຫຼອງພະທາດໂພ່ນ ຄຽງຄູ່ກັບງານບຸນພະທາດສີໂຄດຕະບອງ ຜາສາດຫີນວັດພູ ເຮືອນຫີນ ພະທາດພະນົມ ແລະ ພະທາດສຳຄັນອື່ນໆ ພາຍໃນງານ ຍັງມີຕະຫຼາດນັດ ການສະແດງວັດທະນະທຳ ແລະ ການແຂ່ງຂັນນາງສາວໝາກໂມຫວານ ອີກດ້ວຍ.

ຈາກທາງຫຼວງເລກ 13 ເຂົ້າໄປຫາບ້ານທາດ ມີໄລຍະທາງປະມານ 12-13 ກິໂລແມັດ ຕາມຖະ ໜົນລາດຢາງທີ່ສວຍງາມ ໃຊ້ເວລາປະມານ 20-30 ນາທີ ກໍຈະຮອດວັດບ້ານທາດ ອັນເປັນບ່ອນປະດິດສະຖານຂອງພະທາດໂພ່ນ ສິ່ງທີ່ສ້າງຄວາມປະທັບໃຈຕັ້ງແຕ່ແລກເຫັນ ຄື ຖະໜົນຫົນທາງທີ່ສະອາດ ມີໄຟຟ້າເຍືອງທາງ ບົ່ງບອກເຖິງການພັດທະນາຂອງຊຸມຊົນ ຂະນະດຽວກັນ ພາຍໃນວັດກໍມີຄວາມກວ້າງຂວາງ ສວຍງາມ ມີສະຖານທີ່ສຳລັບປະກອບສາສະໜາກິດຢ່າງຄົບຖ້ວນ ສົມຄວນແກ່ການສັກກາລະບູຊາ ແລະ ການບຳເພັນບຸນ.
ການເດີນທາງໃນຄັ້ງນີ້ ຈຶ່ງເປັນຫຼາຍກວ່າການໄປຮ່ວມງານສຳຄັນ ເນື່ອງໃນວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ 2026 ມັນເປັນທັງການສຶກສາຮຽນຮູ້ ການສຳຜັດມໍລະດົກທາງປະຫວັດສາດ ການສືບສານສັດທາທາງພຸດທະສາສະໜາ ແລະ ການສ້າງຄວາມສາມັກຄີລະຫວ່າງຜູ້ທີ່ມີຫົວໃຈແຫ່ງການໃຫ້.
ສຳລັບຜູ້ທີ່ເຄີຍໄປສັກກາລະພະທາດໂພ່ນແລ້ວ ຄົງຈະຈື່ຈຳຄວາມສະຫງົບ ແລະ ຄວາມສັກສິດຂອງສະຖານທີ່ແຫ່ງນີ້ໄດ້ເປັນຢ່າງດີ ສ່ວນຜູ້ທີ່ຍັງບໍ່ເຄີຍໄປ ຂໍເຊີນຊວນໃຫ້ລອງເດີນທາງໄປສຳຜັດດ້ວຍຕົນເອງຈັກຄັ້ງ ເພາະທຸກກ້າວຂອງການເດີນທາງ ບໍ່ພຽງແຕ່ນຳພາໄປສູ່ສະຖານທີ່ສຳຄັນ ແຕ່ຍັງນຳພາໄປສູ່ຄວາມອີ່ມໃຈ ຄວາມອີ່ມບຸນ ແລະ ຄວາມພາກພູມໃຈ ທີ່ໄດ້ຮ່ວມເປັນສ່ວນໜຶ່ງຂອງພາລະກິດດ້ານມະນຸດສະທຳ. ການໃຫ້ເລືອດ ແມ່ນການຕໍ່ຊີວິດໃຫ້ເພື່ອນມະນຸດ ແລະ ການເດີນທາງສັກກາລະສະຖານທີ່ສັກສິດແມ່ນການຕໍ່ເຕີມພະລັງໃຈໃຫ້ຕົນເອງ ເມື່ອສອງສິ່ງນີ້ມາພົບກັນ ການເດີນທາງຄັ້ງນີ້ຈຶ່ງເປັນທັງການເຮັດຄຸນປະໂຫຍດຕໍ່ສັງຄົມ ແລະ ການສະສົມບຸນກຸສົນໃຫ້ແກ່ຊີວິດ ທີ່ຄຸ້ມຄ່າ ໜ້າຈົດຈຳ ແລະ ເຕັມໄປດ້ວຍຄວາມປະທັບໃຈ.
