ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາ ລະນະລັດ ແອັດສະໂຕນີ

ໃນຕອນເຊົ້າຂອງວັນທີ 16 ມິຖຸນາ 2026, ທີ່ທຳນຽບປະທານາທິບໍດີ, ນະຄອນຫລວງ Tallinn, ປະເທດແອັດສະໂຕນີ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ Alar Karis, ປະທານາທິບໍດີ ແຫ່ງ ສາທາລະນະ ລັດ ແອັດສະໂຕນີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ປະຈຳ ສາທາລະ ນະລັດ ແອັດສະໂຕນີ.

ໃນໂອກາດດັ່ງກ່າວ, ພະນະທ່ານ Alar karis, ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມ ເຊີຍ ທ່ານ ບຸນທະວີ ວິ ລະວົງ ໃນການມາຮັບໜ້າທີ່ເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ແອັດສະໂຕນີ ແລະ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ປະຕິບັດໜ້າທີ່ການທູດອັນມີກຽດຂອງຕົນດ້ວຍຜົນ ສຳເລັດອັນຈົບງາມ ເພື່ອສົ່ງເສີມສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ລາວ-ແອັດສະໂຕນີ ໃຫ້ຂະ ຫຍາຍຕົວຂື້ນໄປຢ່າງບໍ່ຢຸດຢັ້ງ ພ້ອມທັງໄດ້ຕີລາຄາສາຍພົວພັນຂອງສອງປະເທດທີ່ຢູ່ໃນລະດັບດີໃນໄລຍະຜ່ານມາ ແລະ ເຫັນຄວນໃຫ້ສືບຕໍ່ຮັກສາ ແລະ ພັດທະນາໃຫ້ເກີດດອກອອກຜົນຂຶ້ນໄປເລື້ອຍໆ.​

ທ່ານ ບຸນທະວີ ວິລະວົງ ໄດ້ສະແດງຄວາມຂອບໃຈຢ່າງຈິງ ໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ. ລາວ ເຖິງ ພະນະທ່ານ Alar Karis, ພ້ອມດຽວກັນນັ້ນ, ພະນະທ່ານປະທານາທິບໍດີ, ໄດ້ສະແດງຄວາມຂອບໃຈ ແລະ ໄດ້ສົ່ງຄວາມຢື້ຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດມາຍັງທ່ານປະທານປະເທດ ແຫ່ງ ສປປ. ລາວ ເຮົາເຊັ່ນດຽວກັນ.

ໃນໂອ ກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດ ກໍ່ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ, ສະແດງຄວາມຂອບໃຈຕໍ່ລັດຖະບານ ແອັດສະໂຕນີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮັກສາການພົວພັນທີ່ດີຕໍ່ ສປປ. ລາວ ໃນໄລຍະຜ່ານມາ. ສປປ. ລາວ ແລະ ສາທາລະນະ ລັດ ແອັດສະໂຕນີ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 29 ມີນາ 1995, ຊຶ່ງໃນປີ 2025 ທີ່ຜ່ານມາ, ສອງປະເທດໄດ້ຮ່ວມກັນສະເຫຼີມສະຫຼອງຄົບຮອບ 30 ໃນການສ້າງຕັ້ງສາຍພົວພັນທາງການທູດນຳກັນ ແລະ ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີຕ່າງປະເທດແຫ່ງ ສປປ ລາວ ກໍໄດ້ສົ່ງສານຊົມເຊີຍເຖິງຄູ່ຮ່ວມຕໍາແໜ່ງຝ່າຍແອັດສະໂຕນີ.

ເວົ້າລວມແລ້ວ, ສອງປະເທດໄດ້ມີການພົວພັນກັນໃນລະດັບປົກກະຕິ: ມີການສະໜັບສະໜູນເຊີ່ງກັນ ແລະ ກັນ ໃນຂອບອົງການສະຫະປະຊາຊາດ, ມີການແລກ ປ່ຽນສານຊົມເຊີຍນໍາກັນໃນໂອກາດ ແລະ ວັນສໍາຄັນຕ່າງໆຂອງທັງຝ່າຍ ໂດຍສະເພາະແມ່ນວັນຊາດ ແລະ ຄົບຮອບວັນສ້າງຕັ້ງສາຍພົວພັນການທູດ.ໃນໂອກາດການເດີນທາງໄປຄັ້ງນີ້, ທ່ານເອກອັກຄະລັດຖະທູດພ້ອມດ້ວຍຄະນະ ຍັງໄດ້ພົບປະສອງຝ່າຍກບບັນດາກົມທີ່ກ່ຽວຂ້ອງຂອງກະ ຊວງການຕ່າງປະເທດ ແອັດສະໂຕນີ ເພື່ອປຶກສາຫາລືການພົວພັນສອງຝ່າຍ ລາວ-ແອັດສະໂຕນີ ແລະ ເພີ່ມທະວີການຮ່ວມມືທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນຕໍ່ໜ້ານໍາອີກດ້ວຍ.

error: Content is protected !!