ສື່ມວນຊົນລາວ ເພີ່ມຄວາມຮູ້ໃນການນໍາໃຊ້ເຄື່ອງມືປັນ ຍາປະດິດຫຼາຍຮູບແບບ

ກະຊວງຖະແຫຼງຂ່າວວັດທະນະທໍາ, ກິລາ, ແລະ ການທ່ອງ ທ່ຽວ ສສຫວຽດນາມ ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ ຈັດຊຸດຝຶກອົບຮົມ “ທັກສະການນໍາໃຊ້ເຄື່ອງ ມືປັນຍາປະດິດໃນສື່ມວນຊົນຫຼສຍຮູບແບບ ຫຼາຍຊ່ອງທາງ” ແລະ “ທັກສະການຜະລິດລາຍການ, ຂ່າວ, ບົດຂ່າວ,ຜ່ານໂທລະສັບມືຖື”, ໃນວັນທີ 22 ມິຖຸນານີ້ ທີ່ໂຮງແຮມເມືອງແທ໋ງ, ນະຄອນຫຼວງວຽງຈັນ.ເປັນກຽດເຂົ້າ ຮ່ວມພິທີເປີດ ໂດຍ ສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ດັງ ທິເຟືອງຖ່າວ, ຮອງຫົວໜ້າກົມສື່ມວນຊົນ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງ ທ່ຽວ ແຫ່ງ ສສ ຫວຽດນາມ, ບັນດາສະຫາຍ ຄູ-ອາ ຈານ, ວິທະຍາກອນຜູ້ຊ່ຽວຊານ ຈາກ ສສ ຫວຽດນາມ, ບັນດາສະຫາຍ ຄະນະຮັບຜິດຊອບຈັດຊຸດຝຶກອົບຮົມ ຝ່າຍລາວ ແລະ ຝ່າຍ ຫວຽດນາມ, ພ້ອມດ້ວຍນັກສໍາມະນາກອນ.

ຈຸດປະສົງຂອງຝຶກອົບຮົມ ເພື່ອຍົກລະດັບຄວາມຮູ້ ແລະ ຄວາມເຂົ້າໃຈດ້ານວຽກງານສື່ມວນຊົນໃນຍຸກດິຈິຕອນ ກໍຄືທັກສະການນໍາໃຊ້ເຄື່ອງມືປັນຍາປະດິດ (AI), ເພີ່ມທັກສະການຜະລິດເນື້ອຫາຂ່າວສານ, ການຖ່າຍທຳ, ການຕັດຕໍ່ພາບ-ວິດີໂອ ຜ່ານໂທລະສັບມືຖື, ການນໍາໃຊ້ສື່ດິຈິຕອນ ແລະ ສ້າງຄວາມສາມາດໃນການນຳໃຊ້ເທັກໂນໂລຊີ ແລະ ຊ່ອງທາງອອນລາຍ ເພື່ອເຜີຍແຜ່ຂ່າວສານໄດ້ຢ່າງມີປະສິດທິຜົນ.

ສະຫາຍ ວັນສີ ກົວມົວ ກ່າວບາງເນື້ອໃນສໍາຄັນ ວ່າ: ຂ້າ

ພະເຈົ້າ ຮູ້ສຶກເປັນກຽດຢ່າງສູງ ແລະ ມີຄວາມຍິນດີຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ແກ່ ຄະນະພັກ, ຄະນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ມາຮ່ວມເປັນປະທານ ແລະ ກ່າວເປີດ ຊຸດຝຶກອົບຮົມວຽກງານສື່ມວນຊົນ, ກິດຈະກຳໃນມື້ນີ້ ແມ່ນນິມິດໝາຍອັນສໍາຄັນຍິ່ງ, ຍ້ອນວ່າມັນ ແມ່ນໝາກຜົນຕົວຈິງອັນທໍາອິດ ພາຍຫຼັງທີ່ພວກເຮົາຫາກໍໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັນໃນວັນທີ 13 ພຶດສະພາ 2026 ຜ່ານມານີ້. ຊຸດຝຶກອົບຮົມຄັ້ງນີ້ ບໍ່ແມ່ນພຽງແຕ່ ການຮຽນ-ການສອນທຳມະດາ, ແຕ່ມັນຄື “ບາດກ້າວທໍາອິດ ທີ່ໜັກແໜ້ນ ຂອງ 15 ບາດ ກ້າວ ໃຫຍ່” ທີ່ພວກເຮົາຈະໄດ້ຮ່ວມກັນຈັດຕັ້ງປະຕິບັດຕະຫຼອດໄລຍະ 5 ປີ (2026-2030) ຕາມ ແຜນການທີ່ໄດ້ກຳນົດໄວ້. ສິ່ງທີ່ໜ້າພາກພູມໃຈຕື່ມອີກໃນມື້ນີ້ ແມ່ນພວກເຮົາໄດ້ເຫັນການເຕົ້າໂຮມກໍາລັງແຮງຂອງ ບຸກຄະລາກອນສື່ມວນຊົນລາວເຖິງ 40 ສະຫາຍ, ຊຶ່ງໃນນີ້ມີນັກຮົບສື່ມວນຊົນຍິງເຖິງ 8 ສະຫາຍ, ທີ່ມາຈາກຫຼາກຫຼາຍພາກ ສ່ວນ ບໍ່ວ່າຈະເປັນ ອົງການສື່ລະດັບສູນກາງ, ສື່ກອງທັບ, ສື່ປ້ອງກັນ ຄວາມສະຫງົບ ແລະ ບັນດາສະຫາຍຈາກທ້ອງ ຖິ່ນຕ່າງແຂວງທົ່ວປະເທດ. ການເຂົ້າຮ່ວມຢ່າງ ພ້ອມພຽງນີ້ ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບ ແລະ ຄວາມຕື່ນຕົວໃນການພັດທະນາວຽກ ງານສື່ມວນຊົນຂອງພວກເຮົາໃນທຸກລະດັບ.ດັ່ງທີ່ພວກເຮົາຮັບຮູ້ແລ້ວວ່າ, ສື່ມວນຊົນແມ່ນແນວຮົບອັນແຫຼມຄົມ ທີ່ເປັນກະບອກສຽງ ໃຫ້ແກ່ພັກ-ລັດ. ໃນຍຸກປັດຈຸບັນ, ການຕໍ່ສູ້ກັບຂ່າວປອມ (Fake News) ແລະ ຂໍ້ມູນບິດເບືອນ ຕ້ອງການເຄື່ອງມືທີ່ທັນສະໄໝ. ຊຸດຝຶກອົບຮົມ 5 ວັນນີ້ ຖືກອອກແບບມາຢ່າງກ້າວໜ້າທີ່ສຸດ ຊຶ່ງບັນດາສະຫາຍຈະບໍ່ພຽງແຕ່ໄດ້ຮຽນຮູ້ເຕັກນິກການຜະລິດສື່ຜ່ານໂທລະສັບມືຖືເທົ່ານັ້ນ, ແຕ່ຍັງຈະໄດ້ເຈາະເລິກເຖິງການນໍາໃຊ້ ປັນຍາປະດິດ (AI) ຢ່າງສ້າງສັນ. ພວກສະຫາຍຈະໄດ້ຮຽນຮູ້ການສ້າງ “ຜູ້ ຊ່ວຍ AI” (AI Assistant) ໂດຍບໍ່ຈໍາເປັນຕ້ອງມີພື້ນ ຖານການຂຽນໂປຣແກຣມ, ພ້ອມທັງຈະ ໄດ້ສຶກສາເຖິງໂອກາດ, ຄວາມສ່ຽງ ແລະ ຈັນຍາບັນໃນການນໍາໃຊ້ AI ຢ່າງເລິກເຊິ່ງ.

ໂອກາດດັ່ງກ່າວ ສະຫາຍ ວັນສີ ກົວມົວ ຍັງຮຽກຮ້ອງມາຍັງສໍາມະນາກອນທຸກສະຫາຍ ຈົ່ງຍົກສູງຄວາມ ຮັບຜິດ ຊອບ, ເອົາໃຈໃສ່ຕິດຕາມຮັບຟັງ, ຕັ້ງໃຈຄົ້ນຄວ້າ, ກ້າຕັ້ງຄໍາຖາມ ແລະ ແລກປ່ຽນຄໍາຄິດຄໍາເຫັນນໍາຄູ-ອາຈານ ຢ່າງກົງໄປກົງມາ. ເພື່ອເກັບກ່ຽວເອົາບົດຮຽນອັນມີຄ່ານີ້ ໄປໝູນໃຊ້ ແລະ ພັດທະນາວຽກງານຢູ່ພາກສ່ວນຂອງຕົນ ໃຫ້ມີຄຸນນະພາບໃໝ່ ທີ່ວ່ອງໄວ ແລະ ແຫຼມຄົມກວ່າເກົ່າ.

error: Content is protected !!